ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານ ​ກໍາປູ​ເຈຍ ຍື່ນຟ້ອງ ໜັງສືພິມ ຂອງຝ່າຍຄ້ານ


ຊາວກໍາປູເຈັບ ພາກັນອ່ານ ໜັງສືພິມຢູ່ຂ້າງຖະໝົນ
ຊາວກໍາປູເຈັບ ພາກັນອ່ານ ໜັງສືພິມຢູ່ຂ້າງຖະໝົນ
ລັດຖະບານ​ກໍາປູ​ເຈຍ ກໍາລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ເອົາບາດ
ກ້າວດ້ານກົດໝາຍ ຕໍ່ໜັງສືພິມ Moneaksekar Khmer ຊຶ່ງ
​ເປັນ​ໜັງສືພິມ​ຝ່າຍ​ຄ້ານທີ່​ຍັງ​ເຫລືອ​ຢູ່ ພຽງ​ສະບັບ​ດຽວ​ຂອງ
​ປະ​ເທດ ໂດຍກ່າວ​ອ້າງ​ວ່າ ​ໃສ່​ຮ້າຍ​ປ້າຍ​ສີ ທະຫານ ຢູ່​ໃນ​ບົດ
​ຄວາມ​ທີ່​ເຜີຍ​ແຜ່​ໃນເດືອນ​ແລ້ວ​ນີ້.

​ໂຄ​ສົກ​ລັດຖະບານ ທ່ານ Phai Siphan ກ່າວ​ວ່າ ສຳນວນ
ຟ້ອງ​ໄດ້​ຍືນ​ຢູ່​ໃນ ສານ​ທະຫານ ຫລັງ​ຈາກຫົວໜ້າບັນນາທິ
ການຂອງໜັງ​ສື​ພິມດັ່ງກ່າວ ບໍ່​ໄດ້​ຕອບ ​ຄໍາ​ຖະ​ແຫລ​ງຕ່າງໆ
​ຂອງລັດຖະບານ.

ທ່ານ Phai Siphan ​ເວົ້າວ່າ “ຫ້ອງການ​ຂອງຂ້າພະ​ເຈົ້າ ​ໄດ້​ສົ່ງ​ເອກ​ກະສາ​ນ ທັງ​ໝົດ ​ໄປ
​ຫາກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະທາງ​ກະຊວງດັ່ງກ່າວກໍ​ມີຂັ້ນຕອນ ດໍາ​ເນີນ​ງານຂອງ​ເຂົາ​
ເຈົ້າ ​ແລະ​ທະນາຍຄວາມ ຈະ​ສົ່ງ​ຄະ​ດີ​ໄປ​ຫາ​ສານ​ທ​ະຫານ ​ເພື່ອ​ດຳ​ເນີນ​ງານ ປ້ອງ​ກັນ​ຜົນ​
ປະ​ໂຫຍ​ດ ​ແລະ​ສິດທິ​ຂອງ​ພວກ​ເຮົາ.”

ໜັງ​ສືພິມສະບັບ​ນີ້ ​ໄດ້ພິມ​ເຜີຍ​ແຜ່​ບົດ​ຄວາມບົດ​ນຶ່ງ​ເມື່ອ​ວັນ​ທີ 13 ເດືອນພະຈິກ ​ແລ້ວ​ນີ້ ທີ່
​ໄດ້​ມີ​ການ​ອ້າງ​ຄຳ​ເວົ້າຂອງ​ຮອງ​ປະທານພັກ​ຝ່າຍ​ຄ້ານ ທ່ານ Kem Sokha ທີ່​ກ່າວ​ວ່າ
“ການສໍ້​ໂກງ​ການ​ເລືອກ​ຕັ້ງ​” ​ແລະ​ການ​ສົ່ງ​ກໍາລັງ​ທະ​ຫານ​ອອກ​ມາປະຕິບັດ​ງານນັ້ນ ​ໄດ້
“ລັກຂະ​ໂມ​ຍ​ເອົາ​ໄຊຊະນະ​ຈາກ​ປະຊາ​ຊົນ​ກໍາປູ​ເຈຍ.”

ຝ່າຍ​ຄ້ານ ຄືພັກ​ກູ້ຊາດກໍາປູ​ເຈຍ ​ໄດ້​ໂຕ້​ແຍ້​ງຜົນ​ການ​ເລືອກ​ຕັ້ງສະພາ​ໃນ​ເດືອນ​ກໍລະກົດ
​ໂດຍ​ກ່າວວ່າ ຕົນ​ໄດ້​ຖືກ​ປະຕິ​ເສດ​ບໍ່​ໃຫ້​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ ເນື່ອງ​ຈາກ​ມີ​ການ​ສໍ້​ໂກງ
ຄະ​ແນນ​ສຽງໃນ​ຂອບ​ເຂດ​ທີ່​ກວ້າງຂວາງ. ລັດຖະບານກຳປູ​ເຈຍ ​ໄດ້​ປະຕິ​ເສດ ຕໍ່​ຂໍ້​ກ່າວ
​ຫາດັ່ງກ່າວ.

ທ່ານ Darn Sith ຜູ້​ແທນ​ຝ່າຍ​ຄ້ານ ຊຶ່ງ​ເປັນຜູ້ດູ​ແລໜັງ​ສື​ພິມ Moneaksekar Khmer
ກ່າວ​ວ່າ ໜັງສືພິມນີ້ບໍ່​ໄດ້​ລາຍ​ງານ​ຂ່າວທີ່​ມີ​ຜິດພາດ​ຫລື​ໄດ້​ລະ​ເມີດກົດ​ ຈັນ​ຍາ​ບັນ​ຂອງ​ໜັງ
ສືພິມ​ແຕ່​ຢ່າງ​ໃດ.
XS
SM
MD
LG