ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຝ່າຍຄ້ານ ກຳປູເຈຍ ຕິຕຽນ ການເພິ່ງພາ ເງິນຊ່ອຍເຫຼືອ ຈາກຈີນ


د امریکا به نیوادا ایالت کې خلک د هغه هنري اثر لیدو ته راځي چې اوه جادوي غرونه نومېږي او د امریکایي هنرمند اوګو رانداینون له خوا جوړ شوی دی.
د امریکا به نیوادا ایالت کې خلک د هغه هنري اثر لیدو ته راځي چې اوه جادوي غرونه نومېږي او د امریکایي هنرمند اوګو رانداینون له خوا جوړ شوی دی.

ບັນດາສະມາຊິກພັກຝ່າຍຄ້ານຂອງກຳປູເຈຍ ກ່າວວ່າ ເຂົາເຈົ້າ
ມີຄວາມວິຕົກກັງວົນຢ້ານວ່າປະເທດຂອງເຂົາເຈົ້າຈະກາງຕໍ່ເງິນ ຊ່ອຍເຫຼືອຈາກຈີນຫລາຍເກີນໄປໂພດ.

ເມື່ອໄວໆມານີ້ ປັກກິ່ງໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້ເງິນຊ່ອຍເຫຼືອ
ຫລາຍກວ່າ 500 ລ້ານໂດລາ ແກ່ກຳປູເຈຍ ທີ່ຕ້ອງການໆຊ່ອຍ ເຫຼືອຈາກຕ່າງປະເທດທັງໝົດ 1 ພັນລ້ານໂດລາໃນແຕ່ລະປີນັ້ນ
ເພື່ອບໍລິຫານງານ ລັດຖະບານນັ້ນ. ໜີ້ສິນຕ່າງປະເທດຂອງກຳ
ປູເຈຍໃນເວລານີ້ແມ່ນປະມານ 9 ພັນລ້ານໂດລາ.

ທ່ານ Son Chhay ສະມາຊິກພັກກູ້ຊາດຂອງກຳປູເຈຍກ່າວວ່າ
ເຈົ້າໜ້າທີ່ຝ່າຍຄ້ານມີຄວາມເປັນຫ່ວງກ່ຽວກັບການເປັນໜີ້ເປັນສິນຕ່າງປະເທດຫຼາຍເກີນ
ໄປ ຮວມທັງຈີນ ທີ່ອາດເຮັດໃຫ້ເສດຖະກິດຂອງກຳປູເຈຍມີການເຕີບໂຕຊ້າລົງນັ້ນ.

ທ່ານ Son Chhay ເວົ້າວ່າ “ຖ້າກຳປູເຈຍ ຫາກກາງຕໍ່ຫຼາຍເກີນໄປນຳເງິນຊ່ອຍຂອງປະ ເທດໃດປະເທດນຶ່ງ ເພື່ອໃຫ້ສາມາດ ປົກຄອງປະເທດໄດ້ແລ້ວນັ້ນ ແມ່ນໝາຍຄວາມວ່າ ພວກເຮົາໄດ້ສູນເສຍຄວາມເປັນອິດສະຫຼະທາງດ້ານເສດຖະກິດຂອງພວກເຮົາແລ້ວ.”

ນອກນັ້ນ ພວກຕຳໜິຕິຕຽນຍັງເວົ້າວ່າ ເງິນຊ່ອຍເຫລືອຈາກຕ່າງປະເທດຄວນຈະໄດ້ຮັບ ການຄຸ້ມຄອງແລະໃຊ້ຈາຍໃນວິທີທີ່ມີຄວາມໂປ່ງໃສຫຼາຍຂຶ້ນ.

ທ່ານ Sok Thouch ຄະນະບໍດີຂອງມະຫາວິທະຍາໄລ Khemarak ກ່າວວ່າ ການຊ່ອຍ ເຫຼືອຂອງຈີນແມ່ນບໍ່ມີເງື່ອນໄຂຜູກມັດ ແຕ່ຍັງບໍ່ມີຂໍ້ບັງຄັບໃຫ້ທຳການປະຕິຮູບໃດໆເຊັ່ນ
ການເຄົາລົບນັບຖືສິດທິມະນຸດຫຼືໃນເລື່ອງຕຸລາການຄືກັນກັບການຊ່ອຍເຫຼືອຂອງປະເທດ ຕາເວັນຕົກ.

XS
SM
MD
LG