ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳພັກຝ່າຍຄ້ານ ຂອງກຳປູເຈຍ ຖືກຕັດສິນລົງໂທດ ໃຫ້ຈຳຄຸກ 27 ປີ ໃນຂໍ້ຫາທໍລະຍົດຕໍ່ຊາດ


ທ່ານເຂັມ ໂສກາ ຜູ້ສ້າງຕັ້ງພັກກູ້ຊາດກຳປູເຈຍ (Cambodia National Rescue Party), ພວມນົມມືທັກທາຍຄົນ ຈາກລົດຂອງທ່ານ ຢູ່ໜ້າບ້ານ ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 3 ມີນາ 2023.
ທ່ານເຂັມ ໂສກາ ຜູ້ສ້າງຕັ້ງພັກກູ້ຊາດກຳປູເຈຍ (Cambodia National Rescue Party), ພວມນົມມືທັກທາຍຄົນ ຈາກລົດຂອງທ່ານ ຢູ່ໜ້າບ້ານ ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ, ວັນທີ 3 ມີນາ 2023.

ສານແຫ່ງນຶ່ງຂອງກຳປູເຈຍ ໄດ້ພົບເຫັນວ່າຜູ້ນຳຂັ້ນສູງຂອງຝັກຝ່າຍຄ້ານ ທ່ານ ເຂັມ ໂສກາ ມີຄວາມຜິດ ໃນຂໍ້ຫາທໍລະຍົດຕໍ່ຊາດ ໃນວັນສຸກມື້ນີ້ ແລະ ໄດ້ຖືກຕັດສິນລົງໂທດ ໃຫ້ຈຳຄຸກ 27 ປີ.

ສານນະຄອນຫຼວງພະນົມເປັນ ໄດ້ກ່າວວ່າ ທ່ານໂສກາ ໄດ້ສົມຮູ້ຮ່ວມຄິດກັບ ມະຫາອຳນາດຕ່າງປະເທດ ເພື່ອໂຄ່ນລົ້ມລັດຖະບານຂອງນາຍົກລັດຖະມົນຕີ ຮຸນ ເຊັນ ຊຶ່ງເປັນສິ່ງທີ່ທ່ານໂສກາ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ.

ທ່ານໂສກາ ໄວ 69 ປີ ມີເວລານຶ່ງເດືອນທີ່ຈະຂໍອຸທອນຕໍ່ຄຳຕັດສິນແລະການລົງໂທດດັ່ງກ່າວ. ທ່ານໄດ້ຖືກກັກບໍ​ລິ​ເວນໃນທັນທີ ບ່ອນທີ່ທ່ານຈະບໍ່​ໄດ້​ຮັບອະນຸຍາດໃຫ້ພົບປະກັບຜູ້ໃດ ຍົກເວັ້ນແຕ່ສະມາຊິກຄອບຄົວຂອງທ່ານເທົ່ານັ້ນ.

ທ່ານໂສກາ ເປັນຜູ້ສ້າງຕັ້ງພັກກູ້ຊາດກຳປູເຈຍ ຊຶ່ງໄດ້ຖືກສານສູງສຸດສັ່ງໃຫ້ຍຸບ ພາຍໃນສອງເດືອນ ຫຼັງຈາກທີ່ທ່ານໄດ້ຖືກຈັບກຸມ ໃນປີ 2017.

ທ່ານດັບໂບຢູ ແພັດທຣິກ ເມີຟີ ເອກອັກຄະລັດຖະທູດສະຫະລັດ ປະຈຳກຳປູ ເຈຍ ໄດ້ຕ້ອງຕິການດຳເນີນຄະດີ ແລະການຕັດສິນລົງໂທດຕໍ່ທ່ານໂສກາ ໂດຍເອີ້ນສິ່ງເຫຼົ່ານັ້ນວ່າ “ຄວາມລົ້ມແຫຼວຂອງຄວາມຍຸຕິທຳ.”

ທ່ານຈັກ ໂສພຽບ ຜູ້ອຳນວຍການບໍລິຫານສູນກາງເພື່ອສິດທິມະນຸດຂອງກຳປູ ເຈຍ ໄດ້ກ່າວວ່າ ການດຳເນີນຄະດີຂອງທ່ານໂສກາ ເປັນຕົວຢ່າງຂອງ “ບັນຫາທີ່ເປັນຕາຢ້ານ​ຂອງລະບົບຍຸຕິທຳ ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງລັດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG