ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສານໂລກ ຕັດສິນວ່າ ເຂົາພະວິຫານ ເປັນຂອງ ກໍາປູເຈຍ


ສານ​ສູງ​ສຸດ ສະຫະ​ປະຊາ​ຊາດ ​ໄດ້​ຕັດສິນ​ວ່າ ຂົງ​ເຂດ​ອ້ອມ​
ແອ້ມເຂົາ​ພະ​ວິຫານ ທີ່​ຕັ້ງ​ຢູ່​ຊາຍ​ແດນ ​ໄທ ​ແລະ​ກໍາປູ​ເຈຍ ນັ້ນ
​ເປັນ​ຂອງ ກໍາປູ​ເຈຍ.|

ສານ​ຍຸຕິ​ທໍານາໆ​ຊາດ ​ໄດ້​ຕັດສິນ​ໃນ​ວັນ​ຈັນ​ມື້ນີ້ວ່າ ກໍາປູ​ເຈຍ
​ໄດ້​ເປັນ​ຜູ້​ມີ​ອະທິປະ​ໄຕ​ເໜືອເຂດ​ແດນ​ທັງ​ໝົດ​ທີ່​ອ້ອມ​ແອ້ມເຂົາ​
ພະ​ວິຫານ ທີ່​ເປັນ​ວັດ ສາສະໜາ​ຮິນ​ດູ ອາຍຸ ​ໄດ້ 900
ປີນັ້ນ.

ນາຍົກລັດຖະມົນຕີ ທັງ​ສອງ​ປະ​ເທດ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ
ປະຕິບັດ​ຕາມ​ຄໍາ​ຕັດສິນດັ່ງ​ກ່າວ ​ແຕ່ ບັນດາ​ນັກວິ​ເຄາະ​ ​ໃນ​ສອງ
​ປະ​ເທດ​ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າການ​ຕັດສິນນີ້​ມີ​ໂອກາດ​ທີ່​ຈະ​ກໍ່ໃຫ້ເກີດ​ຄວາມ
​ຮຸນ​ແຮງຂຶ້ນ​ໄດ້​.

​ໄທ ​ໄດ້​ຮັບ​ຮູ້​ວ່າ ວິຫານ​ດັ່ງກ່າວ ​ເປັນ​ຂອງ​ ກໍາປູ​ເຈຍ ​ແຕ່​ວ່າ ບາງກອກ ​ໄດ້​ທວງ​ເອົາເນື້ອ​ທີ່​
ອ້ອມ​ແອ້​ມສະຖານ​ທີ່​ແຫ່ງນັ້ນ ​ມາ​ເປັນ​ເວລາ​ດົນ​ນານ ຮ່ວມ​ທັງ​ທາງ​ເຂົ້າ​ສູ່​ວັດ​ດັ່ງກ່າວທີ່​ສໍາ
ຄັນນັ້ນ.

ກໍາປູ​ເຈຍ ​ແລະ​ໄທ ​ໃນ​ມໍໆ​ມາ​ນີ້​ໃນ​ປີ 2011 ​ໄດ້ຍິງ​ປືນ​ໃຫຍ່ໂຕ້​ຕອບ​ກັນ​ຢູ່ຕາ​ມຊາຍ​ແດນ. ​
ການ​ປະ​ທະ​ກັນ​ໃນ​ປີ​ນັ້ນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ສິບ​ຄົນ ​ແລະ​ບັງຄັບ​ໃຫ້ຫລາຍ​ສິບ​ພັນ
​ຄົນ​ພາກັນ​ຫລົບໜີ​ຈາກ​ຫລາຍໆໝູ່​ບ້ານ.

Cambodia
please wait
Embed

No media source currently available

0:00 0:00:58 0:00
XS
SM
MD
LG