ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະສັດກຳປູເຈຍ ແຕ່ງຕັ້ງລູກຊາຍຂອງທ່ານຮຸນ ເຊນ ເປັນນາຍົກລັດຖະມົນຕີຄົນໃໝ່


ແຟ້ມພາບ - ທ່ານຮູນ ມາເນດ, ລູກຊາຍຂອງນາຍົກລັດຖະມົນຕີກຳປູເຈຍ ທ່ານ ຮຸນ ເຊນ, ໂບກມືໃຫ້ກັບປະຊາຊົນໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງຂອງພັກປະຊາຊົນກຳປູເຈຍ ຄັ້ງສຸດທ້າຍ ສຳລັບການເລືອກຕັ້ງທົ່ວໄປ ທີ່ກຳລັງຈະມາເຖິງໃນນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ວັນທີ 21 ກໍລະກົດ 2023
ແຟ້ມພາບ - ທ່ານຮູນ ມາເນດ, ລູກຊາຍຂອງນາຍົກລັດຖະມົນຕີກຳປູເຈຍ ທ່ານ ຮຸນ ເຊນ, ໂບກມືໃຫ້ກັບປະຊາຊົນໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງຂອງພັກປະຊາຊົນກຳປູເຈຍ ຄັ້ງສຸດທ້າຍ ສຳລັບການເລືອກຕັ້ງທົ່ວໄປ ທີ່ກຳລັງຈະມາເຖິງໃນນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ວັນທີ 21 ກໍລະກົດ 2023

ທ່ານ ຮຸນ ມາເນັດ (Hun Manet) ​ໄດ້​ຮັບ​ການ​ແຕ່ງ​ຕັ້ງໃຫ້​ເປັນ​ຜູ້​ນໍາ​ຄົນ​ໃໝ່​ຂອງ​ກຳປູ​ເຈຍ​ ໂດຍກະສັດໃນ​ວັນ​ຈັນ​ມື້​ນີ້, ຫລັງ​ຈາກ​ໄດ້​ຮັບ​ຕໍາ​ແໜ່​ງຢ່າງມີ ປະສິດທິຜົນຈາກ​ບິດາ​ຂອງ​ທ່ານ ຊຶ່ງ​ປົກຄອງ​ມາ​ເປັນ​ເວລາ​ເກືອບ 4 ທົດ​ສະ​ວັດ.

ສອງສາມມື້ຫຼັງຈາກໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກຕັ້ງໃນເດືອນກໍ ລະກົດ, ທ່ານຮຸນ ເຊນ (Hun Sen), ເຊິ່ງເປັນນຶ່ງໃນບັນດາຜູ້ນຳທີ່ດຳລົງຕຳແໜ່ງດົນທີ່ສຸດໃນໂລກ, ໄດ້ປະກາດວ່າທ່ານກຳລັງຈະກ້າວລົງຈາກຕຳແໜ່ງ ນາຍົກລັດຖະມົນຕີ ແລະມອບອຳນາດໃຫ້ລູກຊາຍກົກຂອງທ່ານ.

ການ​ປ່ອນ​ບັດ​ໄດ້​ຖືກ​ປະນາມ​ຢ່າງ​ກວ້າງ​ຂວາງ​ວ່າ​ເປັນ​ການ​ຫຼອກ​ລວງ ຫຼັງຈາກ​ຜູ້​ທ້າຊິງ​ຝ່າຍ​ຄ້ານ​ຫຼັກ, ພັກ​ແສງ​ທຽນ, ​ໄດ້​ຖືກ​ກີດກັ້ນ​ບໍ່​ໃຫ້​ກວດສອບລັກ​ສະ​ນະ​ທາງ​ດ້ານ​ເຕັກນິກຄືນ, ​ໂດຍ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ​ທີ່ປົກຄອງປະເທດ ໄດ້​ຊະນະ​ທັງ​ໝົດ ຍົກເວັ້ນ 5 ບ່ອນ​ນັ່ງ​ໃນ​ສະພາ​ຕ່ຳທີ່ມີສະມາຊິກ 125 ຄົນ.

​ໃນ​ວັນ​ຈັນ​ມື້ນີ້, ພາຍຫຼັງ​ການ​ຮຽກຮ້ອງ​ຂອງ​ທ່ານຮຸນ ເຊນ (Hun Sen), ກະສັດ ໂນໂຣດົມ ສີຫາໂມນີ (Norodom Sihamoni) ​ໄດ້​ອອກ​ລັດຖະດຳລັດ​ໂດຍ​ລະບຸ​ວ່າ "​ແຕ່ງຕັ້ງທ່ານ​ດຣ. ຮຸນ ມາເນດ (Hun Manet) ​ເປັນ​ນາຍົກລັດ ຖະມົນຕີ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ​ ສະ​ໄໝ​ທີ 7 ຂອງ​ລັດຖະສະພາ".

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG