ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳຝ່າຍຄ້ານ ກ່າວວ່າ ກຳປູເຈຍ ຕົກຢູ່ໃນ ສະພາບຢຸດສະງັກ ໃນດ້ານການເມືອງ


ນາງ Sarah Williams ນັກຂ່າວວີໂອເອ ໂອ້ລົມກັບທ່ານ Sam Rainsy, ຜູ້ນຳຝ່າຍຄ້ານກຳປູເຈຍ
ວັນທີ 17 ຕຸລາ, 2013
ນາງ Sarah Williams ນັກຂ່າວວີໂອເອ ໂອ້ລົມກັບທ່ານ Sam Rainsy, ຜູ້ນຳຝ່າຍຄ້ານກຳປູເຈຍ ວັນທີ 17 ຕຸລາ, 2013
ທ່ານ Sam Rainsy ຜູ້ນໍາ​ຝ່າຍ​ຄ້ານກໍາປູ​ເຈຍ ກ່າວ​ວ່າ ປະ​
ເທດ​ຂອງ​ທ່ານ​ໄດ້​ເຖິງ​ຈຸດຢຸດ​ສະງັກທາງ​ດ້ານການ​ເມືອງ
ແລະ​ກໍາລັງ​ຮຽກຮ້ອງ​ໃຫ້​ໂຈະ​ການ​ຊ່ວຍ​ເຫລືອ​ຈາກ​ນາໆ​ຊາດ
​ແກ່​ລັດຖະບານ​ພະນົມ​ເປັນ.

ທ່ານ Rainsy ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ໃນ​ລະຍະ​ການ​ຢ້ຽມຢາມ
ກຸງ​ວໍ​ຊິງ​ຕັນ ບ່ອນ​ທີ່​ທ່ານ​ພະຍາຍາມ​ຊັກ​ຊວນບັນດາ​ເຈົ້າ​ໜ້າ​ທີ່
ສະຫະລັດ​ແລະ​ອຶ່ນໆ​ເພື່ອ​ກົດ​ດັນນາຍົກລັດຖະມົນຕີ Hun Sen
ອະນຸຍາດ​ໃຫ້ສືບສວນ​ຢ່າງ​ເປັນອິດ​ສະລະກ່ຽວ​ກັບ​ການ​ປະ​ທ້ວງ
ການ​ປ່ອນ​ບັດ​ໃນ​ເດືອນກໍ​ລະ​ກົດນັ້ນ.

​ເຖິງ​ແມ່ນວ່າ​ຜົນ​ການ​ເລືອກ​ຕັ້ງ​ທີ່​ເປັນ​ທາ​ງການ ສະ​ແດງ​ໃຫ້ເຫັນ​ວ່າ ພັກກູ້ຊາດຂອງ
ທ່ານ Rainsy ໄດ້​ຮັບ​ຄະ​ແນນ​ຢ່າງ​ຫລວງຫລາຍ​ໃນ​ການ​ເລືອກ​ຕັ້ງ ບັນດາຜູ້​ແທນ
​ສະພາຝ່າຍ​ຄ້ານໄດ້​ພາກັນ​ປະຕິ​ເສດ ​ບໍ່​ເຂົ້າ​ຮັບບ່ອນ​ນັ່ງ​ໃນ​ສະພາ​ ​ໂດຍ​ອ້າງ​ວ່າ ພັກ​
ທີ່ປົກຄອງ​ປະ​ເທດມາຍາວ​ນານ​ນັ້ນ ​ໄດ້​ສໍ້​ໂກງ​ຄະ​ແນນ​ສຽງ.

ລຸນ​ຫຼັງ​ການ​ພົບ​ປະ​ກັບຮອງ​ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ William Burns ​ແລ້ວ ທ່ານ Rainsy ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ ຫລາຍໆ​ຄົນ​ໃນວໍ​ຊິງຕັນຍັງພາກັນ​ເຫັນ​ອົກ
​ເຫັນໃຈ​ໃນ​ໜ້າ​ທີ່ຕໍ່າ​ແໜ່​ງ​ຂອງ​ທ່ານຢູ່.
XS
SM
MD
LG