ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ນໍາກຳປູ​ເຈຍ ເຈລະຈາ ກັບຜູ້ນຳ ຝ່າຍຄ້ານ ເປັນມື້ທີສອງ (ວີດີໂອ)


Cambodian Prime Minister Hun Sen ຈັບມືກັບທ່ານ Sam Rainsy ກ່ອນຫອງປະຊຸມແຫ່ງຊາດ
Cambodian Prime Minister Hun Sen ຈັບມືກັບທ່ານ Sam Rainsy ກ່ອນຫອງປະຊຸມແຫ່ງຊາດ
ນາຍົກລັດຖະມົນຕີກໍາປູ​ເຈຍ ທ່ານ Hun Sen ​ແລະຜູ້​ນໍາພັກ​
ຝ່າຍ​ຄ້ານທີ່​ສຳຄັນ​ຂອງ​ປະ​ເທດ​ ກໍາລັງເຈລະ​ຈາ​ກັນ​ເປັນ​ມື້ທີ​ສອງ
​ໃນ​ວັນ​ອັງຄານ​ມື້​ນີ້​ ໃນ​ຄວາມ​ຫວັງເພື່ອ​ຈະ​ຫາຊ່ອງ​ທາງ​ແກ້​ໄຂ
ວິ​ກິດການທາງການ​ເມືອງ ​ທີ່​ໄດ້​ເພີ່ມ​ທະວີ​ຂຶ້ນກາຍ​ເປັນຄວາມ
​ຮຸນ​ແຮງ​ນັ້ນ.

​ໃນ​ວັນ​ຈັນ​ວານ​ນີ້ ທ່ານ Hun Sen ​ແລະ​ທ່ານ Sam Rainsy
ຜູ້​ນໍາ​ຂອງພັກ​ກູ້​ຊາດ​ກໍາ ປູ​ເຈຍຫຼື CNRP ​ໄດ້​ຕົກລົງ​ກັນ​ ​3 ຂໍ້ ​ຄື
​ສືບ​ຕໍ່​ການເຈລະຈາ​ຫາລື​ກັນ ​ສ້າງຕັ້ງ​ຄະນະ​ກໍາມະການເພື່ອ
ປະຕິ​ຮູບ​ການເລືອກ​ຕັ້ງ​ ແລະໃຫ້​ການ​ຄໍ້າປະກັນວ່າການ
ປະ​ທ້ວງ​ໃນ​ອະນາ​ຄົດ​ຈະເປັນ​ໄປຢ່າງ​ສັນຕິ​.

CAMBODI A PROTESTS VO.mov
please wait

No media source currently available

0:00 0:00:51 0:00

​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ພວກ​ປະ​ທ້ວງ​ໄດ້​ລົງ​ສູ່​ທ້ອງ​ຖະໜົນສາຍ​ຕ່າງໆ ​ໃນ​ນະຄອນຫຼວງ
​ພະນົມ​ເປັນ ​ແລະ​ໄດ້​ປະ​ທະ​ກັບ​ພວກ​ຕໍາຫຼວດທີ່​ມີ​ລະ​ເບີດ​ນໍ້າຕາ ລະ​ເບີດ​ຄວັນ ​ແລະ​ທໍ່​ຊີດ
ນໍ້າ​ຂະໜາດ​ໃຫຍ່ ​ເປັນ​ອາວຸດ. ພວກ​ນັກເຄື່ອນ​ໄຫວເພື່ອ​ສິດທິ​ມະນຸດ ກ່າວ​ວ່າ ມີ 1 ຄົນ ​
ໄດ້​ຖືກຍິງ​ຕາຍ ຢູ່​ເທິງ​ຂົວ​ທີ່ຂ້າມ​ໄປ​ຫາສວນ​ເສລີ​ພາບ ບ່ອນ​ທີ່ພວກນັກ​ເຄຶ່ອນ​ໄຫວຝ່າຍ
​ຄ້ານ 20,000 ຄົນ​ໂຮມ​ຊຸມນຸມ​ປະ​ທ້ວງ ທີ່​ມີ​ການ​ກ່າວ​ປາ​ໄສ​ໂດຍ​ທ່ານ Sam Rainsy.

ຄວາມ​ຮຸນ​ແຮງ​ໃນ​ວັນ​ອາທິດຜ່ານ​ມາ​ນີ້ ​ແມ່ນເປັນ​ຂີດ​ໝາຍ​ຂອງ​ການ​ເພີ່ມທະວີຄວາມ​
ຮ້າຍ ​ແຮງ​ຂອງ​ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ ທີ່​ໄດ້​ມີ​ຂຶ້ນຢູ່​ໃນ​ກຳປູ​ເຈຍນັບ​ຕັ້ງ​ແຕ່​ຄະນະ
​ກຳມະ ການ​ເລືອກ​ຕັ້ງ​ໄດ້​ປະກາດ​ໃຫ້​ພັກ​ປະຊາຊົນ​ກຳປູ​ເຈຍຂອງທ່ານ Hun Sen ເປັນ​ຜູ້
ຊະນະ ​ໃນ​ການ​ເລືອກຕັ້ງເມື່ອ​ເດືອນ​ກໍລະກົດ​ແລ້ວ​ນີ້ ​ໂດຍໄດ້ຮັບ 68 ບ່ອນ​ນັ່ງ ຢູ່​ໃນສະພາ
​ແຫ່ງ​ຊາດ ລື່ນ​ພັກ CNRP ຂອງທ່ານ Rainsy ທີ່​ໄດ້​ຮັບ 55 ບ່ອນ​ນັ່ງນັ້ນ.

ພັກ CNRP ​ໄດ້​ປະຕິ​ເສດ​ ບໍ່​ຍອມຮັບ​ຮູ້ຜົນ​ການ​ເລືອກ​ຕັ້ງ​ດັ່ງກ່າວ ​ໂດຍ​ກ່າວ​ຫາ​ວ່າ ມີ​ການ
ສໍ້​ໂກງ​ຄະ​ແນນ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ.
XS
SM
MD
LG