ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຕິກິລິຍາຕໍ່ການຕັດສິນຜູ້ນໍາຂະເໝນແດງ ທີ່ກໍາປູເຈຍ


ບັນດາ​ຜູ້​ລອດ​ຊີວິດ​ຈາກ​ການ​ຂ້າ​ລ້າງຜານ​​ເຊື້ອ​ຊາດ​ເຜົ່າພັນ ຢູ່​ໃນ​ກຳປູເຈຍ​ແລະ​ພວກ​ຜູ້​ສັງ​ເກດ​ການ​ນາໆ​ຊາດ ພາກັນສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການຕັດສິນ​​​ໂທດເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ ຄົນທໍາ​ອິດ ​​ຂອງ​ອະດີດ​ອຳນາດ​ປົກຄອງຂະ​ເໝນ​ແດງ​ ທີ່​ມີ​ຊື່​ສຽງ​​​ເນົ່າ​ເໝັນ​ນັ້ນ. ດັ່ງ​ທີ່ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ມາ​ນັ້ນ​ ກໍ​ແມ່ນ​ວ່າພວກ​ນັກ​ສັງ​ເກດ​ການ​ບາງ​ຄົນພາກັນ​ ຕຳ​ໜິຕິຕຽນ​ການ​ຕັດສິນໂທດ​ຈຳ​ຄຸກ​ເປັນເວລາ 19 ປີ ຕໍ່​ນາຍ ​ເກ໋ງ ​ເກັກ ອຽວ.

ພວກ​ທີ່ລອດ​ຊີວິດມາ​ຈາກ​ແດນ​ມໍລະນະຂອງ​ກຳປູ​ເຈຍ​
ຫລື​ຢຸກສະ​ໄໝ​ການ​ປົກຄອງ​ອັນ​ປ່າ​ເຖື່ອນຂອງ​ພວກ​
ຂະ​ເໝນແດງ​ນັ້ນໄດ້​ພາກັນລໍຖ້າ​ມາ​ເປັນ​ເວລາ 31 ປີ
ເພື່ອ​ໃຫ້​ພວກ​ຂະ​ເໝນ​ແດງ ​ມາຮັບ ຜິດຊອບຕໍ່​ການ​
ຂ້າ​ລ້າງ​ດັບ​ສູນປະຊາຊົນ ປະມານ 1 ສ່ວນ 4 ຂອງ
ພົນລະ​ເມືອງ​ຂອງ​ປະ​ເທດ​ນັ້ນ. ຢູ່ໃນ​ສານ​ທີ່ອັດ​ແອ
ໄປ​ດ້ວຍ​ຜູ້​ຄົນ​ ​ທີ່ນະຄອນຫລວງພະນົມ​ເປັນ ເມື່ອ​ວັນ​ຈັນ
ອາທິດ​ນີ້ ສານ​ອາຊະຍາ​ກໍາສົງຄາມທີ່ໄດ້​ຮັບ​ການ​ໜຸນ
ຫລັງ​ຈາກ​ສະຫະ​ປະຊາ​ຊາດ ​ໄດ້ເອົາ​ບາດກ້າວ​ນຶ່ງໄປ​
ສູ່​ການ​ລົບ​ລ້າງ​ວັດທະນະ ທໍາໃນການ​ບໍ່​ເອົາໂທດນັ້ນ.ໃນ​ການ​ອ່ານ​ຄຳ​ຕັດສິນຄວາມຜິດ​ຂອງ​ນາຍ ​ເກ໋ງ ​ເກັກ ອຽວ (Kaing Guek Eav) ທີ່ຮູ້ກັນ ໃນ​ອີກ​ຊື່​ນຶ່ງ​ວ່າ “​ໂດ໊ຍຄ໌” ນັ້ນ​ ຜູ້​ພິພາກສາ​ສານ​ອາຊະ​ຍາ​ກຳ​ທ່ານ​ນຶ່ງ ໄດ້​ລະບຸໂທດ​ຫລື​ອາ ​ຊະ​ຍາກໍາ​ຕ້ານ​ມະນຸດສະ​ທໍາ ທີ່​ອະດີດ​ເຈົ້າ​ໜ້າ​ທີ່ດູແລຄຸກ​ຄົນ​ນີ້​ໄດ້​ມີ​ສ່ວນ​ປະກອບ​ໃນ​ການ​ກໍ່​ຂຶ້ນໃນຕອນ​ທີ່ຜູ້ກ່ຽວເປັນ​ຫົວໜ້າ ຄຸ້ມ​ຄອງຄຸກ​ຂະ​ເໝນ​ແດງແຫ່ງ​ນຶ່ງ ໃນລະຫວ່າງ​ຊຸມປີ 1970 ນັ້ນ.


ໂທດ​ກໍາ​ຕ່າງໆທີ່​ຜູ້​ພິພາກສາ​ສານ​ໄດ້​ໄລ່​ມານັ້ນ ມີ​ໂຮມ​ທັງການຄາດ​ຕະກໍາການ​ຈັບຄົນໄປ
ເປັນ​ທາດ ການ​ຄຸມ​ຂັງການ​ທາລຸນ​ນະ​ກໍາຮວມທັງ​ການ​ຂົ່ມຂືນ​ຊໍາ​ເລົາ​ໃນ​ກໍລະນີ​ນຶ່ງ ແລະ
ການ​ກະທໍາທີ່ໄຮ້ມະນຸດສະ​ທໍາ​ອື່ນໆອີກ. ນາຍ​ຢຸກຊ້າງໄດ້​ສູນເສຍ​ຄອບຄົວຂອງລາວໄປ
ໄປ​ໃນ​ແດນ​ມໍລະນະ ແລະ​ໄດ້​ໃຊ້​ເວລາ​ໄລຍະນຶ່ງທົດສະວັດ​ ຫລື 10 ປີຜ່ານມາ​ນີ້ ເກັບ​ກໍາ ຂໍ້​ມູນກ່ຽວກັບ​ຄວາມ​ໂຫດຮ້າຍ​ທາລຸນ​ນະ​ກໍາ​ຕ່າງໆ​ຂອງ​ພວກຂະ​ເໝນ​ແດງ ​ແລະ​ ບັນທຶກ​ໄວ້. ລາວກ່າວວ່າ ການ​ຕັດສິນໂທດນີ້​ຈະ​ຊ່ອຍໃຫ້ຊາວກໍາປູ​ເຈຍ​ ​ເຊົາ​ມີ​ຄວາມ​ຮູ້ສຶກວ່າ ຕົນ​ໄດ້ເປັນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ເພາະວ່າປະຊາ​ຄົມນາໆ​ຊາດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ບໍ່​ຮັບ​ເອົາ​ການ​ກະທໍາຜິດຕໍ່​ຊາວ​ຂະເໝນ​ແບບນີ້​ ຕໍ່​ໄປອີກ​ແລ້ວ ຊຶ່ງ​ນາຍ​ຢຸກຊ້າງ ກ່າວ​ວ່າ:

ມັນເປັນການສຳຄັນຫລາຍທີ່ສຸດ ທີ່ກຳປູເຈຍຈະກອບກູ້ເອົາຄວາມເປັນ
ເອກກະລັກ ຄວາມເປັນມະນຸດຊາດ ຂອງພວກເຂົາເຈົ້ານັ້ນ ກັບ​ຄືນ​ມາ
ບໍ່ແມ່ນຈະຕົກ ເປັນຜູ້ຮັບເຄາະຢູ່ຕະຫລອດໄປ. ແນ່ນອນຢູ່ແລ້ວວ່າພວກ
ເຮົາໄດ້ຕົກເປັນຜູ້ເຄາະຮ້າຍແຕ່ປະເທດແຫ່ງຜູ້ເຄາະຮ້າຍ ທີ່ມີສານດຳເນີນ
ຄະດີນັ້ນ ຈະໃຫ້ພວກເຮົາໄດ້ຮັບອິດສະລະ
.”


ແຕ່ພວກ​ທີ່ລອດ​ຊີວິດ​ຈາກ​ພວກ​ຂະ​ເໝນ​ແດງມາ​ໄດ້​ບາງ​ຄົນ​ ມີ​ຄວາມ​ເສຍ​ໃຈແລະ​ບໍ່ພໍ​
ໃຈ​ທີ່ນາຍ​ໂດ໊ຍຄ໌​ຈະ​ຕິດຄຸກພຽງ​ແຕ່ 19 ປີເທົ່າ​ນັ້ນ ຊຶ່ງ​ນີ້​ໝາຍ​ຄວາມ​ວ່າຜູ້ກ່ຽວຊຶ່ງ​ປັດຈຸ
ບັນ​ມີ​ອາຍຸ 67 ປີ​ ຈະສາມາດ​ຍ່າງ​ອອກ​ຈາກ​ຄຸກ​ມາ​ໄດ້ຢ່າງ​ເສລີ ຖ້າ​ຜູ້ກ່ຽວຍັງ​ມີ​ຊີວິດ​ຢູ່
ຫລັງ​ຈາກ​ຮັບ​ໃຊ້​ໂທດ​ຕາມ​ກໍານົດ​ແລ້ວ​. ນາຍ Chum Mey ຜູ້​ລອດ​ຊີວິດ​ອີກ​ຄົນ​ນຶ່ງ
ຈາກ​ຄຸກຂະ​ເໝນ​ແດງ ຢືນຕົກສະເງີ້​ຢ່າ​ງບໍ່​ເຊື່ອຫູ ຢູ່​ນອກຫ້ອງ​ພິຈາລະນາ​ຄະດີ ທີ່ສານ​
ອາຊະຍາກໍາ ​ແລະ​ກ່າວ​ອອກມາ​ວ່າ ລາວ​ບໍ່ດີ​ໃຈ ​ແລະ​ເວົ້າ​ຕໍ່​ໄປ​ວ່າ ຄົນ​ກໍາປູ​ເຈຍໄດ້ຮັບ
ຄວາມ​ເຈັບ​ປວດ​ມາ​ແລ້ວຄັ້ງ​ນຶ່ງ ພາຍ​ໃຕ້​ການ​ປົກຄອງ​ຂອງ​ພວກ​ຂະ​ເໝນ​ແດງນັ້ນ ແລະ
ມາ​ບັດ​ນີ້​ ເຂົາ​ເຈົ້າ​ໄດ້​ຮັບ​ຄວາມ​ເຈັບ​ປວດ​ອີກ​ຄັ້ງ​ນຶ່ງ ​ຍ້ອນ​ການ​ຕັດສິນ​ໂທດ​ດັ່ງກ່າວ.


ທ່ານ Carl Thayer ສາດສະດາ​ນຈານ​ສອນ​ວິຊາ​ລັດຖະສາດການ​ເມືອງ ທີ່​ສະຖາ​ບັນ
ກຳລັງ​ປ້ອງ​ກັນຊາ​ດອອສ​ເຕຣ​ເລຍໃນນະຄອນຫລວງແຄນ​ເບີຣາ ກ່າວ​ວ່າ ການ​ຕັດສິນ​
ໂທດ​ດັ່ງກ່າວ ພາ​ໃຫ້​ມີ​ການ​ຕັ້ງ​ຄໍາ​ຖາມ​ຂຶ້ນ​ມາ​ວ່າ ສານ​ອາ​ຊະຍາກໍານີ້ໄດ້ບັນລຸເປົ້າ​ໝາຍ
ຂອງ​ຕົນ ​ຫລື​ບໍ? ໃນ​ການ​ນຳ​ເອົາ​ພວກ​ຂະ​ເໝນ​ແດງ​ມາ​ຮັບຜິດຊອບຕໍ່ໂທ​ດກໍາທີ່ພວກ​
ເຂົາ​ໄດ້​ກໍ່​ຂຶ້ນນັ້ນ ຊຶ່ງ​ທ່ານກ່າວ​ຕໍ່​ໄປວ່າ:

ເພາະວ່າພວກເຂົາເປັນພວກຜູ້ນຳອາວຸໂສ ​ເພາະວ່າພວກເຂົາບໍ່​ຍອມ
ຮັບຜິດ ເພາະວ່າ​ພວກ​ເຂົາ​ໄດ້ຖິ້ມ​ໂທດ​ໃສ່​ຄົນອື່ນໆເພາະວ່າພວກເຂົາບໍ່
ຍອມເວົ້າ ແລະຂ້ອຍຄິດວ່າ ມີຫລາຍໆຄຳຖາມທີ່​ມີ​ແຕ່ພວກຜູ້ນຳອາວຸໂສ
ເຫລົ່ານັ້ນເທົ່ານັ້ນ ທີ່ຈະຕອບໄດ້
.”

ໃນ​ປັດຈຸ​ບັນນີ້ ມີ​ສະມາຊິກ​ລະດັບ​ຕໍ່າ​ຂອງ​ອະດີດ​ອຳນາດ​ປົກຄອງ​ຂະ​ເໝນ​ແດງ​ຈຳ
ນວນ​ນຶ່ງ ​ຮັບ​ຕໍາ​ແໜ່​ງຢູ່​ໃນ​ວົງ​ການ​ລັດຖະບານກໍາປູ​ເຈຍ ຊຶ່ງຮວມທັງ​ນາຍົກ​ລັດຖະ
ມຸນຕີ​ຮຸນເຊນ​ນໍາ. ນາງ Donna Guest ຈາ​ກກຸ່ນ​ປົກ​ປ້ອງ​ສິດທິ​ມະນຸດ Amnesty
International ຫລື​ອົງການ​ນິລະ​ໂທດ​ກໍາ​ສາກົນ ກ່າວ​ວ່າ ​ສະຖານະ​ການນີ້​ໄດ້​ເຮັດ​
ໃຫ້ການ​ດຳ​ເນີນ​ຄະດີ​ນີ້​ ມີ​ຄວາມ​ຫຍຸ້ງຍາກຕື່ມ​ຂຶ້ນ​ອີກ ​ແລະ​ສາມາດເປັນ​ໄພ​ຂົ່ມຂູ່​ຕໍ່
ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ການ​ດຳ​ເນີນ​ຄະດີ​ ໃນ​ຂັ້ນ​ຕໍ່ໄປ ຊຶ່ງ​ນາງ​ອະທິບາຍ​ວ່າ:


"ນາງ Donna Guest ​ເວົ້າວ່າ ​ໄດ້​ມີ​ການ​ແຊກ​ແຊງ​ຢ່າງ​ເປັນ​ລະບົບ​ຢູ່​ຕະ
ຫລອດ​ມາ ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ຂະເໝນ ຊຶ່ງ​ມີ​ຈຳນວນ​ນຶ່ງໃນ​ບາງ​ລະດັບ
ທີ່ຢາກໃຫ້​ເລື້ອງ​ນີ້​ແລ້ວໆ​ໄປ ຫລື​ຜ່ານໆ​ໄປ​ຊະ
."


