ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໑ ມີນາ ໒໐໒໕

ເຮືອ​ບິນ ເຮ​ລິ​ຄັອບ​ເຕີ ຂອງກຳ​ປູ​ເຈຍ ​ຖືກ​ພົບ​ເຫັນຕົກ​ຢູ່​ເທິງ​ພູ ຫຼັງ​ຈາກ​ຂາດ​ການ​ຕິດ​ຕໍ່ 17 ວັນ


ສະ​ມາ​ຊິກກອງ​ທັບ​ເຮືອ​ແຫ່ງ​ຊາດ ໂຄ​ລອມ​ເບຍ ຄຳ​ນັບ​ຈາກ​ເຮືອ​ບິນ ເຮ​ລິ​ຄັອບ​ເຕີ Z-9 ທີ່​ຜະ​ລິດ​ໃນ ຈີນ, ເຊິ່ງ​ເປັນ​ເຮືອ​ບິນ​ຊະ​ນິດ​ດຽວ​ກັນ​ກັບ​ຂອງກອງ​ທັບ​ອາ​ກາດ ກຳ​ປູ​ເຈຍ ທີ່ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ. (Photo by Alejandro Martinez / AFP)
ສະ​ມາ​ຊິກກອງ​ທັບ​ເຮືອ​ແຫ່ງ​ຊາດ ໂຄ​ລອມ​ເບຍ ຄຳ​ນັບ​ຈາກ​ເຮືອ​ບິນ ເຮ​ລິ​ຄັອບ​ເຕີ Z-9 ທີ່​ຜະ​ລິດ​ໃນ ຈີນ, ເຊິ່ງ​ເປັນ​ເຮືອ​ບິນ​ຊະ​ນິດ​ດຽວ​ກັນ​ກັບ​ຂອງກອງ​ທັບ​ອາ​ກາດ ກຳ​ປູ​ເຈຍ ທີ່ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ. (Photo by Alejandro Martinez / AFP)

ຊາກ​ຫັກ​ພັງ​ຂອງ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ​ກອ​ງ​ທັບ ກຳ​ປູ​ເຈຍ ທີ່​ໄດ້​ຫາຍ​ສາບ​ສູນ​ດົນ​ກວ່າ 2 ອາ​ທິດ​ທີ່​ຜ່ານ​ມາ ພ້ອມ​ກັບ​ຄົນ​ຂັບ​ສອງ​ຄົນ ຖືກ​ພົບ​ເຫັນ​ໃນ​ວັນ​ຈັນ​ວານນີ້​ຢູ່​ເທິງ​ຈອມ​ພູໜ່ວຍ​ນຶ່ງ, ລັດ​ຖະ​ບານ ແລະ ອົງ​ການ​ຂ່າວ​ລັດ​ຖະ​ບານ​ໄດ້​ກ່າວ​ໃນ​ລາຍ​ງານ.

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ໄດ້​ລົງ​ໃນ​ໜ້າ​ເຟ​ສ​ບຸກ​ຂອງ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ ຖ້ຽວ​ບິນ​ຄົ້ນ​ຫາ​ໄດ້​ພົບ​ເຫັນ​ຊາກ​ຫັກ​ພັງ​ຂອງ​ເຮ​ລິ​ຄັອບ​ເຕີ Z-9 ທີ່​ຜະ​ລິດ​ໂດຍ ຈີນ ໃນພູ​ໝາກ​ແໜ່ງ​ທີ່​ມີ​ປ່າ​ຕຶບ​ໜາ ໃນ​ແຂວງ ເປີ​ສັດ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ.

ເຮືອ​ບິນ​ເຮ​ລິ​ຄັອ​ບ​ເຕີ​ພ້ອມ​ກັບ​ຄົນ​ຂັບ​ສອງ​ຄົນ​ໄດ້​ທຳ​ການ​ຊ້ອມ​ການ​ບິນ​ໃນ​ສະ​ພາບ​ອາ​ກາດ​ທີ່ບໍ່​ດີ ເວ​ລາ​ທີ່​ສຳ​ນັກ​ງານ​ໃຫຍ່ກອງ​ທັບ​ອາ​ກາດ​ໄດ້​ສູນ​ເສຍ​ການ​ຕິດ​ຕໍ່​ກັບ​ເຂົາ​ເຈົ້າ​ໃນ​ວັນ​ທີ 12 ກໍ​ລະ​ກົດ. ການ​ຄົ້ນ​ຫາ​ຢ່າງ​ລະ​ອຽດ​ສຳ​ລັບ​ເຮືອ​ບິນ​ທີ່​ສູນ​ຫາຍ​ນັ້ນ​ໄດ້​ດຳ​ເນີນ​ຂຶ້ນ​ໃນ​ວັນ​ຕໍ່​ມາ.

