ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອົງ​ການ​ຂ່າວ​ກຳ​ປູ​ເຈຍ ຈະ​ເລີ້ມ​ເປີດ​ຄືນ ຢູ່​ທີ່​ສະ​ຫະ​ລັດ


ແຟ້ນ - ພວກ​ສະ​ໜັບ​ສະ​ໜຸນ ສຽງ​ປະ​ຊາ​ທິ​ປະ​ໄຕ​ອອນ​ລາຍ​ນ໌ ພາ​ກັນ​ຖື​ປ້າຍ​ສະ​ໜັບ​ສະ​ໜຸນ ຢູ່​ຕໍ່​ໜ້າ​ຫ້ອງ​ການ​ຂອງ ​ສຽງ​ປະ​ຊາ​ທິ​ປະ​ໄຕ ທີ່​ພະ​ນົມ​ເປັນ ເມື່ອ​ວັນ​ທີ 13 ກຸມ​ພາ 2023.
ແຟ້ນ - ພວກ​ສະ​ໜັບ​ສະ​ໜຸນ ສຽງ​ປະ​ຊາ​ທິ​ປະ​ໄຕ​ອອນ​ລາຍ​ນ໌ ພາ​ກັນ​ຖື​ປ້າຍ​ສະ​ໜັບ​ສະ​ໜຸນ ຢູ່​ຕໍ່​ໜ້າ​ຫ້ອງ​ການ​ຂອງ ​ສຽງ​ປະ​ຊາ​ທິ​ປະ​ໄຕ ທີ່​ພະ​ນົມ​ເປັນ ເມື່ອ​ວັນ​ທີ 13 ກຸມ​ພາ 2023.

ນຶ່ງ​ໃນ​ບັນ​ດາ​ອົງ​ການ​ຂ່າວ​ອິດ​ສະ​ຫຼະຈຸ​ສຸດ​ທ້າຍ​ຂອງ​ກຳ​ປູ​ເຈຍ ຊຶ່ງ​ໄດ້​ຖືກ​ປິດ​ໃນ​ຕົ້ນ​ປີນີ້ ມີ​ກຳ​ນົດ​ທີ່​ຈະ​ເປີດ​ຄືນ ​ຢູ່​ເມືອງ​ຕາ​ໂຄ​ມາ ໃນ​ລັດ​ວໍ​ຊິງ​ຕັນ ທີ່​ຕັ້ງ​ຢູ່​ແຄມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຂອງ​ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ​ໄດ້​ຖອນ​ໃບ​ອະ​ນຸ​ຍາດ​ ຂອງ​ສຽງ​ປະ​ຊາ​ທິ​ປະ​ໄຕເມື່ອ​ເດືອນ​ກຸມ​ພາ ໃນ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ສ້າ​ງ​ຄວາມ​ຕື່ນ​ຕົກ​ໃຈ ​ໃຫ້​ແກ່​ພວກ​ສະ​ໜັບ​ສະ​ໜຸນ​ອົງ​ການ​ຂ່າວ​ອິດ​ສະ​ຫຼະ ແລະ​ພວກ​ນັກ​ຂ່າວ​ຂອງທາງ​ອົງ​ການ​.

ແຕ່​ຖະ​ແຫຼງ​ການ​ທາງ​ໜ້າ​ເຟ​ສ​ບຸກ​ຂອງ​ອົງ​ການ​ຂ່າວ​ໃນ​ເດືອນນີ້​ແຈ້ງວ່າ ຕົນ​ຈະ​ເລີ້ມ​ອອກ​ອາ​ກາດ​ຄືນ ເປັນ​ເວ​ລາ​ເຄິ່ງ​ຊົ່ວ​ໂມງ ທາງ​ເຟ​ສ​ບຸກ ຢູ​ທູບ ແລະ​ຕິກ​ຕົກ ໃນ​ວັນ​ທີ 2 ຕຸ​ລານີ້​ເປັນ​ຕົ້ນ​ໄປ.

ສຽງ​ປະ​ຊາ​ທິ​ປ​ະ​ໄຕຈະ​ດຳ​ເນີນ​ງານ​ ພາຍ​ໃຕ້ ທ່ານປາ ກວນ ຕຽງ ຊຶ່ງ​ເປັນ​ຜູ້​ກໍ່​ຕັ້ງ​ແລະ​ອະ​ດີດ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານສູນ​ກາ​ງ​ສື່ມວນ​ຊົນ​ອິດ​ສະ​ຫຼະ ຂອງ​ກຳ​ປູ​ເຈຍ ຊຶ່ງ​ເປັນ​ຜູ້​ຈັດ​ການ​ອົງ​ການ​ຂ່າວ​ດັ່ງ​ກ່າວ ກ່ອນ​ທີ່​ຈະ​ຖືກ​ປິດ. ທ່ານ​ໄດ້​ເດີນ​ທາງ​ອອກ​ຈາກ​ກຳ​ປູ​ເຈຍ ​ມາ​ໄດ້​ຫ້າ​ປີ​ກວ່າ​ແລ້ວ ແລະ​ໄດ້​ລາ​ອອກ ​ຈາກ​ສູນ​ກາງ​ ເມື່ອ​ເດືອນ​ສິງ​ຫາຜ່ານ​ມາ.

ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ຂະ​ເໝນວ່າ ທ່ານ​ໄດ້​ຕັດ​ສິນ​ໃຈ​ເລີ້ມ​ເປີດ​ລາຍ​ການ​ສຽງ​ປະ​ຊາ​ທິ​ປະ​ໄຕ​ຄືນ​ອີກຍ້ອນ​ທ່ານ​ໄດ້​ມອງ​ເຫັນ​ຄວາມ​ຈຳ​ເປັນ​ທີ່​ຊາວ​ກຳ​ປູ​ເຈຍ​ຕ້ອງ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ທີ່​ຖືກ​ຕ້ອງ​ແລະ​ສື່ມວ​ນ​ຊົນ​ອິດ​ສະ​ຫຼະ.

ການ​ເປີດ​ສຽງ​ປະ​ຊາ​ທິ​ປະ​ໄຕ​ຄືນ​ໃໝ່​ນີ້ ຍັງ​ຈະ​ຊ່ວຍ​ຊຸກ​ຍູ້​ອິດ​ສະ​ຫຼະ​ພາບ​ໃນ​ດ້ານ​ການ​ຂ່າວ​ແລະ​ສິດ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ນັ້ນ​ຄື​ຄວາມເຫັນ​ຂອງ​ທ່ານ.

ວິ​ທີ​ການ​ໃນ​ການ​ດຳ​ເນີນ​ງານ​ຂອງ​ອົງ​ການ​ຂ່າວ​ດັ່ງ​ກ່າວ​ຈະ​ຍັງ​ເໝືອນ​ເດີມ ແຕ່​ທ່ານປາ ກວນ ຕຽງ ເວົ້າ​ວ່າ ພວກ​ນັກ​ຂ່າວ​ທີ່​ເຮັດ​ວຽກ​ໃຫ້​ທ່ານ​ ຈະ​ບໍ່​ຢູ່​ໃນ​ປະ​ເທດ​ກຳ​ປູ​ເຈຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG