ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານກໍາປຸເຈຍ ແລະລັດຖະບານ ຕ່າງກໍພາກັນສະຫລອງ ວັນສິດທິມະນຸດສາກົນ


ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Sam Rainsy ຜູ້​ທີ່​ເປັນ​ປະທານ ພັກກູ້
​ຊາດ​ກໍາປູ​ເຈຍ (CNRP) ​ໄດ້​ນໍາພາ​ຝູງ​ຊົນ ​ເດີນຂະບວນປະທ້ວງ ໃນວັນສິດທິມະນຸດສາກົນ, ທີ 10 ທັນວາ 2013ໃ
ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Sam Rainsy ຜູ້​ທີ່​ເປັນ​ປະທານ ພັກກູ້ ​ຊາດ​ກໍາປູ​ເຈຍ (CNRP) ​ໄດ້​ນໍາພາ​ຝູງ​ຊົນ ​ເດີນຂະບວນປະທ້ວງ ໃນວັນສິດທິມະນຸດສາກົນ, ທີ 10 ທັນວາ 2013ໃ
ຜູ້​ສະໜັບສະໜູນຝ່າຍ​ຄ້ານ​ກໍາ​ປູ​ເຈຍ ພ້ອມ​ດ້ວຍບັນດາ​ນັກ​
ເຄື່ອນ​ໄຫວ ຫລາຍພັນ​ຄົນ ພາກັນ​ເດີນ​ຂະ​ບວນ​ໃນກຸງ​ພະນົມ​
ເປັນ ​ໃນ​ວັນ​ອັງຄານ​ວ່າ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍ ວັນ​ສິດທິ​ມະນຸດ​
ສາກົນ ​ແລະ​ຮ້ອງ​ໃຫ້ມີ​ການ​ປ່ຽນ​ແປງ ​ໃນ​ສະພາບ​ການດ້ານ​
ສິດທິ​ມະນຸດ​ຂອງ​ປະ​ເທດ.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Sam Rainsy ຜູ້​ທີ່​ເປັນ​ປະທານ ພັກກູ້
​ຊາດ​ກໍາປູ​ເຈຍ (CNRP) ​ໄດ້​ນໍາພາ​ຝູງ​ຊົນ​ທີ່​ສະໜັບສະໜູນ
ພັກ​ຂອງ​ທ່ານ ຈໍານວນ 6000 ຄົນ ​ເດີນ​ຂະ​ບວນຜ່ານ​ນະຄອນ
​ຫລວງ ​ເຖິງ​ແມ່ນ​ວ່າໄດ້​ຮັບ​ຄໍາ​ເຕືອນ​ຈາກ​ພວກ​ເຈົ້າ​ໜ້າ​ທີ່ ບໍ່​ໃຫ້
​ລົງ​ສູ່​ຖະໜົນຫົນທາງ​ກໍ​ຕາມ.

ພວກ​ປະ​ທ້ວງ ຮວມ​ທັງ ຮອງ​ປະທານ ພັກກູ້ຊາດ​ກໍາປູ​ເຈຍ ທ່ານ
Kem Sokha ​ໄດ້​ໃຊ້​ການ​ເດີນ​ຂະບວນ ຮຽກຮ້ອງ​ໃຫ້ ນາຍົກລັດ
ຖະ ມົນຕີ Hun Sen ລາ​ອອກ​ຈາກ​ຕໍາແໜ່ງ. ທ່ານ​ກ່າວ​ວ່າ:

“ພວກ​ເຮົາ ປະຊາຊົນ​ກໍາປູເຈຍ ຕ້ອງການ​ປ່ຽນ​ຜູ້ນໍາ​ຄົນ​ປັດຈຸບັນ.
ປະຊາຊົນສ່ວນ​ໃຫຍ່ໄດ້​ພາກັນຕັດສິນ​ໃຈ​ໃຫ້​ປ່ຽນ​ແປງ ​ແຕ່​ວ່າ ຜົນການ ​ປ່ອນ​ບັດ​ໄດ້ “ຖືກ
ຂະໂມ​ຍ" ໄປໃນການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກໍລະກົດນັ້ນ. ຖ້າ​ຫາກ​ວ່າ​ເຂົາ​ເຈົ້າພາກັນຂະໂມ​ຍ
ເອົາຄະ​ແນນ​ຂອງ ພັກ​ກູ້ຊາດກໍາປູ​ເຈຍ​ໄປ ກໍ​ໝາຍ​ຄວາມວ່າ ​ເຂົາ​ເຈົ້າ​ພາກັນ​ລັກ​ເອົາເງິນ
​ຂອງ​ລັດ​ຖະກອນ ຂອງ​ພະນັກງານລັດຖະບານ​ ​ແລະ​ທະຫານ​ຂອງ​ພວກ​ເຮົາ​ໄປ.”

