ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງ​ປ້ອງ​ກັນ​ປະ​ເທດ: ການ​ປັບ​ປຸງຖານ​ທັບ​ເຮືອ ຣຽມ ຂອງ​ກຳ​ປູ​ເຈຍ ​ໃກ້​ຈະ​ສຳ​ເລັດ​ແລ້ວ


BlackSky, ຊຶ່ງ​ເປັນ​ບໍ​ລິ​ສັດ​ສະ​ໜອງ​ຮູບ​ເອກ​ກະ​ຊົນ ເປີດ​ເຜີຍ​ຮູບ​ຖ່າຍ​ທາງ​ດາວ​ທຽມ ​ເມື່ອ​ວັນ​ທີ 24 ກໍ​ລະ​ກົດ 2023 ສະ​ແດງ​ໃຫ້​ເຫັນຖານ​ທັບ​ເຮືອ ຣຽມ ຂອງ​ກຳ​ປູ​ເຈຍ ທີ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງວ່ອ​ງ​ໄວ ໃຫ້​ກາຍ​ເປັນ​ຖານ​ທັບ​ເຮືອ​ຂະ​ໜາດ​ໃຫຍ່. (Imagery: BlackSky)
BlackSky, ຊຶ່ງ​ເປັນ​ບໍ​ລິ​ສັດ​ສະ​ໜອງ​ຮູບ​ເອກ​ກະ​ຊົນ ເປີດ​ເຜີຍ​ຮູບ​ຖ່າຍ​ທາງ​ດາວ​ທຽມ ​ເມື່ອ​ວັນ​ທີ 24 ກໍ​ລະ​ກົດ 2023 ສະ​ແດງ​ໃຫ້​ເຫັນຖານ​ທັບ​ເຮືອ ຣຽມ ຂອງ​ກຳ​ປູ​ເຈຍ ທີ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງວ່ອ​ງ​ໄວ ໃຫ້​ກາຍ​ເປັນ​ຖານ​ທັບ​ເຮືອ​ຂະ​ໜາດ​ໃຫຍ່. (Imagery: BlackSky)

ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ກ່າວ​ວ່າ ​ວຽກ​ງານການ​ສ້ອມ​ແປງ​ທີ່​ຖານ​ທັບ​ເຮືອ ໃນ​ເມືອງ​ທ່າ​ສີ​ຫະ​ນຸກວິ​ລ​ໃກ້​ຈະ​ສຳ​ເລັດ​ເສັດ​ສິ້ນ​ແລ້ວ ແຕ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ໄດ້​ສະ​ແດງ​ຄວາມ​ສົງ​ໄສວ່າ ສະ​ຖານ​ທີ່​ດັ່ງ​ກ່າວ​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ໂດຍ​ຈີນນັ້ນ ຈະ​ຖືກ​ນຳ​ໃຊ້​ໂດຍກອງ​ທັບ​ຈີນ.

ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ຈີນ ກ່ຽວ​ກັບ​ຖານ​ທັບ​ເຮືອ ຣຽມ ໄດ້​ຖືກ​ຍົກ​ຂຶ້ນ​ມາ​ເວົ້າ ​ລຸນຫຼັງທີ່​ຮູບ​ຖ່າຍຈາກ​ດາວ​ທຽມ​ສະ​ແດງ​ໃຫ້​ເຫັນ​ຂົວ​ໃຫຍ່ ​ທີ່​ຍື່ນ​ອອກ​ໄປ​ໃນ​ທະ​ເລ ຊຶ່ງສາ​ມາດ​ຮອງ​ຮັບ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ໄດ້​ນັ້ນ ໄດ້​ມີ​ການ​ກໍ່​ສ້າງ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ.

ທ່ານ​ຈຸມ ໂຊ​ຊີດ (Chhhum Socheat) ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ ໃຫ້​ການ​ຢືນ​ຢັນ​ກັບ​ວີ​ໂອ​ເອພະ​ແນກ​ພາ​ສາ​ຂະ​ເໝນ​ວ່າ ວຽກ​ງານ​ການ​ສ້ອມ​ແປງ ​ຈະ​ແລ້ວ​ໃນ​ໄວໆ​ນີ້ ແຕ່​ກໍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ມື້​ໃດ​ຈະ​ຈັດ​ພິ​ທີ​ເປີດ​ຢ່າງ​ເປັນ​ທາງ​ການ.”

ນອກນັ້ນ ທ່ານ​ຍັງ​ໄດ້​ປະ​ຕິ​ເສດ​ຕໍ່​ຂ່າວ​ທີ່​ວ່າ ຈີນ​ຈະ​ໃຊ້​ຖານ​ທັບ​ດັ່ງ​ກ່າວ​ເພື່ອ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ຕົນ​ຢູ່​ໃນ​ຂົງ​ເຂດ ຕໍ່​ຕ້ານ​ຄູ່​ແຂ່ງ ຄື​ສະ​ຫະ​ລັດ.

“ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເສຍ​ໃຈ ນັ້ນ​ແມ່ນ​ຂໍ້​ມູນ​ທີ່​ບໍ່​ຖືກ​ຕ້ອງ. ກຳ​ປູ​ເຈຍ​ເປັນ​ປະ​ເທດ​ທີ່​ນ້ອຍໆ. ບາງ​ປະ​ເທດ​ມີ​ຈຸດ​ປະ​ສົງ​ທີ່​ບໍ່​ດີ​ກ່ຽວ​ກັບ​ປະ​ເທດ​ຂອງ​ພວກ​ເຮົາ” ລາວ​ໄດ້​ກ່າວ.

“ບາງ​ປະ​ເທດ​ບໍ່​ຍອມ​ຮັບ​ຄວາມ​ຈິງ ແລະ​ພວກ​ເຂົາ​ຍັງ​ເວົ້າ​ກ່ຽວ​ກັບ​ຂໍ້​ມູນ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ. ລາວ​ໄດ້​ກ່າວ​ຕື່ມ​ກ່ຽວ​ກັບ​ເລື້ອງນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG