ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝ່າຍຄ້ານ ກໍາປູເຈຍ ເລີ້ມພາກັນ ເດີນຂະບວນ ປະທ້ວງ (ສະໄລດ໌)


ພວກປະທ້ວງ ທີ່ສະໜັບສະໜຸນ ພັກ​ກູ້​ຊາດ​ກໍາປູ​ເຈຍ ຫຼື CNRP ພາກັນໂບກທຸງຊາດກໍາປູເຈຍ
ພວກປະທ້ວງ ທີ່ສະໜັບສະໜຸນ ພັກ​ກູ້​ຊາດ​ກໍາປູ​ເຈຍ ຫຼື CNRP ພາກັນໂບກທຸງຊາດກໍາປູເຈຍ
ຝ່າຍ​ຄ້ານ​ກໍາປູ​ເຈຍເລີ້​ມພາກັນເດີນ​ຂະ​ບວນປະ​ທ້ວງ​ຄັ້ງ​ໃຫຍ່
​ເປັນ​ເວລາ​ສາມ​ມື້ ທີ່​ນະຄອນ ຫຼວງພະນົມ​ເປັນ ​ເພື່ອ​ຮຽກຮ້ອງ​
ໃຫ້​ລັດຖະບານ ອະນຸຍາດ​ໃຫ້​ມີ​ການ​ສື​ບສວນຢ່າງເປັນອິດສະ
ຫຼະ ກ່ຽວກັບ​ການ​ສໍ້​ໂກງຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ.

ພວກ​ປະ​ທ້ວງຫລາຍ​ພັນ​ຄົນ ໄດ້​ພາກັນໄປເຕົ້າ​ໂຮມ​ໃນ​ຕອນ​
ເຊົ້າວັນ​ພຸດ​ມື້​ນີ້ ທີ່​ສວນ​ເສລີພາບ ​ໃນກຸງ​ພະນົມ​ເປັນ ບ່ອນ​ທີ່
​ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບຕຳຫຼວດປາບຈາລະ​ຈົນ​ຫຼາຍ​ພັນ
​ຄົນ. ຊາວ​ກໍາປູ​ເຈຍ​ຫລາຍ​ຄົນຢ້ານ​ກົວ​ວ່າຈະເກີດ​ເຫດ​ການ
ຊໍ້າ​ຮອຍ​ເໝືອ​ນ ດັ່ງ​ການ​ປະ​ທ້ວງ ​ຂອງພວກ​ຝ່າຍ​ຄ້ານ ໃນ
​ເດືອນ​ແລ້ວ​ນີ້ ​ທີ່​ເຮັດ​ໃຫ້​ຜູ້​ປະ​ທ້ວງຄົນ​ນຶ່ງ​ເສຍ​ຊີວິດ​ ແລະ​ອີກ​
ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ຫລັງ​ຈາກ​ໄດ້​ເກີດ​ການ​ປະ​ທະ​ກັນ​ກັບ​ຕໍາຫລວດ.

ພັກ​ກູ້​ຊາດ​ກໍາປູ​ເຈຍຫຼື CNRP ທີ່ຈັດການ​ປະ​ທ້ວງ ​ໄດ້​ວາງ​ແຜນ​ເດີນ​ຂະ​ບວນ​ໃນ​ວັນພຸດ​
ມື້​ນີ້ ໄປ​ຫາຫ້ອງການສະຫະ​ປະຊາ​ຊາດ​ຢູ່​ໃນ​ນະຄອນ​ຫລວງ ​ເພື່ອ​ຍື່ນ​ໜັງສືຮຽກຮ້ອງ​ໃຫ້
ນາ​ໆ​ຊາດ​ເຂົ້າແຊກ​ແຊງ​ ຫາ​ທາງ​ຍຸດຕິ​ການ​ປະ​ເຊີນ​ໜ້າ​ກ່ຽວ​ກັບ​ການ​ປ່ອນບັດ​ລົງ​ຄະ​ແນນ
​ສຽງ​ໃນ​ເດືອນ​ກໍລະກົດຜ່ານ​ມາ. ​ນອກ​ນັ້ນ​ແລ້ວ ເຂົາ​ເຈົ້າ​ຍັງ​ຈະ​ເດີນ​ຂະ​ບວນ​ໄປຍັງສະຖານ
ທູດ​ຂອງ​ປະ​ເທດຕ່າງໆ.

ບັນດາ​ເຈົ້າ​ໜ້າທີ່ກໍາປູ​ເຈຍ ​ໄດ້ອະນຸຍາດ ​ໃນ​ນາ​ທີ​ສຸດ​ທ້າຍ​ ໃຫ້ພັກ​ CNRP ​ໄປຍື່ນ​ຄຳ
​ຮ້ອງ ແຕ່​ໄດ້​ວາງ​ເງື່ອນ​ໄຂໄວ້ວ່າ ຈະ​ອະນຸຍາດ​ໃຫ້ພຽງ 1,000 ຄົນ​ເທົ່າ​ນັ້ນ ເຂົ້າ​ຮ່ວມ
ການ​ເດີນ​ຂະ​ບວນ​ໃນ​ຄັ້ງນີ້. ​ເຈົ້າ​ໜ້າ​ທີ່​ຝ່າຍ​ຄ້ານບາງ​ຄົນ ​ໄດ້​ກ່າວ​ຕໍ່ສື່​ມວນ​ຊົນ​ທ້ອງ​ຖິ່ນ
​ວ່າ ພວກ​ເຂົ້າຮ່ວມການ​ເດີນ​ຂະ​ບວນ ຈະ​ກາຍ​ຈໍານວນດັ່ງກ່າວ​.


ພັກ​ CNRP ຄາດ​ວ່າ​ ຈະ​ມີເຖິງ 50,000 ພັນ​ຄົນ​ເຂົ້າ​ຮ່ວມການ​ປະ​ທ້ວງເປັນ​ເວລາ​ສາມ​ມື້
ທີ່​ບັງ​ເອີນ​ມີ​ຂຶ້ນ ພ້ອມໆ​ກັນ​ກັບ​ວັນ​ຄົບຮອບ​ ການ​ເຊັນສັນຍາສັນຕິພາບກຸງປາຣີ​ ໃນ​ປີ
1991 ທີ່ເຮັດ​ໃຫ້​ບັນຫາ​ຂັດ​ແຍ້​ງ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ ຢູ່​ປະ​ເທດ​ດັ່ງກ່າວ ສິ້ນສຸດ​ລົງ.
XS
SM
MD
LG