ພວກປະທ້ວງ ແລະພະສົງ ຫຼາຍຮ້ອຍຄົນ ໄດ້ພາກັນໂຮມຊຸມນຸມ
ຢູ່ໃກ້ໆກັບພະລາດຊະວັງ ໃນກຸງພະນົມເປັນ ໃນວັນອັງຄານ
ວານນີ້ ຮຽກຮ້ອງໃຫ້ມີການສືບສວນ ອັນທີ່ພວກເຂົາເຈົ້າກ່າວ
ຫາວ່າ ເປັນການລັກຂະໂມຍ ສະລິລີກະທາດ ຫລືອະໄວຍະວະ
ທີ່ຫາຍາກ ຂອງພະພຸດທະເຈົ້ານັ້ນ.
ທາງການກໍາປູເຈຍກ່າວວ່າ ໂຖຄໍາ ທີ່ກ່າວກັນວ່າ ບັນຈຸພະ
ເກສາ ທັນຕະ ແລະອັດຖະ ຂອງພະພຸດທະເຈົ້າ ໄດ້ຖືກລັກໄປ
ຈາກຫໍເກັບບູຊາແຫ່ງນຶ່ງ ໃນອາທິດແລ້ວນີ້ ໃກ້ໆກັບ ເມືອງຫຼວງ.
ມາຮອດປັດຈຸບັນ ໄດ້ມີການຈັບກຸມພວກຕ້ອງສົງໄສທັງ 5 ຄົນ
ແຕ່ພວກປະທ້ວງກ່າວ ໃນວັນອັງຄານວານນີ້ວ່າ ພວກເຈົ້າໜ້າທີ່ໄດ້ຊັກຊ້າ ໃນການດໍາ
ເນີນການກ່ຽວກັບຄະດີນີ້ ຫຼືຕາມຫາໂຖທີ່ຫາຍໄປນັ້ນ.
ພວກປະທ້ວງ ແລະພະສົງ ໄດ້ພາກັນເດີນຂະບວນປະທ້ວງ ທ່າມກາງຝົນທີ່ຕົກລົງມາ
ແລະຖືປ້າຍຄໍາຂັວນຕ່າງໆ ປະນາມການສໍ້ລາດບັງຫຼວງ ແລະການລັກຂະໂທຍໂຖດັ່ງ
ກ່າວນີ້. ມີປ້າຍນຶ່ງຂຽນຂໍ້ຄວາມວ່າ “ການສູນເສຍສະລິລີກະທາດຂອງພະພຸດທະເຈົ້າ
ກໍຄືການສູນເສຍມູນມໍລະດົກແຫ່ງຊາດຂອງກໍາປູເຈຍ.”
ການປະທ້ວງຍຸດຕິລົງຢ່າງສັນຕິ ຫຼັງຈາກທີ່ເຈົ້າໜ້າທີ່ຂອງຄະນະພະສົງ ໃຫ້ຄໍາໝັ້ນ
ສັນຍາວ່າ ຈະກົດດັນໃຫ້ລັດຖະບານ ດໍາເນີນການສືບສວນຄະດີນີ້ ໃຫ້ໄວຂຶ້ນ.
ກໍາປູເຈຍໄດ້ຮັບ ສະລິລີກະທາດເຫຼົ່ານັ້ນຂອງພະພຸດທະເຈົ້າ ຈາກສີລັງກາ ໃນປີ 1957.