ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ກຳປູ​ເຈຍ ຕົກລົງ ຈະສ້າງ​​​ ກ.ໝ. ຄຸ້ມຄອງ ການເງິນ ສຳລັບ ການເລືອກຕັ້ງ


ທ່ານ Son Chhay ຫົວໜ້າຄະນະເຈລະຈາ​ຂອງ​ພັກກູ້​ຊາດ​ກຳປູ​ເຈຍ ໃຫ້ສຳພາດກັບ VOA ພາສາຂະເໝນ
ທ່ານ Son Chhay ຫົວໜ້າຄະນະເຈລະຈາ​ຂອງ​ພັກກູ້​ຊາດ​ກຳປູ​ເຈຍ ໃຫ້ສຳພາດກັບ VOA ພາສາຂະເໝນ
ບັນດາພັກ​ການ​ເມືອງ​ທີ່ສຳຄັນໆຂອງກຳປູ​ເຈຍ ​ໄດ້​ເປີດ
​ການ​ເຈລະຈາ ​ເພື່ອ​ແກ້ໄຂສະພາບການ ບໍ່ໄປບໍ່ມາທາງ
ດ້ານການເມືອງ ທີ່ມີມາ ເປັນເວລາດົນນານ ແລ້ວນັ້ນ ​
ໂດຍ​ການ​ຕົກລົງ​ທີ່ຈະ​ສ້າງ​ຕັ້ງກົດໝາຍ​ເພື່ອຄຸ້ມຄອງ​ລະ
ບຽບການ ກ່ຽວກັບການໄດ້ຮັບ​ເງິນ​ສະໜັບສະ​ໜູນຂອງ
​ພັກ​ການ​ເມືອງຕ່າງໆ.

​ໃນ​ຖະ​ແຫຼ​ງການ​ຮ່ວມສະບັບນຶ່ງ​ ໂດຍ​ພັກປະຊາຊົນ​ກຳປູ​ເຈຍ
ຊຶ່ງເປັນພັກລັດຖະບານທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ປະຈຸ​ບັນ​ນີ້
ແລະ​ພັກ​ກູ້​ຊາດ​ກຳປູ​ເຈຍ ຊຶ່ງເປັນພັກຝ່າຍ​ຄ້ານ​ ໄດ້​ປະກາດ
ກ່ຽວກັບຂໍ້​ລິເລີ້ມດັ່ງກ່າວໃນ​ວັນຈັນ​ວານ​ນີ້.

​ແຕ່​ເຈົ້າໜ້າທີ່ຂອງ​ພັກ​ກູ້​ຊາດ​ກຳປູ​ເຈຍກ່າວ​ວ່າ ຍັງ​ມີເລື້ອງ​ການ​ປະຕິຮູບກ່ຽວກັບການ
​ເລືອກ​ຕັ້ງອື່ນໆ​ ທີ່​ພວກ​ເຂົາ​ເຈົ້າຕ້ອງ​ການຢາກ​ປຶກສາ​ຫາລືກັນ ໃນ​ການ​ໂອ​້ລົມ​ສົນທະ
ນາ ຊຶ່ງ​ຮວມທັງ ຍົກເລີກການເລືອກ​ຕັ້ງ​ ຫຼັງ​ຈາກ​ທີ່​ໄດ້​ປະລາ​ໄຊ​ ໃນການປ່ອນບັດ​ເມື່ອ​
ເດືອນ​ກໍລະກົດ ທີ່​ເຂົາເຈົ້າເວົ້າວ່າ ເຕັມໄປດ້ວຍ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ນັ້ນ.

ທ່ານ Son Chhay ຫົວໜ້າຄະນະເຈລະຈາ​ຂອງ​ພັກກູ້​ຊາດ​ກຳປູ​ເຈຍ ​ໄດ້​ກ່າວ​ວ່າ
ການ​ເຈລະຈາ​ກັນຕື່ມອີກ ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 10 ມີນາ​ຈະ​ມາ​ນີ້.

ທ່ານ Bin Khim ຜູ້ຕາງໜ້າຂອງ​ພັກປະຊາຊົນກຳປູ​ເຈຍ ​ທີ່ເຂົ້າຮ່ວມ​ການ​ເຈລະຈານັ້ນ
ກ່າວວ່າ ​ການ​ປະຕິ​ຮູບ​ໃດ​ໆກໍ​ຕາມ ຈະຂຶ້ນຢູ່ກັບສະພາແຫ່ງຊາດ.

ພັກ​ຝ່າຍ​ຄ້ານ ໄດ້ປະຕິ​ເສດ ບໍ່​ຍອມ​ເຂົ້າ​ຮັບ​ຕໍາຳແໜ່ງໃນ​ສະພາ ຫຼັງ​ຈາກ​ການ​ເລືອກ​ຕັ້ງ
​ໃນ​ເດືອນ​ກໍລະກົດ​ປີກາຍ​ນີ້ ​ແລະ​ກ່າວ​ຫາພັກ​ລັດຖະບານ​ວ່າ ສໍ້​ໂກງ​ຄະ​ແນນ​ສຽງ.

ນາຍົກລັດຖະມົນຕີ​ກຳປູ​ເຈຍ ທ່ານ Hun Sen ທີ່ສະໄໝການປົກຄອງຂອງທ່ານໄດ້
ຖືກຕໍ່ ອາຍຸດ້ວຍການເລືອກຕັ້ງດັ່ງກ່າວນີ້ ເວົ້າວ່າ ​ການ​ເລືອ​ກຕັ້ງ​ໃນຄັ້ງນີ້​ແມ່ນ​ເປັນ
​ການເລືອກຕັ້ງ ທີ່ເສລີແລະ​ທ່ຽງທໍາ..
XS
SM
MD
LG