ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ ຕັດສິນໂທດຈໍາຄຸກ ເຈົ້າຂອງວິທະຍຸ Beehive 20 ປີ (ວີດີໂອ)


Anti-government protesters march during a rally in central Bangkok, Jan. 17, 2014.
Anti-government protesters march during a rally in central Bangkok, Jan. 17, 2014.
ສານໃນກໍາປູເຈຍ ໄດ້ຕັດສິນໂທດ ນັກປຸກລະດົມກ່ຽວກັບສິດທິ
ທາງດ້ານທີ່ດິນ ແລະວິຈານລັດຖະບານ ໃຫ້ຈໍາຄຸກ 20 ປີ
ໃນຂໍ້ຫາພະຍາຍາມຍຸຍົງ ໃຫ້ກໍ່ການລຸກຮືຂຶ້ນຕໍ່ຕ້ານລັດ.

ສານທີ່ກຸງພະນົມເປັນ ໄດ້ອອກຄໍາຕັດສິນລົງໂທດໃນວັນຈັນມື້ນີ້
ຕໍ່ທ່ານ MamSonando ຫົວໜ້າສະຖານີວິທະຍຸ Beehive
ທີ່ເປັນເອກກະລາດນັ້ນ.

ສານກ່າວວ່າ ທ່ານ Sonando ໄດ້ຍຸຍົງພວກຊາວບ້ານ ໃຫ້ລຸກຮື
ຂຶ້ນຈັບອາວຸດ.

ທ່ານ Sonando ກ່າວວ່າ ລາວເປັນຜູ້ບໍລິສຸດໃນຂໍ້ຫາດັ່ງກ່າວນັ້ນ
ແລະພວກນັກເຄື່ອນໄຫວເພື່ອສິດທິມະນຸດ ກໍໄດ້ພາກັນກ່າວປະ
ນາມການຕັດສິນໂທດນີ້ວ່າມີສາເຫດທາງການເມືອງ.

ຜ່ານມາ ລັດຖະບານກໍາປູເຈຍ ໄດ້ທໍາການບັງຄັບໄລ່ທີ່ປະຊາຊົນ
ທີ່ໃຊ້ຄວາມຮຸນແຮງໃນບາງຄັ້ງທີ່ໄດ້ກະທົບຜູ້ຄົນຈໍານວນນັບໝື່ນ.

ພວກນັກເຄື່ອນໄຫວກ່າວວ່າ ທາງການຍັງສືບຕໍ່ທໍາການກວດ
ລ້າງແລະຈັບກຸມພວກທີ່ທ້າທາຍກ່ຽວກັບເລື່ອງການຍຶດເອົາ
ທີ່ດິນນັ້ນ ຫລາຍຂຶ້ນເລື້ອຍໆ.

ເບິ່ງວິດີໂອພາສາລາວ ກ່ຽວກັບ ທ່ານ Mam Sonando
ແລະສະຖານີວິທະຍຸຂອງທ່ານ ກ່ອນຖືກຕັດສິນໂທດ:


XS
SM
MD
LG