ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກ​ເຄື່ອນ​ໄຫວ​ທີ່​ດິນ ກຳ​ປູ​ເຈຍ ຖືກ​ຈັບ​ ຍ້ອນ​ການ​ກ່າວ​ຫາ​ຍຸ​ແຍ່​ຊາວ​ນາ ​ໃຫ້​ຊັງ​ຄົນ​ຮັ່ງ​ມີ


ຜູ້​ສະ​ໜັບ​ສະ​ໜູນ​ນັກ​ເຄື່ອນ​ໄຫວ​ສິດ​ທິ​ທີ່​ດິນ​ສາມ​ຄົນ ປະ​ທ້ວ​ງ​ໃນ​ນະ​ຄອນຫຼວງ ພະ​ນົມ​ເປັນ, 22 ພຶດ​ສະ​ພາ 2023.
ຜູ້​ສະ​ໜັບ​ສະ​ໜູນ​ນັກ​ເຄື່ອນ​ໄຫວ​ສິດ​ທິ​ທີ່​ດິນ​ສາມ​ຄົນ ປະ​ທ້ວ​ງ​ໃນ​ນະ​ຄອນຫຼວງ ພະ​ນົມ​ເປັນ, 22 ພຶດ​ສະ​ພາ 2023.

ນັກ​ເຄື່ອນ​ໄຫວ​ສິດ​ທິ​ທີ່​ດິນ​ຊາວ ກຳ​ປູ​ເຈຍ ສາມ​ຄົນ​ຜູ້​ທີ່​ຖືກ​ຈັບ​ໃນ​ຂໍ້​ກ່າວ​ຫາ​ວາງ​ແຜນ​ຕໍ່​ຕ້ານ​ລັດ​ຖະ​ບານ​ມີ​ແຜນ​ທີ່​ຈະ​ຍຸ​ແຍ່​ໃຫ້​ເກີດການ​ປະ​ຕິ​ວັດ ​ດ້ວຍ​ການ​ສອນ​ບັນ​ດາ​ຊາວ​ນາ ກ່ຽວ​ກັບ ການ​ແບ່ງ​ແຍກ​ຊົນ​ຊັ້ນ ​ລະ​ຫວ່າງ ຄົນ​ຮັ່ງ​ມີ ແລະ ຄົນ​ທຸກ, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ໃນ​ວັນ​ອັງ​ຄານ​ວານນີ້.

ທ່ານ ເທັງ ສະ​ເວີນ, ປະ​ທານ​ຂອງ​ພັນ​ທະ​ມິດ​ຊຸມ​ຊົນ​ຊາວ​ນາ​ກຳ​ປູ​ເຈຍ, ແລະ ເພື່ອນ​ຮ່ວມ​ງານ​ຂອງ​ລາວ ທ່ານ ແນ​ວ ພີບ ແລະ ທ່ານ ທັນ ຮັດ ຖືກ​ຕັ້ງ​ຂໍ້​ກ່າວ​ຫາ​ໂດຍ​ສານ​ແຫ່ງ​ນຶ່ງຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ ກ່ຽວ​ກັບ ການ​ວາງ​ແຜນ​ຕໍ່​ຕ້ານ​ລັດ ແລະ ຍຸ​ແຍ່​ໃຫ້​ກະ​ທຳ​ຄວາມ​ຜິດ​ທາງ​ອາ​ຍາ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ແອມ ແຊມ ອັດ ຈາກ​ກຸ່ມ​ສິດ​ທິ​ໃນ​ທ້ອງ​ຖິ່ນ ລິ​ຄາ​ໂດ.

ທ່ານ​ໄດ້​ກ່າວ​ວ່າ​ການ​ວາງ​ແຜນ​ຕໍ່​ຕ້ານ​ລັດ​ຖະ​ບານ​ມີ​ໂທດ​ຂັງ​ຄຸກ​ແຕ່ 5 ຫາ 10 ປີ, ໃນ​ຂະ​ນະ​ທີ່​ການ​ຍຸ​ແຍ່​ໃຫ້​ກໍ່​ຄວາມ​ຜິດ​ທາງ​ອາ​ຍາ​ສາ​ມາດ​ຖືກ​ລົງ​ໂທດ​ແຕ່ 6 ເດືອນຫາ 2 ປີ. ລາວ​ຍັງ​ໄດ້​ອະ​ທິ​ບາຍ​ວ່າ ​ຂໍ້​ກ່າວ​ຫາ​ຕ່າງໆ​ ເປັນ​ການ​ສົ່ງ “ຂໍ້​ຄວາມຂົ່ມ​ຂູ່” ຕໍ່​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ.

ຜູ້​ຕ້ອງ​ສົງ​ໄສ​ສາມ​ຄົນ​ນັ້ນ ​ແມ່ນບໍ່​ສາ​ມາດ​ຕິດ​ຕໍ່​ເພື່ອ​ຂໍ​ຄຳ​ເຫັນ ແລະ ທະ​ນາຍ​ຄວາມ​ຂອງ​ເຂົາ​ເຈົ້າ ​ກໍ​ບໍ່​ສາ​ມາດ​ເຂົ້າ​ຫາ​ໄດ້​ໃນ​ທັນ​ທີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG