ເບິ່ງວີດີໂອລາຍງານພາສາລາວ:
ທີ່ຫ້ອງການຂອງປະຊາຄົມຊາວຂະເໝນສາມັກຄີ United Cambodia Community
ຫລື UCC ຊຶ່ງເປັນອົງການຊ່ວຍເຫລືອພົນລະເມືອງຂະ ເໝນ ຢູ່ໃນເມືອງ Long Beach
ຊາວກໍາປູເຈຍທີ່ອາໃສຢູ່ໃນເມືອງນັ້ນ ກໍາລັງພາກັນຮໍ່າຮຽນເອົາຄວາມຮູ້ທີ່ສໍາຄັນທີ່ສຸດກ່ຽວ
ກັບປະຊາທິປະໄຕແບບອາເມຣິກັນ.
ເຫດຜົນສ່ວນນຶ່ງກໍແມ່ນເພື່ອວ່າ ພວກເຂົາເຈົ້າຈະສາມາດໂອນສັນຊາດເປັນຄົນອາເມຣິກັນ
ໄດ້ ແລະມີສິດປ່ອນບັດໃນການເລືອກຕັ້ງປະທານາທິ ບໍດີທີ່ຈະມາເຖິງນີ້.
ແຕ່ນາງ Sara Pol-Lim ຫົວໜ້າອົງການ UCC ກ່າວວ່າມັນມີຄວາມໝາຍຫລາຍໄປ
ກວ່ານັ້ນ ຊຶ່ງລາວກ່າວວ່າ:
“ມັນບໍ່ແມ່ນແຕ່ພຽງເລື້ອງສອບເສັງການໂອນສັນຊາດໃຫ້ໄດ້ເທົ່ານັ້ນ ແຕ່
ການຮຽນຮູ້ຂັ້ນຕອນນໍາ ຄືວິທີເຂົ້າພົວພັນໃນວຽກງານແລະໜ້າທີ່ຂອງພົນ
ລະເມືອງດີ ເຂົ້າໃຈຂັ້ນຕອນການປ່ອນບັດເລືອກຕັ້ງ ແລະຊ່ວຍໃຫ້ເຂົາເຈົ້າ
ສາມາດເຂົ້າໃຈໄດ້ດີວ່າ ພັນທະໜ້າທີ່ຂອງພົນລະເມືອງດີນັ້ນ ມີຄືແນວໃດ.”
ປີນີ້ ຊາວກໍາປູເຈຍທີ່ມີສິດປ່ອນ
ບັດເລືອກຕັ້ງຈະພົບວ່າ ມັນງ່າຍ
ຂຶ້ນໜ້ອຍນຶ່ງ. ປະຊາຄົມຊາວກໍາ
ປູເຈຍ ຢູ່ໃນເມືອງໃນຝັ່ງຕາເວັນ
ຕົກຂອງສະຫະລັດແຫ່ງນີ້ ໄດ້
ເຕີບໃຫຍ່ຂະຫຍາຍຕົວຂຶ້ນ
ຫລາຍພໍ ຈົນທາງອໍານາດປົກ
ຄອງ ທ້ອງຖິ່ນເຫັນວ່າ ເຂົາເຈົ້າ
ສົມຄວນໄດ້ຮັບເອກະສານການ
ປ່ອນບັດຕ່າງໆ ເປັນພາສາ
ຂະເໝນ.
ເຖິງແມ່ນຈະບໍ່ມີສິດປ່ອນບັດ
ເລືອກຕັ້ງໃນປີນີ້ກໍຕາມ ແຕ່ນາງ
ລອຍ ວອຍ (Lorn Vouch)
ກໍກໍາລັງຕັ້ງໃຈຮໍ່າຮຽນ ແລະຕິດ
ຕາມເບິ່ງບັນຫາຕ່າງໆ ຊຶ່ງນາງ
ກ່າວວ່າ:
“ຂ້ອຍຮູ້ສຶກວິຕົກແລະຕື່ນເຕັ້ນໃນເວລາດຽວກັນ ກ່ຽວກັບການເລືອກຕັ້ງນີ້
ແຕ່ວ່າຂ້ອຍຍັງບໍ່ມີສິດປ່ອນບັດເລືອກຕັ້ງເທື່ອ ເພາະຂ້ອຍຍັງບໍ່ໄດ້ສັນຊາດ
ຊຶ່ງຂ້ອຍຕ້ອງໄດ້ລໍຖ້າໄປອີກປະມານເຄິ່ງປີ. ດ້ວຍເຫດນີ້ ຂ້ອຍຈຶ່ງພະຍາ
ຍາມຕັ້ງໃຈຮຽນໃຫ້ໄດ້ ເພື່ອສະໝັກໂອນສັນຊາດ.”
