ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ​ຝ່າຍ​ຄ້ານ​ກຳປູ​ເຈຍ​ ຖືກກ່າວຫາວ່າ ທໍລະຍົດຢ່າງເປັນທາງການ


ຜູ້ນຳ​ຝ່າຍ​ຄ້ານ​ກຳປູ​ເຈຍ​ ທ່ານ Kem Sokha ປະທານພັກ Cambodia National Rescue Party, ກຳລັງໄປເຖິງ
ບ່ອນໂຮມຊຸມນຸມທີ່ນະຄອນພະນົມເປັນ, 2 ພຶດສະພາ, 2017.
ຜູ້ນຳ​ຝ່າຍ​ຄ້ານ​ກຳປູ​ເຈຍ​ ທ່ານ Kem Sokha ປະທານພັກ Cambodia National Rescue Party, ກຳລັງໄປເຖິງ ບ່ອນໂຮມຊຸມນຸມທີ່ນະຄອນພະນົມເປັນ, 2 ພຶດສະພາ, 2017.

ຜູ້ນຳ​ຝ່າຍ​ຄ້ານ​ກຳປູ​ເຈຍ​ ທ່ານ Kem Sokha ​ໄດ້​ຖືກກ່່່າວຫາ​ຢ່າງ​ເປັນ​ທາງ​ການ​ວ່າ
ທໍລະຍົດ ​ແລະຈະ​ປະ​ເຊີນ​ໜ້າ​ກັບໂທດຕິດ​ຄຸກ ລະຫວ່າງ 15 ຫາ 30 ປີ ຖ້າ​ຫາກ​ພົບ​ເຫັນ
​ວ່າມີ​ຄວາມ​ຜິດ.

ສານແຫ່ງນຶ່ງ​ໃນ​ນະຄອນຫຼວງ​ພະນົມ​ເປັນ ​ໄດ້​ປະກາດ​ໄປ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ຜູ້ນຳ​
ຝ່າຍ​ຄ້ານພັກ NRP ກຳປູ​ເຈຍ ​ໄດ້​ຖືກ​ກ່າວ​ຫາ​ວ່າ ສົມຮູ້​ຄ່ວມຄິດ​ກັບ​ຕ່າງ​ຊາດ ​ເພື່ອທຳ
ລາຍ​ລັດຖະບານ.

​ທ່ານ Sokha ​ໄດ້​ຖືກ​ຈັບ​ກຸມ​ ໃນ​ວັນ​ອາທິດ​ຜ່ານ​ມາ​ ​ໃນ​ການບຸກ​ກວດ​ຄົ້ນ​ບ້ານ​ຂອງ​ຜູ້ກ່ຽວ
ພ້ອມ​ທັງພວກອາລັກຂາ​ສ່ວນ​ຕົວ ອີງ​ຕາມ​ຂໍ້ຄວາມ​ທີ່​ຂຽນ​ລົງ​ໃນ Twitter ຂອງ​ລູກ​ສາວ
​ຂອງເພິ່ນ ຄືທ່ານ​ນາງ Kem Monovithya. ລັດຖະບານ​ກ່າວ​ວ່າ ຕົນໄດ້​ເຂົ້າ​ຈັບ​ກຸມ
ທ່ານ Sokha ຍ້ອນ​ຄວາມ​ເຫັນ​ຂອງ​ທ່ານ ທີ່​ໄດ້​ຖ່າຍ​ທອດ​ອອກ​ອາກາດ​ທາງ​ໂທລະພາບ ​ໂດຍຕາ​ໜ່າງສື່​ເອກ​ກະ​ຊົນຂອງກຳປູເຈຍ ທີ່​ມີ​ສຳ​ນັກ​ງານ​ຢູ່ນະຄອນ Melbourne
ປະ​ເທດ ອອສ​ເຕຣ​ເລຍ. ​ພາບໃນ​ວີ​ດີ​ໂອດັ່ງກ່າວ ທີ່​ໄດ້​ບັນ​ທຶກໄວ້ຕັ້ງແຕ່​ປີ 2013
ຊຶ່ງທ່ານ Sokha ​ໄດ້​ອ້າງວ່າທ່ານ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຈາກ​ສະຫະລັດ ​ເພື່ອໃຫ້ກໍ່ຕັ້ງ
ຂະບວນການ​ເພື່ອ​ປະຊາທິປະ​ໄຕຂຶ້ນມາ​ໃນ​ກຳປູ​ເຈຍ.

ຂໍ້ຄວາມ​ທີ່​ຂຽນ​ລົງ​ໃນ​ Twitter ຂອງ​ທ່ານ​ໃນ​ວັນ​ຈັນ​ວານ​ນີ້​ເວົ້າວ່າ: “ຂ້າພະ​ເຈົ້າ​ອາດ​ຈະ
ສູນ​ເສຍ​ສິດ​ເສ​ລິ​ພາບ​ຂອງຂ້າພະເຈົ້າໄປ, ​ແຕ່​ຫວັງວ່າ ເສຣີພາບ​ຈະ​ບໍ່​ຕາຍຈາກ
ກຳປູ​ເຈຍ ໄປ​ ​ຈັກເທື່ອ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG