ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ກໍາປູເຈຍ 5 ຄົນ ຖືກເຈົ້າໜ້າທີ່ ຈັບກຸມ


ນາງ Tep ຈາກໝູ່​ບ້ານ​ບຶງ Boeung Kak ຖືກຕໍາຫຼວດ
ຈັບກຸມ
ນາງ Tep ຈາກໝູ່​ບ້ານ​ບຶງ Boeung Kak ຖືກຕໍາຫຼວດ ຈັບກຸມ
ມີ​ພວກ​ນັກ​ເຄື່ອນ​ໄຫວ​ ເພື່ອ​ສິດທິ ໃນ​ການ​ມີ​ບ້ານ​ເຮືອນ ​ຂອງກໍາ
ປູ​ເຈຍຢ່າງ​ນ້ອຍ 5 ຄົນໄດ້ຖືກ​ຈັບ​ກຸມໃນ​ວັນ​ຈັນ​ວານ​ນີ້ ໃນ​ຂະນະ
​ທີ່​ການ​ທັບ​ມ້າງ​ປາບ​ປາມຂອງລັດຖະບານ​ຕໍ່​ພວກປະ​ທ້ວງ​ດຳ​ເນີນ​
ຢູ່​ຕໍ່​ມາ.

ໃນ​ຈໍານວນ ​ພວກ​ທີ່​ຖືກຈັບ​ຕົວ​ໄວ້​ນັ້ນ​ ແມ່ນນາງ Tep Vanny ​
ຜູ້​ນໍາ​ທີ່​ກ້າ​ເວົ້າ​ກ້າ​ປາກ​ກ່ຽວ​ກັບເລື່ອງສິດໃນການ​ເປັນ​ເຈົ້າ​ຂອງ​
ບ້ານ​ເຮືອນ ​ແລະການ​ໄລ່​ອອກ​ຈາກ​ທີ່​ໃນ​ກໍາປູ​ເຈ​ຍ ແລະນາງ
Yorm Bopha ​ຜູ້​ນໍາ​ປະຊາ​ຄົມທີ່ຫາ​ກໍ​ຖືກ​ປ່ອຍ​ອອກ​ຈາກ​ບ່ອນ​
ຄຸມ​ຂັງ ​ເມື່ອ​ໄວໆ​ມານີ້.

​ພວກ​ປະ​ທ້ວງທັງ 5 ຄົນ ​ຖືກ​ກັກ​ຕົວໄວ້​ຫຼາຍຊົ່ວ​ໂມງ ຫຼັງຈາກ​ທີ່​ໄດ້ນໍາພາ​ເດີນ​ຂະ​ບວນ
ປະ​ທ້ວງ ຕໍ່ໜ້າ​ສະຖານທູດ​ຝຣັ່ງບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ພະຍາຍາມ​ຍື່ນ​ໜັງສື​ຮ້ອງ​ຮຽນ​
ໃຫ້​ປ່ອຍ​ພວກຫົວໜ້າ​ແຮງ​ງານ​ແລະ​ພວກ​ນັກ​ເຄື່ອນ​ໄຫວທີ່​ຖືກ​ກັກ​ຂັງ​ໄວ້​ນັ້ນ.

​ບຸກຄົນທັງ 5 ​ໄດ້​ຖືກ​ປ່ອຍ​ຕົວ ​ໃນ​ເວລາ​ຕໍ່​ມາ ຫຼັງ​ຈາກທີ່​ໄດ້ເຊັນ​ໜັງສື​ສະບັບ​ນຶ່ງ​ທີ່​ໃຫ້​
ສັນຍາວ່າ ​ຈະ​ຍຸຕິ​ການ​ໂຮມ​ເດີນ​ຂະ​ບວນ​ປະ​ທ້ວງ.

​ແຕ່​ຫຼັງ​ຈາກ​ໄດ້​ປ່ອຍ​ແລ້ວ​ນັ້ນ ນາງ Tep Vanny​ ໄດ້​ບອກ​ກັບVOA ພາກພາສາກໍາປູ​ເຈ​ຍ
ວ່າລາວ​ຈະ​ຍຸຕິ​ການ​ປະ​ທ້ວງ​ ກໍ​ຕໍ່​ເມື່ອຢູ່​ພາຍ​ໃຕ້​ເງື່ອນ​ໄຂ​ 2 ຂໍ້​ ຄືການ​ຕາຍຫຼື​ບໍ່ກໍໄດ້ຄວາມ
​ຍຸຕິ​ທໍາ ​ເທົ່າ​ນັ້ນ.

ພວກ​ປະ​ທ້ວງຫຼາຍໆ​ຄົນ​ແມ່ນ​ມາ​ຈາກໝູ່​ບ້ານ​ບຶງ Boeung Kak ບ່ອນທີ່​ໄດ້​ມີ​ການ
ປະ​ທ້ວງ ​ຕໍ່​ການ​ຖືກບັງຄັບ​ໄລ່ອອກ​ຈາກທີ່ດິນ ​ເລີ້ມ​ແຕ່​ປີ 2008 ມານັ້ນ.
XS
SM
MD
LG