ສໍາລັບນາງ ວອຍ ແລ້ວ ສະພາບການເສດຖະກິດຂອງສະຫະລັດ ທີ່ອ່ອນແອຢູ່ໃນຂະນະນີ້
ແມ່ນເປັນບັນຫາທີ່ສໍາຄັນຫລາຍກວ່າສິ່ງອື່ນໃດ ຍ້ອນວ່າສະມາຊິກຄອບຄົວຂອງນາງ ບາງ
ຄົນໄດ້ຕົກງານໄປ. ນາງອະທິບາຍວ່າ:
“ລູກສາວຂອງຂ້ອຍເຮັດວຽກຢູ່ທະນາຄານແຫ່ງນຶ່ງມາໄດ້ຫລາຍປີ ແຕ່ກໍ
ຖືກສັ່ງພັກງານເມື່ອປີກາຍນີ້. ນອກນີ້ແລ້ວ ລູກເຂີຍຂອງຂ້ອຍກໍຖືກສັ່ງພັກ
ງານ ຄືກັນເມື່ອສີ່ຫ້າປີຜ່ານມາ ແລະກໍຍັງຊອກວຽກບໍ່ໄດ້ຈົນຮອດດຽວນີ້.
ທັງສອງຜົວເມຍກໍເລີຍຕັດສິນໃຈຄືນໄປກໍາປູເຈຍ. ບາງທີ ເຂົາເຈົ້າອາດ
ຈະກັບຄືນມາປີນີ້ ມາຊອກວຽກເຮັດ ແຕ່ພວກເຮົາກໍບໍ່ແນ່ໃຈວ່າ ເຂົາເຈົ້າ
ຈະຊອກໄດ້ຫລືບໍ່.”
ພວກນັກຮຽນພາກັນລົມຫລິ້ນ ຢອກຫົວກັນເປັນບາງຄັ້ງບາງຄາວ ແຕ່ເຂົາເຈົ້າກໍພາກັນ
ໝັ່ນຕັ້ງໃຈຮຽນ. Michel Skidmore ຄູອາສາສະໝັກກ່າວວ່າ ພວກເຂົາເຈົ້າກໍາລັງສູ້ຊົນ
ກັບການຮຽນຮູ້ ບັນຫາທີ່ສະລັບຊັບຊ້ອນ. ລາວອະທິບາຍວ່າ:
“ເຊັ່ນວ່າລັດຖະບານອາເມຣິກັນສະແດງໃຫ້ເຫັນ ກ່ຽວກັບປະຊາທິປະໄຕ
ໃນສອງດ້ານ ແບບໃດ. ຖ້າເຮົາໄປຖາມຊາວອະເມຣິກັນຢູ່ຕາມຖະໜົນ ກໍຈະ
ພົບວ່າ ບໍ່ມີຫລາຍຄົນປານໃດດອກ ທີ່ສາມາດຕອບໄດ້. ສ່ວນທີ່ສໍາຄັນທີ່ສຸດ
ກ່ຽວກັບຫ້ອງຮຽນນີ້ ແນ່ນອນ ກໍຄືພວກນັກຮຽນນັ້ນເອງ. ພວກເຂົາເຈົ້າຢາກ
ມາແລະກໍມັກຮຽນ. ເວລາພວກເຂົາເຈົ້າເຮັດຜິດຫລືບໍ່ເຂົ້າໃຈດີ ກໍບໍ່ເປັນຫຍັງ
ພວກເຂົາເຈົ້າຈະພາກັນຫົວມ່ວນຊື່ນກັນ ແລະພວກເຂົາເຈົ້າກໍມັກ ມີຄວາມ
ມ່ວນຊື່ນກັນຢູ່ທີ່ນີ້. ອັນນັ້ນຫລະ ແນ່ນອນ ແມ່ນເປັນສິ່ງທີ່ດີທີ່ສຸດ.”
ເບິ່ງວີດີໂອລາຍງານພາສາອັງກິດ: