ແຣັປເປີ້ຊາວກຳປູເຈຍ ທ້າວ VannDa ຫຼື ວັນດາ ໄດ້ເຂົ້າຮ່ວມສະແດງໃນ ງານເທດສະການດົນຕີ ແລະ ວັດທະນະທຳເອເຊຍໃນລັດຄາລິຟໍເນຍ ທີ່ມີຊື່ ງານວ່າ Sabaidee Fest. ມາລິສ ຕູມ ແລະ ເຈດທຣາ ແຊັບ ນັກຂ່າວຂອງ VOA ລາຍງານກ່ຽວກັບແຣັປເປີ້ໜຸ່ມຄົນນີ້ ທີ່ກຳລັງສ້າງຄວາມສົນໃຈ ໃຫ້ກັບດົນຕີ, ວັດທະນະທຳ ແລະ ປະຫວັດສາດຂອງປະເທດກຳປູເຈຍ. ເຊດທຣາ ແຊບ ບັນລະຍາຍ.
ຢູ່ເທິງເວທີ Sabaidee Fest ໃກ້ກັບນະຄອນ ລອສ ແອນເຈີລີສ ເມື່ອບໍ່ ດົນມານີ້, ແຣັປເປີ້ ກຳປູເຈຍ ທ້າວ ວັນດາ (VannDa) ໄດ້ຖ່າຍທອດເລື່ອງລາວຂອງ ຄົນກຳປູເຈຍໃນທຳນອງທີ່ໜັກແໜ້ນ ແລະ ສະເທືອນໃຈຢ່າງເລິກເຊິ່ງ.
ເພງຍອດນິຍົມຂອງລາວ 'Khmer Blood ຫຼື ເລືອດຂອງຄົນຂະເໝນ' ເປັນໜຶ່ງໃນຫຼາຍເພງທີ່ ລາວສະແດງໃນການເດີນທາງໄປ ສະຫະລັດ ອາເມຣິກາ ຄັ້ງທຳອິດ.
ທ້າວ ວັນດາ (VannDa), ກ່າວຕໍ່ບັນດາຜູ້ຟັງໃນຂະນະທີ່ຢູ່ເທິງເວທີ ເປັນພາສາຂະເໝນ ວ່າ:
ຂ້ອຍຂຽນເພງ 'Khamer Blood' ເພາະຄົນຂະເໝນຕ້ອງຕໍ່ສູ້ດິ້ນຮົນ, ແຕ່ພວກເຮົາກໍ່ສາມາດ ຟື້ນໂຕກັບມາໄດ້. ເມື່ອກັບມາຮອດຈຸດນີ້, ພວກເຮົາຮັກຊາດຂອງເຮົາ, ພີ່ນ້ອງຂອງເຮົາ, ພໍ່ແມ່ຂອງເຮົາ, ສາດສະໜາຂອງເຮົາ.
ມີຜູ້ເສຍຊີວິດຢ່າງໜ້ອຍ 1.7 ລ້ານຄົນໃນຊ່ວງໄລຍະການຂ້າລ້າງເຜົ່າພັນ ໃນປະເທດກໍາປູເຈຍ ໃນຊ່ວງທ້າຍຊຸມປີ 1970 ໃນກຳມືຂອງລະບອບຄອມມູນິດຂະເໝນແດງ.
ທ້າວ ວັນດາ (VannDa) ເກີດໃນປີ 1997 ໃນນະຄອນສີຫະນຸ ທາງຕາເວັນຕົກສຽງໃຕ້ ຂອງປະເທດກຳປູເຈຍ. ລາວເຕີບໂຕມາພ້ອມກັບການຊື່ນຊົມແຣັປເປີ້ ຄົນອາເມຣິກາເຊັ່ນ ທ້າວ ກາເຢ ເວັສ (Kanye West) ແລະ ຄິດ ຄາດີ (Kid Cudi). ລາວກ່າວວ່າ ການເປັນສິນລະປິນຫຼັກໃນງານສະແດງໃນສະຫະລັດເຊັ່ນງານ Sabaidee Fest ເຮັດໃຫ້ລາວມີໂອກາດເຜີຍແຜ່ສຽງຂອງຄົນກຳປູເຈຍໄປທົ່ວໂລກ.
ຄົນກຳປູເຈຍຈຳນວນຫຼາຍມາໃຫ້ກຳລັງໃຈແຣັປເປີ້ໜຸ່ມຄົນນີ້.
