ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຂອງກໍາປູເຈຍ ສັ່ງປິດນຶ່ງໃນອົງການຂ່າວອິດສະຫຼະ ຂອງປະເທດ

ຫົວຂໍ້ຂ່າວ ແລະເລື້ອງເດັ່ນໆທາງການເມືອງ ຂອງເວັບໄຊທ໌ຂ່າວ ສຽງຂອງປະຊາທິປະໄຕ ຂອງກໍາປູເຈຍ, ໄດ້ພິມເຜີຍແຜ່ໃຫ້ເຫັນພາບທີ່ຖ່າຍຈາກເວັບໄຊທ໌ ໃນວັນທີ 12 ກຸມພາ 2023. ຫົວຂໍ້ຂ່າວທັງໝົດ ຖືກໝາຍເວລາໃສ່ວັນທີ 10 ກຸມພາ 2023, ຫຼືໄວກວ່ານັ້ນ. ອົງການຂ່າວ VOD ພິມເຜີຍແຜ່ອອກເປັນພາສາກໍາປູເຈຍ ແລະພາສາອັງກິດ.

ຜູ້ນໍາ​ຜະ​ເດັດ​ການຂອງກໍາປູເຈຍ ໄດ້ອອກຄໍາສັ່ງໃຫ້​ປິດ ອົງການຂ່າວທ້ອງຖິ່ນອິດສະຫຼະ ທີ່ຍັງເຫຼືອບໍ່ເທົ່າໃດອົງການຂ່າວຂອງປະເທດ ໃນວັນອາທິດວານນີ້ ລຸນຫຼັງມີບັນຫາ ຍ້ອນການລາຍງານຂ່າວກ່ຽວກັບລູກຊາຍຂອງລາວ, ອີງຕາມລາຍງານຂອງອົງການຂ່າວ​ຝ​ຣັ່ງ AFP.

ຜູ້ນໍາທີ່ກໍາອໍານາດຍາວນານທີ່ສຸດໃນໂລກ ນາຍົກລັກຖະມົນຕີ ຮຸນເຊນ ກໍາລັງເພີ້ມການປາບປາມບັນດາຝ່າຍຄ້ານຕ່າງໆ ໃນຂະນະທີ່ທ່ານກໍາລັງກະກຽມສໍາລັບການເລືອກຕັ້ງໃນທ້າຍປີນີ້.

ໜັງສືພິມທາງອອນລາຍທີ່ມີຊື່ວ່າ ສຽງປະຊາທິປະໄຕ ຫຼື VOD ໄດ້ພິມເຜີຍແຜ່ຂ່າວເປັນພາສາກໍາປູເຈຍ ແລະພາສາອັງກິດ, ເຊິ່ງມັກຈະປະນາມທ່ານຮຸນເຊນ ແລະລັດຖະບານຂອງທ່ານຢ່າງຮຸນແຮງເລື້ອຍໆ.

ນາຍົກລັດຖະມົນຕີ ຮຸນເຊນ ກ່າວໃນຕອນແລງວັນອາທິດວານນີ້ວ່າ ໜັງສືພິມອອນລາຍສຽງປະຊາທິປະໄຕ ຈະຕ້ອງຖືກຖອນໃບອະນຸຍາດ ໃນການດໍາເນີນງານ ແລະຈະຕ້ອງຍຸຕິການອອກອາກາດທຸກຢ່າງໃນຕອນ 10 ໂມງເຊົ້າຂອງມື້ວັນຈັນນີ້.

ແຟ້ມ-ນາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນເຊັນ ກ່າວປາໄສ ຢູ່ພິທີ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 21 ມີນາ 2022.
ແຟ້ມ-ນາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນເຊັນ ກ່າວປາໄສ ຢູ່ພິທີ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 21 ມີນາ 2022.

ການເຄື່ອນໄຫວດັ່ງກ່າວມີຂຶ້ນລຸນຫຼັງມີລາຍງານຈາກໜັງສືພິມອອນລາຍ VOD ສະ​ບັບ​ທີ​ອອກໃນວັນທີ 9 ກຸມພານີ້ວ່າ ລູກຊາຍກົກຂອງ ທ່ານຮຸນເຊນ, ພົນໂທຮຸນ ມະເນ​ດ ໄດ້ອະນຸມັດເງິນຊ່ວຍເຫຼືອ ໃຫ້ແກ່ປະເທດເທີກີ ເຊິ່ງໄດ້ຮັບຜົນກະ ທົບຈາກແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດ ໃນຊ່ວງຕົ້ນເດືອນນີ້.

ພົນໂທ ຮຸນ ມະ​ເນດ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ.

ທ່ານຮຸນເຊນ, ຜູ້ທີ່ໃຫ້ການສະໜັບສະໜຸນ ພົນໂທຮຸນ ມ​ະ​ເນດ ​ທີ່​ຈະ​ສືບ​ທອດ​ຕຳ​ແໜ່ງຂອງທ່ານໃນອະນາຄົດ, ຖະແຫຼງວ່າ ທ່ານໄດ້ເຊັນອະນຸມັດ ເງິນຊ່ວຍ ເຫຼືອທາງດ້ານການຕ່າງປະເທດ ຈໍານວນ 100,000 ໂດລາດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG