ຜູ້ນຳຝ່າຍຄ້ານ ຂອງກຳປູເຈຍ ທ່ານ Sam Rainsy ເວລານີ້ກຳ
ລັງຢູ່ໃນສະຫະລັດເພື່ອຊອກຫາການສະໜັບສະໜຸນໃຫ້ແກ່ພັກ
ຂອງທ່ານ ແລະຮ້ອງຂໍໃຫ້ສະຫະລັດຊ່ອຍໄກ່ເກ່ຍການຂັດແຍ້ງ
ທາງການເມືອງໃນກຳປູເຈຍ ທີ່ໄດ້ເກີດຂຶ້ນໃນປີກາຍນີ້.
ໃນການໃຫ້ສຳພາດ ແກ່ວີໂອເອ ພະແນກພາສາຂະເໝນ ທີ່ນະ
ຄອນຫລວງວໍຊິງຕັນໃນອາທິດນີ້ທ່ານ Rainsy ກ່າວວ່າ ບັນດາ
ປະເທດຕ່າງໆ ເຊັ່ນສະຫະລັດ ຊ່ອຍຊຸກຍູ້ໃຫ້ມີການສ້າງຄວາມ
ປອງດອງຊາດ ແລະໄກ່ເກ່ຍໃຫ້ມີການຄືນດີກັນ ຕະຫລອດທັງການເລືອກຕັ້ງທີ່ເສລີແລະເປັນທຳ.
ທ່ານ Rainsy ພວມລີ້ໄພຢູ່ໃນຕ່າງປະເທດ ໂດຍປະເຊີນໜ້າກັບການຖືກໂທດຈຳຄຸກໃນ
ຂໍ້ຫາຄວາມຜິດທາງອາຍາກ່ຽວກັບການໃສ່ຮ້າຍປ້າຍສີຖ້າຫາກທ່ານເດີນທາງກັບຄືນປະເທດໃນອັນທີ່ພວກສະໜັບສະໜຸນທ່ານກ່າວວ່າເປັນຄະດີການເມືອງນັ້ນ. ໃນຂະນະດຽວ
ກັນ ພັກກູ້ຊາດກຳປູເຈຍຂອງທ່ານ ພວມກະກຽມ ໃສ່ການເລືອກຕັ້ງທ້ອງຖິ່ນ ໃນປີ 2017
ແລະການເລືອກຕັ້ງແຫ່ງຊາດນຶ່ງປີຫຼັງຈາກນັ້ນ.
ທ່ານ Rainsy ກ່າວຕໍ່ວີໂອເອ ພາກພາສາຂະເໝນວ່າ ຄະນະກຳມະການເລືອກຕັ້ງແຫ່ງຊາດຊຸດໃໝ່ຊຶ່ງປະກອບດ້ວຍບັນດາສະມາຊິກທີ່ເລືອກໂດຍພັກຝ່າຍຄ້ານແລະພັກການ
ເມືອງຂອງລັດຖະບານນັ້ນ ຄວນຖືວ່າເປັນທີ່ໜ້າເຊື່ອຖື ແລະ ຈະສະໜອງໃຫ້ມີຂັ້ນຕອນ
ການເລືອກຕັ້ງທີ່ດີຂຶ້ນ.