ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານກໍາປູເຈຍ ຮຽນວິທີການປະທ້ວງ ແບບບໍ່ໃຊ້ຄວາມຮຸນແຮງ (ວີດິໂອ/ສະໄລດ໌))


Cambodia Training
please wait
Embed

No media source currently available

0:00 0:02:59 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ສະມາຊິກປະມານ​ນຶ່ງ​ພັນ​ຄົນຂອງ​ພັກ​ຝ່າຍ​ຄ້ານ​ກໍາປູ​ເຈຍ​ໄດ້
​ພາກັນປະກອບສ່ວນໃນ​ການ​ເຝິກ​ແອບ ທໍາ​ການ​ປະ​ທ້ວງແບບ
​ສັນຕິ ບໍ່​ໃຊ້ຄວາມ​ຮຸນ​ແຮງ ​ເພື່ອ​ກຽມ​ສໍາລັບ​ການ​ໂຮມ​ຊຸມນຸມ​
ຢ່າງ​ຂະໜານ​ໃຫຍ່​ຂອງ​ພວກ​ເຂົາ​ເຈົ້າ ທີ່ຈະ​ມີ​ຂຶ້ນ​ໃນໄວໆ​ນີ້
​ເພື່ອ​ປະ​ທ້ວງຜົນການ​ເລືອກ​ຕັ້ງ​ຄັ້ງ​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ.

ບັ​ນ​ດາເຈົ້າ​ໜ້າ​ທີ່ຂອງ​ພັກ​ກູ້​ຊາດ​ກໍາປູ​ເຈຍ ພາກັນ​ສອນ​ໃຫ້​ພວກ​
ສະໜັບສະໜຸນເຂົາ​ເຈົ້າ ​ເຝິກ​ແອບວິທີການ​ບໍ່​ສະ​ແດງ​ປະຕິກິລິຍາ​
ຮຸນ​ແຮງ​ຕອບ​ໂຕ້​ຕໍ່​ການ​ກໍ່ກວນ​ຂອງ​ຕໍາຫລວດ ສອດສ່ອງ​ເບິ່ງຜູ້​
ທີ່​ອາດ​ຈະ​ເປັນ​ພວກ​ທີ່​ແຊກ​ຊືມ​ເຂົ້າ​ມາ​ໃນ​ຖັ້ນ​ແຖວ​ຂອງ​ເຂົາ​ເຈົ້າ ​
ແລະ​ຫລີກ​ເວ້ນ​ຈາ​ກການ​ໃຊ້​ພາສາ​ຫຍາບ​ຄາຍ.

ຫລັງ​ຈາ​ກການ​ເຝິກ​ແອບແລ້ວ ກໍ​ໄດ້​ມີ​ການ​ຮ້ອງ​ພວກ​ສະໜັບສະໜຸນພັກ ​ຂຶ້ນ​ມາ​ເ​ທິງເວທີ
ສະ​ແດງ​ໃຫ້​ເບິ່ງວິທີ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ມາ ​ໂດຍ​ມີ​ສະມາຊິກ​ຄົນ​ອື່ນໆ​ຂອງ​ພັກສະ​ແດງເປັນ
​ກໍາລັງ​ຮັກສາ​ຄວາມ​ສະ​ງົບ.

ລັດຖະບາ​ກໍາປູ​ເຈຍ​ໄດ້​ເອົາ​ທະຫານ​ອອກ​ປະ​ຈໍາ​ການ​ຢູ່​ໃນທົ່ວ​ນະຄອນຫລວງ​ພະນົມ​ເປັນ​
ລ່ວງ​ໜ້າ​ແຜນການ​ເດີນ​ຂະ​ບວນປະ​ທ້ວງ​ດັ່ງ​ກ່າວ ​ແລະ​ໄດ້​ເຕືອນ​ຕໍ່​ການ​ເຮັດ​ໃຫ້ການ​
ປະ​ທ້ວງກາຍ​ເປັນຄວາມ​ຮຸນ​ແຮງ.

ການ​ເຝິກ​ແອບ​ດັ່ງກ່າວ​ມີ​ຂຶ້ນ ຫລັງ​ຈາກ​ທີ່​ສະ​ພະ​ລັດຖະທໍາ​ມະນູນ​ໄດ້​ປະຕິ​ສດຄໍາ​ຮ້ອງ​
ຂອງຝ່າຍ​ຄ້ານ ທີ່​ຂໍ​ໃຫ້​ນັບ​ບັດ​ຄະ​ແນນ​ສຽງເລືອກ​ຕັ້ງ​ຄືນ​ໃໝ່ ຈາ​ກ​ບ່ອນ​ປ່ອນ​ບັດ 116 ​
ແຫ່ງ​ໃນ​ແຂວງ​ພະ​ຕະບອງ.

ຝ່າຍ​ຄ້ານ​ຂອງ​ກໍາປູ​ເຈຍ​ເວົ້າ​ວ່າ ພວກ​ຕົນ​ໄດ້ຊະນະ​ການ​ເລືອກ​ຕັ້ງຄັ້ງ​ເດືອນ​ກໍລະກົດ​ນັ້ນ ​
ໂດຍ​ໄດ້ກ່າວໂທດ​ວ່າ ມີການ​ສໍ້​ໂກງບັດ​ເລືອກ​ຕັ້ງຢູ່​ໃນ​ທົ່ວ​ປະ​ເທດ ຈຶ່ງ​ພາ​ໃຫ້​ຜົນ​ທີ່ອອກ​ມາ ​
ເຂົ້າ​ຂ້າງ​ຝ່າຍ​ລັດຖະບານ. ແຕ່​ພັກ​ປະຊາຊົນ​ກໍາປູ​ເຈຍ​ຂອງ​ລັດຖະບານ​ເວົ້າ​ວ່າ ຕົນຊະນະ​
ການ​ເລືອກ​ຕັ້ງ ​ແລະ​ໄດ້​ຮັບ​ບ່ອນ​ນັ່ງ​ສ່ວນ​ໃຫຍ່​ໃນ​ສະພາ.

XS
SM
MD
LG