ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ກຳປູເຈຍ ເວົ້າວ່າ ລັດຖະບານທະຫານ ມຽນມາ ມີສິດທີ່ຈະເຂົ້າຮ່ວມ ກອງປະຊຸມ ອາຊຽນ


ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ກ່າວຄຳປາໄສ ໃນລະຫວ່າງພິທີມອບສະໜາມບິນສາກົນ ພະນົມເປັນ, ໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ.
ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ ຮຸນ ເຊັນ ກ່າວຄຳປາໄສ ໃນລະຫວ່າງພິທີມອບສະໜາມບິນສາກົນ ພະນົມເປັນ, ໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ.

ອົງການຂ່າວ ຣອຍເຕີ ລາຍງານວ່າ ນາຍົກລັດຖະມົນຕີຂອງ ກຳປູເຈຍ ທ່ານ ຮຸນ ເຊັນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ທ່ານມີແຜນທີ່ຈະໄປຢ້ຽມຢາມ ມຽນມາ ສຳລັບການເຈລະຈາກັບກອງທັບທີ່ປົກຄອງປະເທດຂອງເຂົາເຈົ້າ ແລະ ໄດ້ກ່າວວ່າບັນດາເຈົ້າໜ້າທີ່ຂອງລັດຖະບານທະຫານ ຄວນຖືກເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມຂອງສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ.

ຖານະຂອງ ມຽນມາ ໃນການເປັນສະມາຊິກຂອງອົງການທີ່ມີ 10 ປະເທດນັ້ນແມ່ນໄດ້ກາຍເປັນຈຸດສູນກາງຂອງຄວາມສົນໃຈໂດຍການກໍ່ລັດຖະປະຫານໃນວັນທີ 1 ກຸມພາທີ່ຜ່ານມາ, ດ້ວຍຜູ້ນຳລັດຖະບານທະຫານ ທ່ານ ມິນ ອອງ ແລງ ບໍ່ໄດ້ຖືກເຊີນເຂົ້າຮ່ວມກອງປະຊຸມສຸດຍອດປະຈຳປີຂອງກຸ່ມບັນດາຜູ້ນຳໃນເດືອນຕຸລາທີ່ຜ່ານມາ ທີ່ຖືກຈັດໂດຍ ບຣູໄນ ຫຼັງຈາກບັນດາສະມາຊິກບໍ່ສາມາດທີ່ຈະບັນລຸຂໍ້ຕົກລົງນຳກັນ.

ແຕ່ທ່ານ ຮຸນ ເຊັນ ໄດ້ສະເໜີໃນວັນຈັນມື້ນີ້ວ່າ ໃນຂະນະທີ່ ກຳປູເຈຍ ເປັນເຈົ້າພາບຂອງກຸ່ມໃນພາກພື້ນດັ່ງກ່າວສຳລັບປີໜ້າ, ສະມາຊິກຂອງທັງໝົດ 10 ປະເທດຈະມີໜ້າໃນກອງປະຊຸມນັ້ນ.

ທ່ານໄດ້ກ່າວໃນຄຳເຫັນໃນລະຫວ່າງພິທີເປີດສຳລັບໂຄງການກໍ່ສ້າງທີ່ໄດ້ຮັບທຶນຈາກ ຈີນ ວ່າ “ມັນແມ່ນສະມາຊິກຄອບຄົວຂອງ ອາຊຽນ, ເຂົາເຈົ້າຕ້ອງມີສິດທີ່ຈະເຂົ້າຮ່ວມກອງປະຊຸມ.”

ລັດຖະມົນຕີການຕ່າງປະເທດທີ່ຖືກແຕ່ງຕັ້ງໂດຍກອງທັບຂອງ ມຽນມາ ຈະໄປຢ້ຽມຢາມ ກຳປູເຈຍ ໃນວັນອັງຄານມື້ອື່ນ, ແລະ ທ່ານ ຮຸນ ເຊັນ ໄດ້ກ່າວໃນຄຳປາໄສຂອງທ່ານວ່າ ທ່ານຢາກຈະໄປຢ້ຽມຢາມ ມຽນມາ ໃນໄວໆນີ້.

ທ່ານ ຮຸນ ເຊັນ ເວົ້າວ່າ “ມັນມີຄວາມເປັນໄປໄດ້ຢ່າງສູງ ທີ່ຂ້າພະເຈົ້າຈະໄປຢ້ຽມຢາມນະຄອນຫຼວງ ເນປີດໍ ເພື່ອພົບປະກັບນາຍພົນ ມິນ ອອງ ແລງ ເພື່ອເຮັດວຽກກັບທ່ານ. ຖ້າຂ້າພະເຈົ້າບໍ່ເຮັດວຽກກັບການນຳ, ແລ້ວຂ້າພະເຈົ້າຈະສາມາດເຮັດວຽກກັບໃຜ?”

ທ່ານ ຮຸນ ເຊັນ ໄດ້ອ້າງເຖິງສົນທິສັນຍາທີ່ມີມາດົນນານຂອງ ອາຊຽນ ກ່ຽວກັບ ການບໍ່ແຊກແຊງບັນຫາພາຍໃນຂອງກັນແລະກັນ, ໂດຍກ່າວຕື່ມວ່າ “ພາຍໃຕ້ກົດບັດ ອາຊຽນ, ບໍ່ມີໃຜມີສິດທີ່ຈະຂັບໄລ່ສະມາຊິກອື່ນ.”

ມຽນມາ ແມ່ນໄດ້ຕົກຢູ່ໃນວິກິດການນັບຕັ້ງແຕ່ທ່ານ ມິນ ອອງ ແລງ ໄດ້ໂຄ່ນລົ້ມລັດຖະບານພົນ ລະເຮືອນທີ່ນຳພາໂດຍເຈົ້າຂອງລາງວັນໂນແບລ ທ່ານນາງ ອອງ ຊານ ຊູ ຈີ ໃນວັນທີ 1 ກຸມພາທີ່ຜ່ານມາ.

XS
SM
MD
LG