ທາງລັດຖະບານ​ກໍາປູ​ເຈຍ​ປະຕິ​ເສດ​ວ່າ​ ຕົນ​ບໍ່​ໄດ້​ເຂົ້າໄປແຊກ​ແຊງ​ໃນ ຂັ້ນ​ຕອນ​ການ
ດຳ​ເນີນ​ຄະດີແຕ່​ປະການ​ໃດ. ​ແຕ່ນາຍົກລັດຖະມຸນຕີຮຸນເຊນໄດ້​ເຕືອນ​ວ່າ ສົງຄາມ​ກາງ
ເມືອງ​ສາມາດ​ລະ​ເບີດ​ຂຶ້ນ​ໄດ້ ຖ້າ​ພວກ​ໄອ​ຍະ​ການ​ທໍາການ​ສືບສວນ​ສອບ​ສວນພວກນັກ
ຕໍ່ສູ້​ຂອງ​ພວກ​ຂະ​ເໝນ​ແດງ​ອີກ​ ນອກ​ເໜືອ​ໄປ​ຈາກພວກ​ເຈົ້າ​ໜ້າ​ທ່ີ​ອາວຸ​ໂສ 5 ຄົນທີ່
ຖືກ​ຈັບ​ກຸມ​ນັ້ນ​ແລ້ວ. ຄະດີ​ຕໍ່​ໄປ​ແມ່ນ​ພົວພັນ​ກັບ​ພວກ​ສະມາຊິກ 4 ຄົນ​ໃນ​ວົງການພາຍ​
ໃນ​ຂອງ Pol Pot ຜູ້​ນໍາ​ພວກ​ຂະ​ເໝນ​ແດງ. ທັງ 4 ຄົນໄດ້​ຖືກ​ກັກ​ຂັງໄວ້ແລ້ວແລະ​ຖືກ​ກ່າວ​ຫາ​ຖານ​ທຳ​ການ​ຂ້າ​ລ້າງ​ເຊື້ອ​ຊາດເຜົ່າພັນ. ນາຍຢຸກຊ້າງກ່າວ​ວ່າ ພວກ​ຄະດີ​ຕໍ່​ໄປ​ນີ້​ ແມ່ນ​ສໍາຄັນ​ທີ່​ສຸດ​ສຳລັບກໍາປູ​ເຈຍ ຊຶ່ງ​ລາວ​ໃຫ້​ເຫດຜົນ​ວ່າ:


"​ເພາະວ່າພວກເຂົາເປັນພວກຜູ້ນຳອາວຸໂສ ​ເພາະວ່າພວກເຂົາບໍ່​ຍອມຮັບ ຜິດ
ເພາະວ່າ​ພວກ​ເຂົາ​ໄດ້ຖິ້ມ​ໂທດ​ໃສ່ຄົນອື່ນໆ ເພາະວ່າ ພວກເຂົາບໍ່​ຍອມ ເວົ້າ
ແລະຂ້ອຍຄິດວ່າ ມີຫລາຍໆຄຳຖາມທີ່​ມີ​ແຕ່ພວກຜູ້ນໍາອາວຸໂສເຫລົ່ານັ້ນ
ເທົ່ານັ້ນ ທີ່ຈະຕອບໄດ້.


ນາຍ​ໂດ໊ຍຄ໌ ໄດ້ສະແດງຄວາມ​ເສຍ​ໃຈແລະຮູ້ສຶກສໍານຶກຜິດ ກ່ຽວ​ກັບອາ​ຊະ​ຍາ​ກໍາ​ທີ່​ຕົນ
ໄດ້​ມີ​ສ່ວນ​ກໍ່​ຂຶ້ນ​ນັ້ນ ແຕ່ກ່າວວ່າຕົນພຽງແຕ່ປະຕິ ບັດຕາມຄໍາສັ່ງຂອງນາຍເທົ່ານັ້ນ.
ການດໍາເນີນຄະດີພວກນາຍເຫລົ່າ ນັ້ນ ອັນ​ມີ ນາ​ຍນວນເຈຍນາຍອຽງສາຣີ ອຽງທິຣິດ
ແລະຂຽວສໍາພັນ ເບິ່ງຄືວ່າຈະບໍ່​ເລີ່​ມຂຶ້ນ ຈົນຮອດປີໜ້າ. ພວກສະໜັບສະໜູນພວກທີ່
ໄດ້ຮັບເຄາະຈາກ​ອຳນາດ​ປົກຄອງ​ຂະ​ເໝນ​ແດງ ຫວັງວ່າ ຈະມີການດໍາເນີນພວກບຸກຄົນ
ເຫລົ່ານີ້ໄວກວ່ານັ້ນ ເພື່ອໃຫ້ໝັ້ນໃຈວ່າ ພວກຈໍາເລີຍທີ່ເຖົ້າ​ແກ່​ຫລາຍເຫລົ່ານີ້ ຈະຍັງ
ຄົງຈະມີຊີວິດຢູ່ ເພື່ອວ່າພວກໄອຍະການຈະສາມາດນໍາ​ເອົາ​ຄວາມ​ຍຸດຕິ​ທໍາມາ​ໃຫ້ພວກ
ທີ່ເສຍຊີວິດໄປ​ແລ້ວນັ້ນໄດ້.

XS
SM
MD
LG