ຝ່າຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສື​ບສວນ ​ໂດຍ​ອົງການ​ທີ່​ເປັນເອກ​ກະລາດ ​ກ່ຽວ​ກັບ​ຂໍ້​ຫາ​
ການ​ສໍ້​ໂກງການເລືອກ​ຕັ້ງ​ນັ້ນ.

ນັກຟ້ອນສະແດງ ໃນການສະຫລອງ ວັນສິດທິມະນຸດສາກົນ ຢູ່ກໍາປູເຈຍ.
ນັກຟ້ອນສະແດງ ໃນການສະຫລອງ ວັນສິດທິມະນຸດສາກົນ ຢູ່ກໍາປູເຈຍ.

​ໂຄງການ​ພັດທະນາ​ຕ່າງໆ ທີ່​ໄດ້​ຂັບ​ໄລ່​ພວກຄົນທຸກ​ຢູ່​ໃນ​ເມືອງ
​ແລະ​ນອກ​ເມຶ​ອງ​ໃນ​ເຂດ​ຊົນນະບົດ ອອກ​ຈາກ​ດິນ​ທີ່​ພວກ​ເຂົາ
​ເຈົ້າ​ໄດ້ຢູ່​ອາ​ໄສ​ມາ​ນັ້ນ ກໍ​ຢູ່​ໃນ​ຄວາມ​ຄິດ​ຂອງ​ພວກ​ປະ​ທ້ວງ​
ຈໍານວນ​ນຶ່ງ.

​ເຖິງແມ່ນໄດ້ມີ​ການ​ເຕືອນ​ຈາກ​ຕໍາຫລວດ ພວກໜ່ວຍ​ຮັກສາ
​ຄວາມ​ປອດ​ໄພ ​ກໍໄດ້​ອະນຸຍາດ​ໃຫ້​ເດີນ​ຂະ​ບວນຕໍ່​ໄປ ຊຶ່ງ​ໄດ້
ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນແບບ​ຮ້າຍ​ແຮງ ທີ່​ໄດ້​ເປັນ​ຂີດ
ໝາຍ​ການ​ເດີນ​ຂະ​ບວນຫລາຍໆຄັ້ງ​ຜ່ານ​ມາ​ໃນກໍາ​ປູ​ເຈຍນັ້ນ.

​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ກໍ​າປູ​ເຈຍ ​ກໍໄດ້ສະ ຫລອງວັນສິດທິ​ມະນຸດ
​ສາກົນ ດ້ວຍ​ພິທີ​ຂອງ​ຕົນ​ເອງ​ໃນກຸງພະນົມ​ເປັນ ທັງ​ຢູ່​ທີ່ສະໜາມ ກິລາ​ໂອ​ລິ​ມປິກ ຢູ່ໃຈ
ກາງ​ເມືອງຫລວງ ​ແລະ​ຢູ່​ຕຶຶກ​ໂຮງການ​ເມືອງ.

​ເຈົ້າ​ຄອງ​ນະຄອນຫລວງ​ພະນົມ​ເປັນ ທ່ານ Pa Socheatvong ​ໄດ້​ຖະ​ແຫລ​ງຕໍ່​ຝູງ​ຊົນ​
ປະມານ 2.000 ຄົນ​ ທີ່ສະໜາມກິລາວ່າ ລັດຖະບານ​ໄດ້​ປະຕິບັດ​ງານ ​ເພື່ອ​ປັບປຸງ​ສິດທິ​
ມະນຸດ ຢູ່ໃນປະເທດ ​ໃຫ້​ດີ​ຂຶ້ນ.
XS
SM
MD
LG