ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພັກລັດຖະບານ ກໍາປູເຈຍ ຊະນະ ບ່ອນນັ່ງ ທັງໝົດ ໃນການເລືອກຕັ້ງສະພາ


ທ່ານນາຍົກລັດຖະມົນຕີ ຮຸນ ເຊນ ກ່າວຄໍາປາໄສ ຢູ່ນະຄອນຫລວງພະນົມເປັນ ໃນວັນທີ 1 ສິງຫາ 2018.
ທ່ານນາຍົກລັດຖະມົນຕີ ຮຸນ ເຊນ ກ່າວຄໍາປາໄສ ຢູ່ນະຄອນຫລວງພະນົມເປັນ ໃນວັນທີ 1 ສິງຫາ 2018.

ພັກຂອງທ່ານນາຍົກລັດຖະມົນຕີ ຮຸນ ເຊນ ຊຶ່ງເປັນພັກລັດຖະບານທີ່ກໍາລັງປົກຄອງ
ປະເທດຢູ່ນັ້ນ ໄດ້ຊະນະບ່ອນນັ່ງ ໝົດທັງ 125 ບ່ອນໃນສະພາແຫ່ງຊາດໃນການ
ເລືອກຕັ້ງທີ່ຈັດຂຶ້ນໃນເດືອນແລ້ວນີ້ຊຶ່ງໄດ້ຖືກປະນາມໂດຍບັນດາກໍາລັງ ທີ່ຕໍ່ຕ້ານ
ລັດຖະບານນັ້ນວ່າ ບໍ່ຖືກຕ້ອງຊອບທໍາຕາມກົດໝາຍ.

ຄະນະກໍາມະການເລືອກຕັ້ງແຫ່ງຊາດ ກ່າວໃນວັນພຸດວານນີ້ວ່າ ຈໍນາວນຄົນທີ່
ໄປລົງຄະແນນສຽງ ໃນການປ່ອນບັດເລືອກຕັ້ງໃນວັນທີ 29 ກໍລະກົດ ຜ່ານມານັ້ນ
ແມ່ນ 83 ເປີເຊັນ ເຖິງແມ່ນວ່າຈະບໍ່ມີພັກກູ້ຊາດກໍາປູເຈຍຊຶ່ງເປັນພັກຝ່າຍຄ້ານ
ຫຼັກ ທີ່ຖືກສານສູງສຸດສັ່ງຍຸບໄປໃນປີກາຍນີ້ ເຂົ້າຮ່ວມໃນການເລືອກຕັ້ງນໍາກໍ
ຕາມ. ພັກທີ່ນ້ອຍກວ່າ ຈໍານວນ 19 ພັກ ໄດ້ເຂົ້າຮ່ວມໃນການເລືອກຕັ້ງໃນຄັ້ງ
ນີ້ ແຕ່ວ່າກໍໄດ້ເຮັດໃຫ້ມີການຄັດຄ້ານຕໍ່ລັດຖະບານພຽງເລັກນ້ອຍເທົ່ານັ້ນ.

ການໄດ້ຮັບໄຊຊະນະແບບຖ້ວມລົ້ນຂອງພັກປະຊາຊົນກໍາປູເຈຍ ຫລື CPP ໃນ
ຄັ້ງນີ້ ແມ່ນເປັນການຄໍ້າປະກັນວ່າ ນາຍົກລັດຖະມົນຕີ ຮຸນ ເຊນ ຈະຍືດເວລາ
ໃນກໍາອໍານາດຂອງທ່ານ ທີ່ມີມາໄດ້ 33 ປີແລ້ວນັ້ນ ອອກໄປຕື່ມອີກ ເມື່ອໃດ
ຫາກມີການປະຊຸມຂອງສະພາຊຸດໃໝ່ ທີ່ຈະຈັດຂຶ້ນໃນເດືອນໜ້ານີ້. ທ່ານກ່າວ
ປ້ອງກັນການເລືອກຕັ້ງຄັ້ງນີ້ ຢູ່ໃນຄໍາເວົ້າຂອງທ່ານທີ່ຂຽນລົງໃນເຟສບຸກໃນວັນ
ພຸດວານນີ້ ວ່າ ມັນເປັນການເລືອກຕັ້ງຢ່າງເສລີ ແລະມີຄວາມຍຸດຕິທໍາ ແລະກໍ
ໄດ້ຍົກຍ້ອງປະຊາຊົນກໍາປູເຈຍວ່າໄດ້ເລືອກເອົາສັນຕິພາບແລະການພັດທະນາ.

ທາງດ້ານທ່ານ ແຊມ ຣັງສີ (Sam Rainsy) ທີ່ເປັນຜູ້ນໍາພັດຖິ່ນ ຂອງພັກກູ້ຊາດ
ກໍາປູເຈຍນັ້ນ ໄດ້ກ່າວຫາຄະນະກໍາມະການເລືອກຕັ້ງແຫ່ງຊາດ ໂດຍການຂຽນ
ຢູ່ໃນຖະແຫລງການສະບັບນຶ່ງວ່າ ໄດ້ເພີ້ມຈໍານວນຄົນໄປປ່ອນບັດເອົາເອງ. ທ່ານ
ກ່າວວ່າ ຄະນະກໍາມະການເລືອກຕັ້ງແຫ່ງຊາດ “ພາກັນຫລິ້ນເກມ ແບບຂີ້ໂກງ"
ຕໍ່ຜົນການເລືອກຕັ້ງ ເພາະວ່າ ຄະນະດັ່ງກ່າວ ແມ່ນຢູ່ພາຍໃຕ້ການຄວບຄຸມ
ຂອງພັກປະຊາຊົນກຳປູເຈຍ.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG