ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາ ພັກການເມືອງ ກໍາປູເຈຍ ບໍ່ເວົ້ານຳກັນ ຂະນະທີ່ ໄປຕ້ອນຮັບ ເຈົ້າ ສີຫະໂມນີ (ວີດິໂອ)


ກະສັດ ນະໂຣດົມ ສີຫະໂມນີ (ທີສອງຈາກຊ້າຍ) ຕິດຕາມດ້ວຍ ພະມານດາ, ລາຊີນີ Monineath ຊົງຖາມສະບາຍດີ ນາຍົກລັດຖະມົນຕີ ຮຸນເຊນ
ກະສັດ ນະໂຣດົມ ສີຫະໂມນີ (ທີສອງຈາກຊ້າຍ) ຕິດຕາມດ້ວຍ ພະມານດາ, ລາຊີນີ Monineath ຊົງຖາມສະບາຍດີ ນາຍົກລັດຖະມົນຕີ ຮຸນເຊນ
ພວກຜູ້ນໍາທາງການເມືອງຈາກທັງພັກລັດຖະບານ ແລະພັກ
ຝ່າຍຄ້ານຂອງກໍາປູເຈຍ ຕ່າງກໍພາກັນໄປຍັງສະໜາມບິນ
ສາກົນໃນວັນພຸດວານນີ້ ເພື່ອຕ້ອນຮັບການສະເດັດນິວັດ
ກັບຄືນປະເທດຂອງກະສັດນະໂຣດົມ ສີຫະໂມນີ ຈາກການ
ໄປປິ່ນປົວພະວໍລະກາຍ ທີ່ນະຄອນປັກກິ່ງ.

ແຕ່ເຖິງຢ່າງໃດກໍຕາມ ບໍ່ມີຝ່າຍໃດຖືເອົາໂອກາດນີ້ ເພື່ອທໍາການເຈລະຈາກ່ຽວກັບ
ສະພາບບໍ່ໄປບໍ່ມາທາງການເມືອງຂອງປະເທດຢູ່ນອກພິທີດັ່ງກ່າວ. ທີ່ຈິງແລ້ວທັງ
ສອງຝ່າຍບໍ່ໄດ້ເວົ້າລົມກັນແຕ່ຢ່າງໃດເລີຍ. ແລະກໍບໍ່ມີຝ່າຍໃດຫລຽວເບິ່ງກັນອີກດ້ວຍ
ເຖິງແມ່ນວ່າທີ່ຈິງແລ້ວ ນາຍົກລັດຖະມົນຕີ ຮຸນເຊນ ແລະທ່ານ ແຊມຣັງສີ ຜູ້ນໍາຂອງ
ພັກຝ່າຍຄ້ານຢືນໄກກັນປະມານ 10 ແມັດເທົ່ານັ້ນ ໃນຂະນະທີ່ກະສັດສີຫະໂມນີ ສະ
ເດັດລົງຈາກ ເຮືອບິນພະທີ່ນັ່ງ ແລະ ຊົງຖາມສະບາຍດີ ບັນດາທ່ານຜູ້ມີກຽດ ຢູ່ໃນນະ
ຄອນພະນົມເປັນ.

ພັກກູ້ຊາດກໍາປູເຈຍ ຫຼື CNRP ໄດ້ຂູ່ວ່າ ຈະຂວໍ້າບາດກອງປະຊຸມສະພາແຫ່ງຊາດ ທີ່
ຈະຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ຈະເປັນຂີດໝາຍວັນຄົບຮອບການສ້າງຕັ້ງລັດຖະ
ບານ ຫລັງການເລືອກຕັ້ງ. ພັກ CNRP ໄດ້ກ່າວຫາຝ່າຍລັດຖະບານວ່າ ໄດ້ສໍ້ໂກງ
ຄະແນນໃນການເລືອກຕັ້ງເດືອນກໍລະກົດ ຊຶ່ງເປັນການກ່າວຫາທີ່ລັດຖະບານຂອງ
ທ່ານຮຸນເຊນໄດ້ປະຕິເສດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ການເມືອງ ຂອງກໍາປູເຈຍ
please wait

No media source currently available

0:00 0:00:52 0:00
XS
SM
MD
LG