ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກຳປູເຈຍ ກຸ່ມນຶ່ງ ຢຸດການປະທ້ວງ ໃກ້ສະຖານທູດ ຫວຽດນາມ ທີ່ພະນົມເປັນ


ພວກພະສົງສາສະໜາພຸດ ແລະພວກປະທ້ວງອື່ນໆ ພາກັນໂຮມຊຸມນຸມປະທ້ວງ ໃກ້ສະຖານທູດຫວຽດນາມ ທີ່ພະນົມເປັນ ວັນທີ 13 ສິງຫາ 2014
ພວກພະສົງສາສະໜາພຸດ ແລະພວກປະທ້ວງອື່ນໆ ພາກັນໂຮມຊຸມນຸມປະທ້ວງ ໃກ້ສະຖານທູດຫວຽດນາມ ທີ່ພະນົມເປັນ ວັນທີ 13 ສິງຫາ 2014

ການ​ປະ​ທ້ວງ​ ມາເປັນ​ເວລາ 3 ມື້ ຢູ່​ຕໍ່ໜ້າ​ສະຖານທູດ​ຫວຽດນາມ
​ທີ່​ນະຄອນ​ຫຼວງ​ພະນົມ​ເປັນ​ໄດ້​ຍຸດ​ຕິ​ລົງ​ຢ່າງ​ສັນຕິ​ໃນ​ວັນ​ພຸດ​ວານ
​ນີ້ ​ແຕ່​ວ່າບໍ່ໄດ້ມີ​ຄຳຕອບໃດໆ​ ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ​
ກ່ຽວ​ກັບ​ຂໍ້​ຄິດ​ເຫັນ​ຕ່າງໆເລື້ອງ​ພາກສ່ວນ​ນຶ່ງ​ເຂດ​ສາມຫຼ່ຽມ​ປາກ
​ແມ່​ນ້ຳຂອງ​ໃນ​ພາກ​ໃຕ້ ທີ່​ເຄີຍ​ເປັນ​ສ່ວນ​ນຶ່ງ​ ຂອງ​ກຳປູ​ເຈຍ ​ແຕ່​
ໄດ້​ຖືກ​ມອບໃຫ້​ຫວຽດນາມໃນ​ຕອນທ້າຍຂອງ​ການປົກຄອງ​ແບບ​
ອະ​ນາ​ນິຄົມ​ຂອງຝຣັ່ງນັ້ນ.

ພວກ​ປະ​ທ້ວງ​ ຫຼາຍ​ກວ່າ 100 ຄົນ ຮວມທັງ​ພວກະ​ສົງ​ໄດ້​ເລີ້ມ​ທຳ
ການ​ປະ​ທ້ວງ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ເພື່ອ​ຮຽກຮ້ອງ​ໃຫ້ໂຄສົກ​ປະຈຳ​
ສະຖານທູດ​ອອກ​ມາ​ຂໍອະໄພໂດຍ​ໄດ້ກ່າວໃນ​ຫວ່າງ​ໄວໆ​ຜ່ານ​ມາ​
ນີ້​ວ່າ ຂົງ​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳຂອງ ​ໃນ​ປະຫວັດ​ສາດ​ນັ້ນ​ ເປັນ​ຂອງ​ຫວຽດນາມ.

ທ່ານ Tran Van Thong ​ໂຄສົກ​ສະຖານທູດຫວຽດນາມ ທີ່​ໄດ້​ກ່າວ​ຖ້ອຍ​ຄຳ​ດັ່ງກ່າວ​
ມາ​ກ່ອນ​ນັ້ນ ບໍ່​ສາມາດ​ຕິດ​ຕໍ່​ໄດ້ ​ເພື່ອ​ໃຫ້​ຄວາມ​ຄິດ​ຄວາ​ມເຫັນ​ ກ່ຽວ​ກັບ​ເລື້ອງ​ນີ້ ​ແຕ່​ສະຖານທູດ ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ໃນ​ເດືອນ​ແລ້ວ​ນີ້ໂດ​ຍ​ເອີ້ນ​ການ​ເດີນ​ຂະ​ບວນປະ​ທ້ວງດັ່ງກ່າວ​ວ່າເປັນ​ການ​ເຂົ້າ​ແຊກ​ແຊງ​ໃນເລື່ອງເຂດ​ນ້ຳ​ແດນ​ດິນ​ຂອງ​ຫວຽດ
ນາມ.

ການ​ເສຍ​ຂົງ​ເຂດ​ດັ່ງກ່າວ ໃຫ້​ຫວຽດນາມ ​ເປັນ​ເລື້ອງ​ຫລໍ່​ແຫຼມ​ສຳລັບ​ຊາວ​ກຳປູ​ເຈຍ​ຫຼາຍ​
ຄົນ ​ເຖິງ​ແມ່ນ​ລັດຖະບານ​ພະນົມ​ເປັນ​ບໍ່​ໄດ້​ໂຕ້​ແຍ້​ງ​ໃດໆ​ກ່ຽວ​ກັບ​ຊາຍ​ແດນ​ໃນ​ປັດຈຸບັນ​ນີ້
ກໍ​ຕາມ. ຂົງ​ເຂດ​ດັ່ງກ່າວ ​ຍັງ​ເປັນ​ຖິ່ນ​ຖານ​ຂອງພົນລະ​ເມືອງ ຈາກ​ຊົນ​ກຸ່ມ​ນ້ອຍ​ກຳປູ​ເຈຍ​
ຢ່າງ​ຫລວງຫລາຍ​ຢູ່.

XS
SM
MD
LG