ຫຼາຍກວ່າ 1 ພັນຄົນ ພາກັນເດີນຂະບວນປະທ້ວງ ໄປຍັງສະພາແຫ່ງຊາດກຳປູເຈຍ ໃນວັນຈັນວານນີ້ ເພື່ອເປັນຂີດໝາຍ ວັນບ່ອນຢູ່ອາໄສຂອງໂລກ ຊຶ່ງຫຼາຍໆຄົນໃນນັ້ນ ຂາດບ່ອນພັກອາໄສ ຍ້ອນການຜິດຖຽງກັນເລື້ອງທີ່ດິນ.
ໃນວັນຈັນວານນີ້ ພວກປະທ້ວງໄດ້ພາກັນຍື່ນຄຳຮ້ອງຕໍ່ເຈົ້າໜ້າທີ່ສະພາ ເພື່ອຮຽກຮ້ອງໃຫ້ລັດຖະບານເຄົາລົບນັບຖືສິດທິກ່ຽວກັບ ທີ່ດິນແລະບ້ານເຮືອນຂອງປະຊາຊົນ ແລະໃຫ້ຢຸດເຊົາການບັງຄັບໄລ່ທີ່ ໂດຍອ້າງວ່າເພື່ອການພັດທະນານັ້ນ.
ພວກປະທ້ວງພາກັນບໍ່ເອົາຫົວຊາຕໍ່ຄຳເຕືອນຂອງອຳນາດປົກຄອງ
ພະນົມເປັນ ທີ່ ໄດ້ອະນຸຍາດໃຫ້ເຂົາເຈົ້າເຕົ້າໂຮມກັນໄດ້ ແຕ່ສະເພາະໃນສວນສາທາລະນະ
ອິດສະລະພາບເທົ່ານັ້ນ. ແທນທີ່ຈະເຮັດແນວນັ້ນ ພວກນັກສຶກສາ ພະສົງສາມະເນນ ແລະພວກ ຄົນທຸກຈົນຢູ່ໃນເມືອງແລະຊົນນະບົດ ໄດ້ໄປເຕົ້າໂຮມກັນຢູ່ຄຸ້ມ ເດ ກຣາຫອມ ຊຶ່ງເປັນບ່ອນທີ່ມີການໃຊ້ຄວາມຮຸນແຮງ ເວລາໄລ່ຄົນໜີຈາກພື້ນທີ່ ໃນປີ 2009 ນັ້ນ.
ນາງ ອິມ ເຊຣຕຸສ ຜູ້ຕາງໜ້າພວກຖືກໄລ່ທີ່ໃນຄຸ້ມບຶງກັກ ໄດ້ກ່າວຕໍ່ຝູງຊົນ ພ້ອມໆກັບຜູ້ຕາງ
ໜ້າຊຸມຊົນອື່ນໆ.
ນາງກ່າວວ່າ “ພວກເຂົາຈະພັດທະນາທຸກຢ່າງ ແຕ່ແມ່ນສຳລັບຄົນຮ່ັງມີເທົ່ານັ້ນ. ມື້ນີ້ ພວກເຮົາຕ້ອງໄດ້ປາກເວົ້າອອກມາ ເພື່ອໃຫ້ນາຍົກລັດຖະມົນຕີ ແລະໃຫ້ນາໆຊາດ
ໄດ້ຍິນ.”
ໃນທີ່ສຸດ ພວກຜູ້ແທນ ຈາກພັກປະຊາຊົນກຳປູເຈຍ ຂອງລັດຖະບານ ແລະພັກຝ່າຍຄ້ານ
ຄືພັກກູ້ຊາດກຳປູເຈຍ ກໍໄດ້ຮັບເອົາຄຳຮ້ອງທຸກຂອງພວກເຂົາເຈົ້າ.