ເຈົ້າ​ໜ້າ​ທີ່ກອບ​ກູ້ກອງ​ທັບທີ່​ຖືກ​ສົ່ງ​ໄປ​ສະ​ຖານ​ທີ່​ເຮືອ​ບິນ​ຕົກ ໄດ້​ພົບ​ເຫັນ​ສົບ​ຂອງ​ຄົນ​ຂັບ​ຄົນ​ນຶ່ງ​ຢູ່​ໃນ​ຊາ​ກ​ຫັກ​ພັງ​ຂອງ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ​ນັ້ນ, ອົງ​ການ​ຂ່າວ AKP ຂອງ​ລັດ​ຖະ​ບານ​ໄດ້​ລາຍ​ງານ. ສົບ​ຂອງ​ຄົນ​ຂັບ​ເຮືອ​ບິນ​ອີກ​ຄົນ​ນຶ່ງ​ຖືກ​ພົບ​ເຫັນ​ປະ​ມານ 200 ແມັດ​ຫ່າງ​ອອກ​ໄປ, ໂທ​ລະ​ພາບ TVK ຂອງ​ລັດ​ຖະ​ບານ​ໄດ້​ລາຍ​ງານ​ໃນ​ເວ​ລາ​ຕໍ່​ມາ.

ຮູບ​ໃບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ຢ່າງກວ້າງ​ຂວາງ​ໃນ​ສື່​ສັງ​ຄົມ​ເມື່ອ​ວັນ​ຈັນ​ວານນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ເຮ​ລິ​ຄັອບ​ເຕີ ທີ່ແຕກ​ອອກ​ເປັນຫຼາຍ​ຊິ້ນ​ສ່ວນ, ຖືກ​ປົກ​ຫຸ້ມ​ໂດຍ​ໃບ​ໄມ້. ຮູບ​ພາບ​ດັ່ງ​ກ່າວ ແລະ ແຫຼ່ງ​ທີ່​ມາ​ຂອງ​ມັນ​ແມ່ນບໍ່​ສາ​ມາດ​ຢືນ​ຢັນ​ໄດ້​ໃນ​ທັນ​ທີ.

ໃນ​ປີ 2014, ເຮືອ​ບິນ ເຮ​ລິ​ຄັອ​ບ Z-9 ທີ່​ຜະ​ລິດ​ໂດຍ ຈີນ ອີກ​ລຳ​ນຶ່ງໄດ້​ຕົກ​ຢູ່​ໃນ​ບຶງ​ແຫ່ງ​ນຶ່ງ​ທາງ​ພາກ​ໃຕ້​ຂອງ​ນະ​ຄອນຫຼວງ ພະ​ນົມ​ເປັນ, ເຮັດ​ໃຫ້​ນາຍ​ພົນ ​ສອງ​ຄົນ​ເສຍ​ຊີ​ວິດ, ຜູ້​ທີ່​ໄດ້​ນຳ​ພາ​ໜ່ວຍ​ເຮ​ລິ​ຄັອບ​ເຕີ​ຂອງກອງ​ທັບ​ອາ​ກາດ ພ້ອມ​ກັບ​ຄົນ​ຂັບ​ເຮືອ​ບິນ​ສອງ​ຄົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

The wreckage of a Cambodian military helicopter that went missing more than two weeks ago with two pilots aboard was spotted Monday on a mountaintop, the government and state news agency reports said.

A Defense Ministry statement posted on its Facebook page said that a search flight spotted the wreckage of the Chinese-made Z-9 helicopter in the heavily forested Cardamom Mountains in the southwestern province of Pursat.

The helicopter with two pilots were on training flight in bad weather when air force headquarters lost touch with it on July 12. An intensive search for the missing aircraft was launched the next day.

Military recovery personnel sent to the crash site found the body of one pilot inside the wrecked helicopter, state news agency AKP reported. The body of the other pilot was spotted about 200 meters (yards) away, state broadcaster TVK reported later.

A photo shared widely on social media Monday showed a helicopter broken into several pieces, partially covered by foliage. The photo and its source could not immediately be verified.

In 2014, another Chinese-made Z-9 helicopter crashed in a pond south of the Cambodian capital, Phnom Penh, killing two generals who headed the air force’s helicopter unit along with two pilots.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG