ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ຖະຫວາຍພະເພີງ ສົບມື້ລາງກະສັດ ສີຫານຸ (ສະໄລດ໌)


ໝ່ອມ Monique ພະມະເຫສີໝ້າຍຂອງມື້ລາງກະສັດສີຫານຸ ຮັບເອົາການສະແດງຄວາມເສົ້າສະຫລົດໃຈ ຢູ່ສະຖານທີ່ ວາງພະເພີງສົບຂອງ ມື້ລາງກະສັດ ນະໂຣດົມ ສີຫານຸ, ນະຄຕອນຫລວງພະນົມເປັນ, ວັນຈັນ ທີ 4 ກຸມພາ 2013.
ໝ່ອມ Monique ພະມະເຫສີໝ້າຍຂອງມື້ລາງກະສັດສີຫານຸ ຮັບເອົາການສະແດງຄວາມເສົ້າສະຫລົດໃຈ ຢູ່ສະຖານທີ່ ວາງພະເພີງສົບຂອງ ມື້ລາງກະສັດ ນະໂຣດົມ ສີຫານຸ, ນະຄຕອນຫລວງພະນົມເປັນ, ວັນຈັນ ທີ 4 ກຸມພາ 2013.
ຊາວກຳປູເຈຍໄດ້ໄປເຕົ້າໂຮມກັນທີ່ຄອນຫຼວງພະນົມເປັນ
ໃນວັນຈັນມື້ນີ້ ເພື່ອເຂົ້າຮ່ວມພິທີສົ່ງສະການໃຫ້ແກ່ມື້ລາງ
ກະສັດນະໂຣດົມ ສີຫານຸ. ໃນຫລາຍມື້ຜ່ານມານີ້ ຊາວກຳປູ
ເຈຍຫຼາຍແສນຄົນໄດ້ພາກັນໄປເຄົາລົບສົບຂອງພະອົງ ຢູ່
ສະຖານທີ່ວາງພະເພີງ ໃກ້ໆກັບພະລາດຊະວັງ.

ສໍາລັບຊາວກຳປູເຈຍ ໂອກາດທີ່ຈະໄດ້ກ່າວຄໍາອໍາລາ ຕໍ່ອະ
ດີດເຈົ້າຊີວິດຂອງພວກເຂົາເຈົ້າ ບັດນີ້ ແມ່ນສິ້ນສຸດລົງແລ້ວ.

ໃນຕອນເຊົ້າວັນສຸກຜ່ານມາ ຜູ້ຄົນຈໍານວນຫຼາຍແສນຄົນໄດ້ ພາກັນອັ່ງອໍຢູ່ຕາມຖະໜົນຫົນທາງ ໃນນະຄອນຫຼວງພະນົມ
ເປັນ ເພື່ອຊົມພະໂກດສີຄໍາ ຂອງມື້ລາງກະສັດສີຫານຸ ໃນຂະ
ບວນແຫ່ ໄລຍະທາງ 1 ໄມລ໌ ໄປຍັງສະຖານທີ່ວາງພະເພີງສົບ.

ໃນວັນເສົາ ແລະວັນອາທິດວານນີ້ ກໍມີຄົນຈໍານວນຫຼາຍຮ້ອຍພັນຄົນອີກ ໄດ້ພາກັນນຸ່ງຊຸດ
ໄວ້ອາໄລສີດໍາແລະຂາວ ພາກັນຍ່າງກາຍພະໂກດຂອງມື້ລາງກະສັດສີຫານຸ. ຫລາຍໆ
ຄົນແມ່ນມາຈາກບັນດາແຂວງຢູ່ໃນເຂດຊົນນະບົດ ເພື່ອມາສະແດງຄວາມເຄົາລົບຕໍ່ສົບ ຂອງພະອົງ.

ມາຮອດຕອນທ່ຽງຂອງວັນຈັນມື້ນີ້ ມີຫລາຍພັນຄົນອີກ ໄດ້ພາກັນໄປເຕົ້າໂຮມ ຢູ່ໃກ້ພະ ລາດຊະວັງ ໃນຂະນະທີ່ເວລາວາງພະເພີງສົບຂອງພະອົງ ຫຍັບໃກ້ ເຂົ້າມາ.

ເວລາຫົກໂມງແລງຂອງວັນຈັນມື້ນີ້ ພະມະເຫສີໝ້າຍຂອງມື້ລາງກະສັດສີຫານຸ ແລະພະ ໂອຣົດ ຄືສະເດັດເຈົ້ານະໂຣດົມ ສີຫາໂມນີ ກະສັດກໍາປູເຈຍອົງປັດຈຸບັນ ກໍໄດ້ຈຸດໄຟ ໃສ່ກອງຟອນຂອງພະອົງ ເພື່ອຖະຫວາຍພະເພີງ.

ໃນຈໍານວນບຸກຄົນສໍາຄັນຈາກຕ່າງປະເທດທີ່ເຂົ້າຮ່ວມພິທີດັ່ງກ່າວ ລວມມີ ທ່ານ Jean-Marc Ayrault, ນາຍົກລັດຖະມົນຕີຝຣັ່ງ ພ້ອມທັງ ນາຍົກລັດຖະມົນຕີ ໄທ, ຫວຽດນາມ ແລະລາວອີກດ້ວຍ.

ປະມວນພາບພິທີສົ່ງສະການ ຂອງມື້ລາງສົມເດັດເຈົ້າສີຫານຸ:

XS
SM
MD
LG