ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳຝ່າຍຄ້ານກຳປູເຈຍ ເດີນທາງກັບຄືນປະເທດ ທ່າມກາງ ຄວາມເຄັ່ງຕຶງ ດ້ານການເມືອງ (ວີດີໂອ/ສະໄລດ໌)


ምብጻሕ ርእሰ-ሊቃነ ጳጳስ ፍራንሰስ አብ መዓስከር ስደተኛታት ባንጒ,ሪፓብሊክ ማእከላይ አፍሪቃ
ምብጻሕ ርእሰ-ሊቃነ ጳጳስ ፍራንሰስ አብ መዓስከር ስደተኛታት ባንጒ,ሪፓብሊክ ማእከላይ አፍሪቃ

ທ່ານ​ຊຳ ​ເຣນສີ ຜູ້ນຳ​ຝ່າຍ​ຄ້ານ​ກຳປູ​ເຈຍ ​ໄດ້ກັບ​ຄືນ​ຈາ​ກການ​
ເດີນທາງຢ້ຽມຢາມ​ຕ່າງປະ​ເທດ​ແລ້ວ ລຸນ​ຫຼັງ​ຄວາມ​ເຄັ່ງ​ຕຶງ​ດ້ານ
​ການ​ເມືອງ ທີ່ເພີ່ມ​ທະວີ​ຂຶ້ນ ​ແລະ​ການ​ຈັບ​ກຸມ​ສະມາຊິກ 8 ຄົນ​
ຂອງ​ພັກການ​ເມືອງ​ຂອງ​ທ່ານ.

ທ່ານ​ຊຳ​ ເຣນສີ ທີ່​ເປັນ​ຄູ່​ສັດຕູ​ກັບ​ນາຍົກລັດຖະມົນຕີຮຸນ​ແຊນ
ມາ​ເປັນ​ເວລາ​ດົນ​ນານ ​ໄດ້​ຮັບ​ການ​ຕ້ອນຮັບ​ທີ່​ນະຄອນຫຼວງພະ
ນົມ​ເປັນ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ພວກ​ສະໜັບສະໜຸນ​ທ່ານ​ຫຼາຍ​
ພັນ​ຄົນ ​ແລະໄດ້ຮຽກຮ້ອງ​ໃຫ້​ມີການ​ແກ້​ໄຂ ​ບັນຫາ​ການ​ເມືອງ​
ຂອງ​ປະ​ເທດ​ທີ່​ຕົກ​ຢູ່​ໃນ​ສະພາບ​ການ​ບໍ່​ໄປ​ບໍ່​ມາ​ນັ້ນ.

ການ​ກັບ​ຄືນ​ປະ​ເທດຂອງ​ທ່ານ ມີ​ຂຶ້ນ​ກ່ອນ​ວັນ​ຄົບຮອບ​ນຶ່ງ​ປີ​ ຂອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ
ທີ່​ພັກ​ຂອງ​ທ່ານ​ຊຳ​ ເຣນສີ ຄື​ພັກກູ້ຊາດ​ກຳປູ​ເຈຍ ຫຼື CNRP ກ່າວ​ວ່າ ​ເຕັມ​ໄປ​ດ້ວຍ​ການ​ສໍ້​ໂກງ​ບັດເລືອກ​ຕັ້ງ​ນັ້ນ. ພັກ CNRP ທີ່​ບໍ່​ຍອມຮັບ​ເອົາ​ບ່ອນ​ນັ່ງ​ໃນ​ສະພາ​ນັ້ນ ​ໄດ້​ເຂົ້າ​ພົວພັນ​
ໃນການສົນທະນາ​ກັນ​ມາ​ກັບ​ພັກປະຊາຊົນ​ກຳປູ​ເຈຍ ຫຼື CPP ທີ່​ປົກຄອງ​ປະເທດ ​ຢູ່​ໃນ
ປັດຈຸບັນ.

cambodiapolitics20july14
please wait

No media source currently available

0:00 0:00:42 0:00

ແຕ່​ການ​ໂອ້​ລົມ​ສົນທະນາ​ກັນ​ດັ່ງກ່າວ ​ໄດ້​ຕົກ​ຢູ່​ໃນ​ສະພາບ​ທີ່ບໍ່​ແນ່ນອນ ໃນ​ສັບປະດານີ້ ​
ເວລາ ​ບັນດາ​ເຈົ້າ​ໜ້າ​ທີ່​ຕັ້ງ​ຂໍ້ຫາ​ຢ່າງ​ເປັນ​ທາງ​ການຕໍ່​ພວກ​ສະມາ​ຊິກ​ 8 ຄົນ​ໃນ​ພັກ CNRP
ຂອງ​ທ່ານ​ຊຳ​ ເຣນສີ ​ໃນຖານ ກໍ່​ການ​ກະບົດ ​ແລະ​ຍຸຍົງ​ສົ່ງ​ເສີມ ​ຫຼັງ​ຈາກ​ເກີດ​ການ​ປະ​ທະ
​ກັນ​ຫລາຍ​ບັ້ນ​ທີ່​ຮຸນ​ແຮງ ລະຫວ່າງ​ພວກ​ປະ​ທ້ວງ​ແລະ​ພວກເຈົ້າໜ້າ​ທີ່​ລັດຖະບານ​.

ພາບການປະທ້ວງ ຢູ່ກຳປູເຈຍ:

XS
SM
MD
LG