ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າ​ຊາຍ​ໂນໂຣ​ດົມ​ ຣະ​ນະ​ຣິດ ​ອະ​ດີດ​ນັກ​ການ​ເມືອງ ​ຂອງ​ກຳ​ປູ​ເຈຍ ເສຍ​ຊີ​ວິດແລ້ວ ລ​ວມ​ອາ​ຍຸ​ໄດ້ 77 ປີ


ເຈົ້າ​ຊາຍ​ໂນໂຣ​ດົມ​ ຣະ​ນະ​ຣິດ ແລະ​ສະ​ມາ​ຊິກ​ພັກ FUNCIPEC ​ທີ່​ນິ​ຍົມ​ກະ​ສັດ ຢ່າງ​ໄປ​ພ້ອມ​ກັນ ເຂົ້າ​ໄປ​ໃນ​ສະ​ພາ​ແຫ່ງ​ຊາດ ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ ຂອງ​ກຳ​ປູ​ເຈຍ, ວັນ​ທີ 28 ພະ​ຈິກ, 2018
ເຈົ້າ​ຊາຍ​ໂນໂຣ​ດົມ​ ຣະ​ນະ​ຣິດ ແລະ​ສະ​ມາ​ຊິກ​ພັກ FUNCIPEC ​ທີ່​ນິ​ຍົມ​ກະ​ສັດ ຢ່າງ​ໄປ​ພ້ອມ​ກັນ ເຂົ້າ​ໄປ​ໃນ​ສະ​ພາ​ແຫ່ງ​ຊາດ ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ ຂອງ​ກຳ​ປູ​ເຈຍ, ວັນ​ທີ 28 ພະ​ຈິກ, 2018

ເຈົ້າຊາຍໂນໂຣ​ດົມ​ ຣະ​ນະ​ຣິດ (Norodom Ranariddh) ຂອງກໍາປູເຈຍ, ອະດີດນາຍົກລັດຖະມົນຕີ ແລະລູກຊາຍຂອງມື້​ລາງກະສັດ​ໂນໂຣ​ດົມ​ ສີ​ຫາ​ນຸ (Norodom Sihanouk) ໄດ້ເສຍຊີວິດໃນວັນອາທິດວານນີ້ທີ່ປະເທດຝຣັ່ງ, ທ່ານຂຽວ ກັນ​ຫາ​ຣິດ (Khieu Kanharith) ລັດຖະມົນຕີກະຊວງຖະແຫຼງ ຂ່າວໄດ້ປະກາດໃນເຟສບຸກຂອງ​ທ່ານ. ທ່ານລວມອາຍຸໄດ້ 77 ປີ, ຕາມການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP).

ທ່ານຂຽວ ກັນ​ຫາ​ຣິດ​ກ່າວ​ວ່າ ທ່ານ​ໄດ້​ຮູ້​ກ່ຽວ​ກັບ​ການ​ເສຍ​ຊີວິດຂອງ​ເພິ່ນ ​ຈາກ​ທ້າວອູມ ດາ​ຣາ​ວຸດ (Um Daravuth), ສະມາຊິກ​ທີ່​ຍັງ​ນ້ອຍ​ຢູ່​ຂອງ​ລາດຊະວົງ​ກຳປູ​ເຈຍ ໂດຍບໍ່​ໄດ້​ໃຫ້​ສາເຫດ​ຂອງ​ການ​ເສຍ​ຊີວິດແຕ່​ຢ່າງ​ໃດ.

ເຈົ້າ​ຣະ​ນະ​ຣິດ ມີອາການປ່ວຍ ຕັ້ງແຕ່ເກີດອຸປະຕິເຫດລົດຕຳ​ກັນໃນກຳປູເຈຍ ໃນປີ 2018. ຜູ້ຊ່ວຍຂອງ​ເຈົ້າຣະ​ນະ​ຣິດ ຜູ້ທີ່ກ່າວໂດຍບໍ່​ປະ​ສົງ​ບອກ​ນາມ ຍ້ອນວ່າບໍ່ໄດ້ຮັບອະນຸຍາດ ໃຫ້ເວົ້າກັບສື່ມວນຊົນ, ໂດຍກ່າວວ່າທ່ານໄດ້ໄປປາຣີໃນທ້າຍປີ 2019 ເພື່ອປິ່ນປົວກະ​ດູກ​ກະ​ໂພກຫັກ.

ໜ້າ​ທີ່​ການ​ງານຂອງເຈົ້າ​ຣະ​ນະ​ຣິດ ແມ່ນຢູ່ພາຍ​ໃຕ້ຮົ່ມເງົາຂອງບິ​ດາຂອງທ່ານ, ກະ​ສັດ​ສີ​ຫາ​ນຸທີ່​ໄດ້​ຮັບ​ຄວາມ​ນິ​ຍົມຊົມ​ຊອບ​ຈາກ​ປວງ​ຊົນ ແລະຄູ່ແຂ່ງທາງດ້ານການເມືອງທີ່ສະຫລາດ ແລະໂຫດຮ້າຍຂອງທ່ານ, ທ່ານ​ຮຸນ ເຊນ ຜູ້​ທີ່ທ່ານເຄີຍ ໄດ້ກຳ​ອຳ​ນາດ​ຮ່ວມ ກ່ອນທີ່ຈະ ຖືກຂັບໄລ່ອອກໄປ. ທ່ານ​ຮຸນ​ແຊນ​ຍັງ​ເປັນ​ນາ ຍົກລັດຖະມົນຕີຢູ່.

ເຈົ້າ​ຣະ​ນະ​ຣິດໄດ້​ຮັບຕໍາແຫນ່ງຂອງທ່ານໃນ​ນາມເປັນລູກຊາຍຂອງ ເຈົ້າ​ສີ​ຫາ​ນຸ ແຕ່ຂາດບຸກຄະລິກກະພາບທີ່ເດັ່ນຂອງພໍ່ຂອງທ່ານ ແລະຄວາມຄ່ອງ​ແຄ້​ວ ທາງດ້ານການເມືອງ. ນ້ອງ​ຊາຍ​ທີ່​ມີ​ຄົນ​ລະ​ແມ່ຂອງ​ເຈົ້າຣະ​ນະ​ຣິດ, ເຈົ້າ​ໂນໂຣ​ດົມ ສີ​ຫາ​ໂມ​ນີໄດ້ຂຶ້ນເປັນກະສັດໃນປີ 2004 ຫຼັງຈາກການສະ​ຫລະ​ບັນ​ລັງຂອງເຈົ້າ ​ສີ​ຫາ​ນຸ ຜູ້ທີ່ໄດ້ສິ້ນ​ພະ​ຊົນໃນປີ 2012. ຫນ້າເຟສບຸກຂອງເຈົ້າ​ສີ​ຫາ​ໂມ​ນີໄດ້ຢືນ ຢັນການເສຍຊີວິດຂອງເຈົ້າ​ຣະ​ນະ​ຣິດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG