ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ພັກຝ່າຍຄ້ານ ກຳປູເຈຍ ຫຼົບໜີ ອອກຈາກປະເທດ


ສະພາຊິກສະພາແຫ່ງຊາດ ທ່ານນາງ Mu Sochua ຍິ້ມກ່ອນການກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ພັກຂອງທ່ານນາງ. ນະຄອນຫຼວງ ພະນົມເປັນ, ກຳປູເຈຍ. 8 ກັນຍາ, 2013.
ສະພາຊິກສະພາແຫ່ງຊາດ ທ່ານນາງ Mu Sochua ຍິ້ມກ່ອນການກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ພັກຂອງທ່ານນາງ. ນະຄອນຫຼວງ ພະນົມເປັນ, ກຳປູເຈຍ. 8 ກັນຍາ, 2013.

ສະມາຊິກສະພາພັກຝ່າຍຄ້ານ ກຳປູເຈຍ ຄົນສຳຄັນຜູ້ນຶ່ງ ໄດ້ຫຼົບໜີ ອອກຈາກປະເທດ
ຫຼັງຈາກລາວໄດ້ຖືກເຕືອນວ່າລາວປະເຊີນກັບການຖືກຈັບເຂົ້າຄຸກ ໃນການເຊື່ອມໂຍງ
ກັບການຖືກກ່າວຫາວ່່າ ວາງແຜນໂຄ່ນລົ້ມລັດຖະບານ.

ທ່ານນາງ Mu Sochua ຮອງປະທານຂອງພັກກູ້ຊາດ ກຳປູເຈຍ ຫຼື CNRP ໄດ້ໜີ
ອອກຈາກນະຄອນຫຼວງ ພະນົມເປັນ ໃນວັນອັງຄານ ວານນີ້, ນຶ່ງມື້ຫຼັງຈາກນາຍົກລັດ
ຖະມົນຕີ ຮຸນ ເຊນ ໄດ້ປະຕິຍານວ່າ ຈະເອົາມາດຕະການ ກັບຄົນອື່ນໆ ຜູ້ທີ່ອາດມີ
ສ່ວນຮ່ວມໃນການກ່າວຫາວ່າວາງແຜນໂຄ່ນລົ້ມລັດຖະບານ.

ຫົວໜ້າພັກ CNRP ທ່ານ Kem Sokha ໄດ້ຖືກຈັບຢູ່ບ້ານຂອງລາວ ໃນວັນທີ 3 ກັນ
ຍາທີ່ຜ່ານມາ ໃນຂໍ້ຫາຂາຍຊາດ. ລັດຖະບານໄດ້ກ່າວວ່າ ຂໍ້ກ່າວຫາຕ່າງໆ ແມ່ນອີງ
ໃສ່ຄຳເຫັນ ຂອງທ່ານ Kem Sokha ທີ່ໄດ້ກ່າວໃນວິດີໂອ ຢ້ອນກັບໄປເມື່ອປີ 2013,
ເຊິ່ງລາວໄດ້ອ້າງວ່າໄດ້ຮັບການຊ່ວຍເຫຼືອຈາກ ສະຫະລັດ ເພື່ອສ້າງຂະບວນການ
ສະໜັບສະໜູນປະຊາທິປະໄຕໃນ ກຳປູເຈຍ.

ທ່ານນາງ Kem Monovithya ເຈົ້າໜ້າທີ່ລະດັບສູງຂອງພັກ CNRP ໄດ້ກ່າວໃນ
Twitter ໃນຕອນແລງຂອງວັນອັງຄານວານນີ້ວ່າ ທ່ານ ນາງ Mu Sochua ໄດ້ຫຼົບ
ໜີຫຼັງຈາກໄດ້ຮັບຄຳເຕືອນຈາກເຈົ້າໜ້າທີ່ ອາວຸໂສຂອງລັດຖະບານ. ສະມາຊິກຂອງ
ພັກ CNRP ເກືອບເຄິ່ງນຶ່ງ ໄດ້ຫຼົບໜີອອກຈາກປະເທດກຳປູເຈຍ ຫຼັງຈາກການຈັບ
ກຸມທ່ານ Kem Sokha.

ການຈັບກຸມທ່ານ Sokha ໄດ້ມີຂຶ້ນ ທ່າມກາງການປາບປາມຄັ້ງໃຫຍ່ຕໍ່ສື່ມວນຊົນອິດ
ສະຫຼະ ແລະກຸ່ມປົກປ້ອງສິດທິມະນຸດຕ່າງໆໃນ ກຳປູ ເຈຍ. ການປາບປາມດັ່ງກ່າວ
ແມ່ນຈະແຈ້ງວ່າເປັນຄວາມພະຍາຍາມຂອງນາຍົກລັດຖະມົນຕີຜະເດັດການ ຮຸນ ເຊນ
ເພື່ອລະງັບການອອກ ສຽງຄັດຄ້ານຕ່າງໆ ກ່ອນການເລືອກຕັ້ງໃນປີໜ້າ ພ້ອມດ້ວຍ
ເປົ້າໝາຍທີ່ຈະຂະຫຍາຍການກຳອຳນາດຂອງທ່ານ. ອອກເປັນສາມທົດສະວັດ

ລັດຖະບານຂອງທ່ານ ຮຸນ ເຊັນ ເກືອບສູນເສຍອຳນາດໃນການເລືອກ ຕັ້ງແຫ່ງຊາດ
ຄັ້ງທີ່ຜ່ານມາ ເມື່ອປີ 2013, ແລະການສະໜັບສະໜູນຕໍ່ ພັກຝ່າຍຄ້ານແມ່ນກຳລັງ
ເພີ່ມຂຶ້ນ ໂດຍສະເພາະໃນໝູ່ພວກຊາວໜຸ່ມຂອງ ກຳປູເຈຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG