ມີນັກສຶກສາກຳປູເຈຍ ປະມານ 100 ຄົນ ປະທະກັບຕຳຫຼວດ
ເປັນເວລາສັ້ນໆໃນວັນອັງຄານວານນີ້ ໃນຂະນະທີ່ປະທ້ວງ
ຕໍ່ການຖະແຫຼງຂອງເຈົ້າໜ້າທີ່ສະຖານທູດຫວຽດນາມໃນເລື້ອງ
ທີ່ຊາວກຳປູເຈຍເສຍດິນແດນໃຫ້ຮາໂນ່ຍ.
ພວກປະທ້ວງ ຊຶ່ງປະກອບດ້ວຍພວກນັກສຶກສາກຳປູເຈຍ
ແລະຂະບວນການປັນຍາຊົນ ໄດ້ໂຮມຊຸມນຸມກັນຢູ່ຂ້າງນອກ
ສະຖານທູດຫວຽດນາມ ໃນນະຄອນຫຼວງພະນົມເປັນ ໃນວັນ
ອັງຄານວານນີ້. ບໍ່ມີຜູ້ໃດທີ່ບາດເຈັບສາຫັດ ໃນການປະທະ
ກັບພວກຕໍຫຼວດ ຜູ້ຊຶ່ງພະຍາຍາມທີ່ຈະຍຸຕິ ໃນອັນທີ່ທາງ
ເຈົ້າໜ້າທີ່ເອີ້ນວ່າ ການໂຮມຊຸມນຸມຜິດກົດໝາຍນັ້ນ.
ຄວາມຄຽດແຄ້ນຂອງພວກນັກສຶກສາແມ່ນເລີ່ມຕົ້ນ ຈາກລາຍງານ ທີ່ອ້າງເອົາຄຳເວົ້າ ໃນອັນ
ທີ່ໂຄສົກຂອງສະຖານທູດຫວຽດນາມທ່ານ Tran Van Thong ທີ່ກ່າວວ່າ ເຂດສາມຫລ່ຽມ
ປາກແມ່ຂອງ ແມ່ນບໍ່ເຄີຍເປັນຂອງກຳປູເຈຍມາກ່ອນ ໃນອະດີດ.