ທ້າວ ເພີດ (Phert), ຊາວອາເມຣິກັນ ເຊື້ອສາຍກຳປູເຈຍ ກ່າວເປັນພາສາຂະເໝນວ່າ:
"ຫົວໃຈຂ້ອຍເກືອບຈະໂດດອອກມາຈາກເອິກ. ລາວຂຽນເພງທັງໝົດດ້ວຍ ຕົວເອງ. ລາວບໍ່ໄດ້ພຽງແຕ່ເຮັດເວີຊັ້ນເພງຂອງນັກຮ້ອງຕຳນານຂອງພວກເຮົາຄື ທ່ານ ສິນ ສີສະໝຸດ. ຂ້ອຍມັກຈຸດນັ້ນ"
ນາງ ການີເລັນ ກາງ (Kanilen Kang), ຊາວອາເມຣິກັນເຊື້ອສາຍຂະເໝນ ອີກຄົນນຶ່ງ ກ່າວເປັນພາສາຂະເໝນວ່າ:
"ເພງທີ່ຂ້ອຍມັກແມ່ນເພງ 'Time to Rise' ເຊິ່ງເປັນການປະສົມປະສານ ລະຫວ່າງ ແຣັປເປີ້ສະໄໝໃໝ່ ແລະ ດົນຕີຂະເໝນດັ້ງເດີມ. ເພງນີ້ຊ່ວຍໃຫ້ ຄົນລຸ້ນໃໝ່ລະນຶກເຖິງວັດທະນະທຳອັນດີງາມຂອງພວກເຮົາ."
ເພງ 'Time to Rise' ຂອງທ້າວ ວັນດາ (VannDa) ມີອາຈານດ້ານພິນ ຄໍຍາວ ຂະເໝນ ທ່ານກົງໄນ ຮ່ວມສະແດງນຳ. ເພງນີ້ມີຍອດຮັບຊົມຢູ່ເທິງ YouTube ຫຼາຍກວ່າ 120 ລ້ານການຮັບຊົມ ຫຼື ລ້ານວິວ, ເຮັດໃຫ້ເປັນເພງກຳປູເຈຍທີ່ມີຜູ້ເບິ່ງຫຼາຍທີ່ສຸດ ເຖິງແພຼັດຟອມນີ້.
ນາງ ລໍຣາ ມໍາ (Laura Mam), ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານຂອງ Baramey Production ທີ່ເປັນຜູ້ຈັດການໃຫ້ກັບ VannDa ກ່າວເປັນພາສາຂະເໝນວ່າ:
"ດ້ວຍທ້າວ VannDa, ພວກເຮົາສາມາດກ້າວຂຶ້ນສູ່ເວທີລະດັບໂລກໄດ້. ຄືກັບເພງຂອງລາວ 'Time to Rise' ຂ້ອຍຮູ້ສຶກວ່າກຳປູເຈຍກຳລັງຢູ່ ໃນຍຸກທີ່ຈະລຸກຂຶ້ນຢືນ"
ນັກດົນຕີຄົນກຳປູເຈຍອີກຄົນທີ່ມາຮ່ວມງານກັບທ້າວ ວັນດາ (VannDa) ຄື ທ້າວ ວັນທັນ ເຊິ່ງສາມາດຫຼິ້ນເຄື່ອງດົນຕີຂະເໝນດັ້ງເດີມໄດ້ເກືອບ 30 ຊະນິດ. ທ້າວ ວັນດາ (VannDa) ແລະ ທ້າວ ວັນທັນ (Vanthan) ມີກຳນົດການສະແດງອີກໜຶ່ງລາຍ ການໃນນະຄອນ ຊີອາໂທ, ລັດວໍຊິງຕັນ ໃນວັນທີ 29 ມິຖຸນາ.
ອ່ານລາຍງານເປັນພາສາອັງກິດລຸ່ມນີ້:
On the Sabaidee Fest stage near Los Angeles recently, Cambodian rapper VannDa delivered a taste of the Cambodian story in punchy and deeply moving verses.
His hit song 'Khmer Blood,' was among the dozen performed during his first trip to the United States.
“I wrote ‘Khmer Blood’ because the Khmer people struggled, but we are resilient. Recovering to this point, we love our nation, our brothers and sisters, our parents, our religion.”
At least 1.7 million people died during the Cambodian genocide of the late 1970s at the hands of the communist Khmer Rouge regime.
VannDa was born in 1997 in Cambodia’s southwestern province of Preah Sihanouk. He grew up idolizing American rappers like Kanye West and Kid Cudi. He says headlining US shows like Sabaidee Fest gives him a chance to spread the Cambodian voice globally.
Many Cambodians came to support the young rapper.
“My heart almost jumps out of my chest. He writes all of his songs. He doesn’t just version songs by our legendary singer Sinn Sisamouth. I love that.”
“My favorite song is ‘Time to Rise,’ which is a mixture of modern rap and Khmer traditional music. The song helps the young generation remember our beautiful culture.”
VannDa’s ‘Time to Rise’ features ((Mandatory CG: Baramey Production)) Cambodian master of traditional long-necked lute Kong Nay. It has over 120 million views on YouTube, making it the most watched Cambodian song on the platform. ((end credit))
“With VannDa, we can get to the global stage. Like his song ‘Time to Rise,’ I feel Cambodia is in a generation to rise up.”
Another Cambodian musician who came to perform with VannDa is Vanthan, who can play nearly 30 Khmer traditional instruments. VannDa and Vanthan are scheduled for one more performance in Seattle, Washington on June 29.
ຟໍຣັມສະແດງຄວາມຄິດເຫັນ