ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກະສັດ ກຳປູເຈຍ ປະທານ ອະໄພຍະໂທດ ແກ່ ທ່ານຣັງສີ (ວີດີໂອ)


ທ່ານແຊມ ຣັງສີ ຜູ້ນຳພັກຝ່າຍຄ້ານກຳປູເຈຍ ທີ່ໄດ້ຮັບ ການໃຫ້ອະໄພຍະໂທດ ຈາກກະສັດ ສີຫະມຸນີ.
ທ່ານແຊມ ຣັງສີ ຜູ້ນຳພັກຝ່າຍຄ້ານກຳປູເຈຍ ທີ່ໄດ້ຮັບ ການໃຫ້ອະໄພຍະໂທດ ຈາກກະສັດ ສີຫະມຸນີ.
ກະສັດນະໂຣດົມ ສີຫະມຸນີແຫ່ງກຳປູເຈຍ ຊົງປະທານອະໄພຍະ
ໂທດໃຫ້ແກ່ທ່ານແຊມ ຣັງສີ ຜູ້ນຳຝ່າຍຄ້ານທີ່ໄປລີ້ໄພຢູ່ຕ່າງປະ
ເທດ ຊຶ່ງແຜ້ວທາງໃຫ້ແກ່ ການເດີນທາງກັບຄືນປະເທດ ຂອງຜູ້
ກ່ຽວເປັນໄປໄດ້ ກ່ອນການເລືອກຕັ້ງທົ່ວໄປ ໃນທ້າຍເດືອນນີ້.

ທ່ານ Pay Siphan ໂຄສົກຂອງລັດຖະບານ ກ່າວໃນວັນສຸກມື້
ນີ້ວ່າ ນາຍົກລັດຖະມົນຕີຮຸນເຊນໄດ້ສົ່ງຈົດໝາຍສະບັບນຶ່ງ ໄປ
ກາບທູນກະສັດສີຫະມຸນີ ເພື່ອຮ້ອງຂໍໃຫ້ພະອົງ ຊົງປະທານອະ
ໄພຍະໂທດໃຫ້.

ທ່ານຣັງສີໄດ້ປະກາດໃນມື້ວັນຈັນຜ່ານມານີ້ວ່າ ທ່ານຈະເດີນ
ທາງກັບຄືນປະເທດ ກ່ອນການເລືອກຕັ້ງ ຊຶ່ງຈະມີຂຶ້ນໃນວັນທີ 28 ກໍລະກົດນີ້.

ເວລານີ້ ທ່ານຣັງສີ ພຳນັກຢູ່ທີ່ປະເທດຝຣັ່ງ ລຸນຫຼັງທີ່ໄດ້ຫຼົບໜີຈາກກຳປູເຈຍ ໃນ ປີ 2009 ກ່ອນທີ່ສານຕັດສິນລົງໂທດໃຫ້ຈຳຄຸກທ່ານເປັນເວລາ 11 ປີຍ້ອນໃຫ້ຂ່າວບິດເບືອນແລະ ຂໍ້ຫາອື່ນໆທີ່ເບິ່ງກັນວ່າມີຈຸດປະສົງທາງດ້ານການເມືອງນັ້ນ. ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ ວ່າ ທ່ານຈະໄດ້ຮັບອະນຸຍາດໃຫ້ສະໝັກເຂົ້າແຂ່ງຂັນໃນການເລືອກຕັ້ງຫຼືບໍ່ ຖ້າທ່ານຫາກ ເດີນທາງກັບຄືນປະເທດແທ້.

ການປະທານອະໄພຍະໂທດທີ່ວ່ານີ້ ແມ່ນເປັນການເພີ້ມການໃຫ້ຄວາມສະໜັບສະໜຸນຕໍ່ ພັກຊ່ອຍກູ້ຊາດກຳປູເຈຍ ຊຶ່ງເປັນແນວໂຮມຂອງພັກຝ່າຍຄ້ານທີ່ສຳຄັນໆທີ່ໄດ້ຮ່ວມແຮງ ກັນ ເພື່ອລົງສະໝັກແຂ່ງຂັນ ໃນການເລືອກຕັ້ງ.

XS
SM
MD
LG