ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ຖະຫວາຍ ພະເພີງສົບ ແກ່ມື້ລາງສົມເດັດ ເຈົ້າສີຫານຸ (ວີດິໂອ ແລະສະໄລດ໌)


ພະມະເຫສີໝ້າຍ Monineath ຂອງມື້ລາງກະສັດສີຫານຸ ແລະພະໂອຣົດ ຄືສະເດັດເຈົ້ານະໂຣດົມສີຫາໂມນີ (ຂ້າງໃນສຸດ) ຖະຫວາຍ​ພະ​ເພີງຢູ່ບ່ອນປົງສົບທີ່ຄ້າຍຄືກັນກັບວັດ ທີ່ ສ້າງຂຶ້ນຢູ່ສະຖານທີ່ໃກ້ໆ ກັບພະລາດຊະວັງ ໃນວັນຈັນທີ 4 ກຸມພາ 2013
ພະມະເຫສີໝ້າຍ Monineath ຂອງມື້ລາງກະສັດສີຫານຸ ແລະພະໂອຣົດ ຄືສະເດັດເຈົ້ານະໂຣດົມສີຫາໂມນີ (ຂ້າງໃນສຸດ) ຖະຫວາຍ​ພະ​ເພີງຢູ່ບ່ອນປົງສົບທີ່ຄ້າຍຄືກັນກັບວັດ ທີ່ ສ້າງຂຶ້ນຢູ່ສະຖານທີ່ໃກ້ໆ ກັບພະລາດຊະວັງ ໃນວັນຈັນທີ 4 ກຸມພາ 2013
ພວກ​ໄວ້​ທຸກຊາວກຳປູເຈຍຫຼາຍ​ແສນຄົນ ໄປເຕົ້າໂຮມກັນທີ່
ນະຄອນຫຼວງພະນົມເປັນ ໃນວັນຈັນວານນີ້ ເພື່ອເຂົ້າຮ່ວມພິ
ທີສົ່ງສະການໃຫ້ແກ່ມື້ລາງກະສັດນະໂຣດົມ ສີຫານຸ ທີ່ໄດ້ຮັບ
ຄວາມເຄົາລົບນັບຖືກັນ​ຢ່າງ​ກວ້າງຂວາງວ່າ ເປັນພະບິດາ ແຫ່ງຄວາມເປັນເອກະລາດຂອງກຳປູເຈຍ.

ພະສົບ​ທີ່​ຊົງ​ໄດ້​ຮັບ​ການ​ຕົກ​ແຕ່ງຂອງ​ມື້ລາງ​ກະສັດ​ກຳປູ​ເຈຍ​
ໄດ້ຖືກນໍາໄປດອຍ ໄວ້ທີ່​ນະຄອນຫຼວງພະນົມ​ເປັນ ນັບແຕ່ພະ
ອົງໄດ້ສິ້ນພະຊົນຍ້ອນພະຍາດຫົວໃຈຫລົ້ມແຫລວ ທີ່​ກຸງ​ປັກ​ກິ່ງ
ໃນວັນທີ 15 ຕຸລາປີ​ກາຍ​ນີ້ ລວມພະ​ຊົນມາຍຸໄດ້ 89 ປີ.

ພາຍຫລັງຕາເວັນລັບຂອບຟ້າ ພະມະເຫສີໝ້າຍ Monineath
ຂອງມື້ລາງກະສັດສີຫານຸ ແລະພະໂອຣົດ ​ຄືສະ​ເດັດເຈົ້ານະໂຣ
ດົມສີຫາໂມນີ ກະສັດກໍາປູເຈຍອົງປັດຈຸບັນ ພາກັນ ເຊັດນໍ້າພະ​ເນ​ດ ໃນຂະນະທີ່ຈູດໄຟ ໃສ່ກອງຟອນຂອງພະອົງ ​ເພື່ອ​ຖະຫວາຍ​ພະ​ເພີງ ຢູ່ບ່ອນປົງສົບທີ່ຄ້າຍຄືກັນກັບວັດ ທີ່ ສ້າງຂຶ້ນສໍາລັບພິທີການນີ້ເທົ່ານັ້ນ ຢູ່ສະຖານທີ່ໃກ້ໆ ກັບພະລາດຊະວັງ.

ມີການຍິງປືນໃຫຍ່ສະ​ແດງ​ຄວາມເຄົາລົບ ແລະການຈູດບັ້ງໄຟດອກຂະນະ​ທີ່ຝູງຊົນພາ ກັນໄປອັ່ງອໍຢູ່ຕາມຖະໜົນຫົນທາງໃນ​ນະຄອນຫຼວງພະນົມເປັນ. ລຸນຫລັງ ການສົ່ງສະ ການດັ່ງກ່າວ ສະ​ເດັດເຈົ້າສີຫາໂມນີ ໄດ້ຊົງມອບຂອງຂວັນແກ່ພວກ ຄົນໂທດປະມານ 400 ຄົນ ທີ່ຖືກປ່ອຍຕົວໃນຖານະເປັນການ​ໃຫ້ນິລະໂທດກໍາ ຊຶ່ງເປັນສ່ວນນຶ່ງຂອງໄລ ຍະໄວ້ອາໄລແກ່ພະບິດາຂອງພະ​ອົງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາຂະແມ:



ໃນຈໍານວນແຂກສໍາຄັນຈາກຕ່າງປະເທດທີ່ເຂົ້າຮ່ວມພິທີດັ່ງກ່າວ ລວມມີ ທ່ານ Jean-Marc Ayrault, ນາຍົກລັດຖະມົນຕີຝຣັ່ງ, ເຈົ້າ Akishino ອົງມຸງກຸດ ລາດຊະ​ກຸ​ມານ ຂອງຍີ່ປຸ່ນ ພ້ອມທັງນາຍົກລັດຖະມົນຕີຂອຫລາຍປະເທດໃນ ກຸ່ມອາຊ່ຽນ ທີ່ໄດ້ກົ້ມຫົວ ເຄົາລົບພະສົບຢູ່ຕໍ່ໜ້າພະໂກດສີທອງຂອງພະອົງ.

ພິທີການສູດສົບທີ່ລະອຽດ ສ່ວນໃຫຍ່ແລ້ວແມ່ນເປັນກິດຈະກໍາການສົ່ງສະການ ຕາມປະ ເພນີຂອງສາສະໜາພຸດ ທີ່ໄດ້ເລີ້ມຕົ້ນຂຶ້ນໃນອາທິດແລ້ວນີ້. ສ່ວນອູບ ບັນຈຸເຖົ່າກະດູກ ຂອງມື້ລາງກະສັດສີຫານຸ ຈະຖືກນໍາໄປຝັງໄວ້ ຢູ່ພື້ນດິນໃນບໍລິ​ເວນພະລາດຊະວັງ.



XS
SM
MD
LG