ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ກຳ​ປ​ູ​ເຈຍ​ຕັດ​ສິນ​ໃຫ້ ທະ​ນາຍ​ຄວາມ​ອາ​ເມ​ຣິ​ກັນ ແລະ​ຫລາຍ​ສິ​ບ​ຄົນ​ຖືກ​ຂັງ​ຄຸກ ໂດຍ​ກ່າວ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​ຜິດໃນ​ຖານ​ ທໍ​ລະ​ຍົດ​ຊາດ


ທ່ານ​ນາງ ​ເທຍ​ຣີ ແສງ, ທະ​ນາຍ​ຄວາມ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ກຳ​ປູ​ເຈຍ ນຸ່ງ​ເຄື່ອງ​ໃຫ້​ເບິ່ງ​ຄື​ວ່າ​ເປັນ​ເທ​ພີ​ແຫ່ງ​ອິດ​ສະ​ຫລະ​ພາບ​ຖືກ​ໂສ້ມັດ​ໄວ້​ ໃນ​ຂະ​ນະ​ທີ່​ໄປ​ເຖິງສານ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນຂອງ​ກຳ​ປູ​ເຈຍ, ວັນ​ທີ 14 ມິ​ຖຸ​ນາ, 2022.
ທ່ານ​ນາງ ​ເທຍ​ຣີ ແສງ, ທະ​ນາຍ​ຄວາມ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ກຳ​ປູ​ເຈຍ ນຸ່ງ​ເຄື່ອງ​ໃຫ້​ເບິ່ງ​ຄື​ວ່າ​ເປັນ​ເທ​ພີ​ແຫ່ງ​ອິດ​ສະ​ຫລະ​ພາບ​ຖືກ​ໂສ້ມັດ​ໄວ້​ ໃນ​ຂະ​ນະ​ທີ່​ໄປ​ເຖິງສານ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນຂອງ​ກຳ​ປູ​ເຈຍ, ວັນ​ທີ 14 ມິ​ຖຸ​ນາ, 2022.

ໃນວັນ​ອັງ​ຄານ​ມື້ນີ້ ສານແຫ່ງ​ນຶ່ງ​ຂອງກຳປູເຈຍໄດ້ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກຕໍ່​ພວກ​ຄັດຄ້ານ​ລັດ​ຖະ​ບານປະ​ມານ 60 ຄົນ, ລວມທັງທະນາຍຄວາມ ທີ່ມີຊື່ສຽງ, ທ່ານນາງ​ເທຍ​ຣີ ແສງ (Theary Seng) ວ່າໄດ້ສົມຮູ້ຮ່ວມຄິດໃນ​ການກະ ທໍ​ລະ​ຍົດຊາດ ໃນ​ການ​ຮັບ​ຟັງຄະ​ດີແບບຮວມ​ໝູ່​ທີ່​ຖືກ​ປະ​ນາມ​ໂດຍ​ສະ​ຫະ​ລັດ ແລະ ບັນດາກຸ່ມສິດທິມະ​ນຸດ​ວ່າ ເປັນ​ເຫດ​ຜົນທາງດ້ານການເມືອງ, ອີງ​ຕາມ​ອົງ​ການ​ຂ່າວຣອຍ​ເຕີ້​ສ໌ (Reuters).

ທ່ານນາງ​ເທຍ​ຣີ ແສງ, ທະນາຍຄວາມ ແລະນັກ​ເຄື່ອນ​ໄຫວ​ດ້ານສິດທິມະນຸດ ຊາວອາເມຣິກັນເຊື້ອ​ສາຍກຳປູເຈຍ ​ແມ່ນນຶ່ງ​ໃນ​ຈຳນວນ​ຫຼາຍ​ກວ່າ 100 ຄົນ​ທີ່​ພົວພັນ​ກັບ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ທີ່​ຖືກຍຸບແລ້ວ ແລະຖືກ​ກ່າວ​ຫາວ່າ​ທຳການ​ທໍ​ລະ​ຍົດ ​ແລະຍຸ​ແຍ່ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​.

ສານ​ໃນ​ນະຄອນຫຼວງ​ພະນົມ​ເປັນ​ໄດ້​ຕັດສິນ​ລົງ​ໂທດ​ທ່ານ​ນາງ​ເທຍ​ຣີ ແສງ ​ໃຫ້ ຖືກ​ຈຳ​ຄຸກ 6 ປີ ແລະສັ່ງໃຫ້ຈັບ​ທ່ານນາງ, ອີງ​ຕາມທະນາຍຄວາມຂອງທ່ານນາງ ເວົ້າກັບນັກຂ່າວ.

“ອັນ​ນີ້​ເປັນເລື້ອງ​ທີ່​ຍອມ​ຮັບບໍ່​ໄດ້ ແລະ​ຂ້າ​ພະ​ເຈົ້າ​ຈະໄປ​ພົບ​ກັບ​ທ່ານນາງຢູ່​ໃນ​ຄຸກ ເພື່ອປຶກສາຫາລືກ່ຽວກັບການຂໍອຸທອນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທະນາຍຄວາມຈວງ ຈວງ​ກີ (Chuong Choungy) ທ່ານກ່າວຢູ່ນອກສານ, ໂດຍໃຫ້ ຂໍ້ສັງເກດວ່າ ທ່ານນາງແມ່ນນຶ່ງ ໃນຈຳເລີຍປະມານ 60 ຄົນທີ່ຖືກ​ຕັດ​ສິນໃຫ້​ຖືກຈໍາ​ຄຸກ​ເປັນ​ເວ​ລາລະ​ຫວ່າງ​ຫ້າ​ຫາ​ແປດ​ປີ​.

​ທ່ານ​ນາງເທຍ​ຣີ ແສງໄດ້ໄປຮອດສານ​ໂດຍ​ທີ່ນຸ່ງຊຸດເປັນຄືຮູບປັ້ນຂອງເທ​ພີ ອິດ​ສະ​ຫລະ​ພາບໂດຍມີໂສ້ທີ່​ເປັນສັນຍາລັກໃສ່ອ້ອມຕົວທ່ານນາງ, ແລະເວົ້າວ່າທ່ານນາງຄາດວ່າຈະຖືກພົບວ່າມີຄວາມຜິດ.

ຫຼັງ​ຈາກ​ຄໍາ​ຕັດ​ສິນ​, ທ່ານນາງ​ກໍໄດ້​ຖືກ​ມັດແຂນ​ເອົາ​ເຂົ້າ​ໄປ​ໃນ​ລົດ​ບັນ​ທຸກຂອງ​ຕຳ​ຫຼວດຊຶ່ງ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ລະ​ຫວ່າງ​ເຈົ້າ​ຫນ້າ​ທີ່​ແລະ​ຜູ້​ສະໜັບສະໜູນ​ທ່ານ​ນາງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG