ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກສະໜັບສະໜູນ ຜູ້​ບໍ​ລິ​ຫານ​ງານ ວິທະຍຸ Beehive ​ປະ​ທະກັບ ຕຳຫຼວດ ກຳປູເຈຍ


ທ່ານ Mam Sonando ເຈົ້າ​ຂອງວິ​ທ​ະ​ຍຸ Beehive
ທ່ານ Mam Sonando ເຈົ້າ​ຂອງວິ​ທ​ະ​ຍຸ Beehive
ມີ​ຢ່າງ​ນ້ອຍ 6 ຄົນ​ໄດ້​ຮັບ​ບາດ​ເຈັບ ນຶ່ງ​ໃນ​ນັ້ນ​ແມ່ນ​ມີ​ອາ
ການສາຫັດໃນ​ຂະນະ​ທີ່ພວກສະໜັບສະໜູນຜູ້ບໍລິຫານ
ງານ​ວິທະຍຸ ທີ່​ໄດ້​ຕຳ​ນິຕິ​ຕຽນ​ລັດຖະບານ ​ຢູ່​ເລື້ອຍໆ​ນັ້ນ
​ໄດ້​ປະ​ທະ​ກັນ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ​ໃນ​ນະຄອນຫຼວງ
​ພະນົມ​ເປັນ.

​ໄດ້​ມີ​ພວກປະທ້ວງປະມານ 100 ຄົນ ​ໄດ້​ປະ​ເຊີນ​ໜ້າກັບ
ພວກຕຳຫຼວດ​ທີ່​ຖື​ໄມ້ຄ້ອນ​ໃນ​ວັນ​ຈັນ​ວານ​ນີ້ ໃນ​ຂະນະ​ທີ່
ພວກ​ເຂົາ​ເຈົ້າພະຍາຍາມ​ພາກັນໄປຮວມຕົວ​ກັນ​ທີ່​ສວນ
​ເສລີພາບ​ ຊຶ່ງເປັນບ່ອນທີ່ລັດຖະບານ​ອະນຸມັດໃຫ້ໂຮມ
ຊຸມນຸມປະທ້ວງໄດ້ນັ້ນ ແຕ່​ໄດ້ຖືກ​ກີດກັນ​ໂດຍ ພວກ​ຕຳຫຼວດ ​
ໃນ​ວັນ​ອາທິດແລ້ວນີ້.

ການ​ປະ​ທະ​ກັນ​ມີ​ຂຶ້ນ​ໃກ້ໆ​ກັບກະຊວງ​ຖະ​ແຫຼ​ງຂ່າວ​ ທີ່​ໄດ້​ປະຕິ​ເສດ ບໍ່​ຍອມອອກ​ໃບ​ອະ​ນຸ ຍາດ​ ໃຫ້ແກ່​ວິທະຍຸ Beehive ຂະຫຍາຍຕາໜ່າງ ​ຫລື​ເພີ່ມ​ສະຖານີ​ໂທລະພາບ​ເຂົ້າ​ໃນ​ການ​ປະຕິບັດ​ງານຂອງຕົນນັ້ນ.

​ເຈົ້າ​ຂອງ​ສະຖານີ​ວິທະຍຸ Beehive ທ່ານ Mam Sonando ໄດ້ກ່າວວ່າ ພວກທີ່
ສະໜັບສະໜູນລາວ ແມ່ນມີສິດໃນການໂຮມຊຸມນຸມໄດ້.

ແຕ່ວ່າໂຄສົກຂອງລັດຖະບານຂອງນະຄອນພະນົມເປັນ ທ່ານ Long Dimanche ບໍ່ໄດ້ເຫັນດີນຳ ໂດຍກ່າວວ່າ ເຈົ້າໜ້າທີ່ແມ່ນມີສິດ ທີ່ຈະຍຸຕິໃນອັນທີ່ທ່ານເອີ້ນວ່າ ການເຄື່ອນໄຫວ ຫຼືກິດຈະກຳໃດໆກໍຕາມ ທີ່ຖືວ່າຜິດກົດໝາຍ.
XS
SM
MD
LG