ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ພັກຝ່າຍຄ້ານ ກຳປູເຈຍ ປະກາດ ລົງແຂ່ງຂັນ ໃນການເລືອກຕັ້ງ ປີ 2018


ສະມາຊິກສະພາແຫ່ງຊາດ ພັກກູ້ຊາດກຳປູເຈຍ ຫລື CNRP ທ່ານ Son Chhay, ກາງຊ້າຍ, ທ່ານ Mu Sochua, ກາງຂວາ, ຢືນກ່າວຖະແຫຼງ ຕໍ່ບັນການັກຂ່າວ ຮ່ວມກັນ.

ພັກ​ຝ່າຍ​ຄ້ານ​ກຳປູ​ເຈຍ​ກ່າວ​ວ່າ ຕົນ​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນການ​ເລືອກ​ຕັ້ງ​ໃນ​ປີໜ້າ
​ເຖິງ​ແມ່ນ​ວ່າ ຜູ້ນຳຂອງ​ພັກ​ໄດ້​ຖືກ​ຈັບ​ໃນ​ຂໍ້​ຫາຂາຍ​ຊາດ ​ແລະນາຍົກລັດ ຖະມົນຕີ
Hun Sen ຂົ່ມຂູ່​ທີ່​ຈະ​ຍຸບ​ພັກດັ່ງກ່າວ.

ທ່ານ Son Chhay ສະມາຊິກ​ອາວຸ​ໂສ​ຄົນນຶ່ງ​ຂອງ​ພັກ​ກູ້ຊາດກຳປູ​ເຈຍຊຶ່ງ​ເປັນ ພັກ
​ຝ່າຍ​ຄ້ານ ​ໄດ້ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ທ້າ​ທາຍ​ພັກ​ປະຊາຊົນກຳປູ​ເຈຍຊຶ່ງ​ເປັນ ລັດຖະ
ບານ ຂອງນາ​ຍົກ​ລັດຖະມົນ​ຕີ​ ​ໃນ​ວັນ​ອັງຄານ​ມື້​ນີ້ ​ລະຫວ່າງ​ກອງ​ປະຊຸມ​ຖ​ະ​ແຫຼງຂ່າວ
​ທີ່​ນະຄອນ​ພະນົມ​ເປັນ.

ຜູ້ນຳພັກ​ກູ້​ຊາດ ທ່ານ Kem Sokha ​ໄດ້​ຖືກ​ຈັບ​ໄປ​ຈາກ​ເຮືອນຂອງ​ທ່ານ ​ໃນ​ວັນ​ທີ 3 ກັນຍາຜ່ານ​ມາ ​ແລະ​ກ່າວ​ຫາ​ວ່າ​ຂາຍ​ຊາດ. ລັດຖະບານ​ກ່າວ​ວ່າ ຂໍ້​ຫາແມ່ນອີງ​ຕາມ
ຄຳ​ເວົ້າ​ຂອງທ່ານ Sokha ທີ່​ໄດ້​ບັນທຶກ​ໄວ້ ​ຢູ່ໃນ​ວີ​ດີ​ໂອ​ ​ເມື່ອ​ປີ 2013 ​ໃນ​ອັນ​ທີ່​ທ່ານ
ກ່າວ​ອ້າງ​ວ່າ​ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຈາກ​ສະຫະລັດ ​ເພື່ອ​ສ້າງ​ຂະ​ບວນການ​ສະໜັບ
ສະໜູນ​ປະຊາທິປະ​ໄຕ ຢູ່​ໃນ​ກຳປູ​ເຈຍ.

ທ່ານ Hun Sen ​ໄດ້ຂົ່ມຂູ່​ທີ່​ຈະ​ຍຸບພັກ​ກູ້​ຊາດ ຖ້າພັກ​ຫາກ​ແຊກ​ແຊງ​ຕາງໜ້າ ​ໃຫ້ທ່ານ
Kem Sokha.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Cambodia Election
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG