ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການລົງຄະແນນສຽງ ໄດ້ເລີ່ມຂຶ້ນ ໃນການເລືອກຕັ້ງ ທີ່ດຸເດືອດຂອງ ກຳປູເຈຍ


ເຈົ້າໜ້າທີ່ສະຖານທີ່ປ່ອນບັດ ຍົກບັດຄະແນນສຽງຂຶ້ນໃຫ້ເບິ່ງ ກ່ອນການລົງຄະແນນສຽງຈະເລີ່ມຂຶ້ນໃນການເລືອກຕັ້ງທົ່ວໄປ
ໃນປະເທດ ທີ່ສະຖານທີ່ປ່ອນບັດ ຕັກມົວ ແຂວງ ກັນດາລ, ພາກໃຕ້ຂອງນະຄອນຫຼວງ ພະນົມເປັນ, ກຳປູເຈຍ. 29 ກໍລະກົດ, 2018.
ເຈົ້າໜ້າທີ່ສະຖານທີ່ປ່ອນບັດ ຍົກບັດຄະແນນສຽງຂຶ້ນໃຫ້ເບິ່ງ ກ່ອນການລົງຄະແນນສຽງຈະເລີ່ມຂຶ້ນໃນການເລືອກຕັ້ງທົ່ວໄປ ໃນປະເທດ ທີ່ສະຖານທີ່ປ່ອນບັດ ຕັກມົວ ແຂວງ ກັນດາລ, ພາກໃຕ້ຂອງນະຄອນຫຼວງ ພະນົມເປັນ, ກຳປູເຈຍ. 29 ກໍລະກົດ, 2018.

ປະຊາຊົນ ກຳປູເຈຍ ໄດ້ເລີ່ມລົງຄະແນນສຽງ ໃນການເລືອກຕັ້ງ ຄັ້ງທີ 6 ຂອງປະເທດ
ນັບຕັ້ງແຕ່ການລົ້ມລະລາຍຂອງກຸ່ມຂະເໝນແດງເປັນຕົ້ນມາ, ເປັນການແຂ່ງຂັນ ທີ່ໄດ້
ສືບຕໍ່ເສື່ອມເສຍ ໂດຍຄວາມບໍ່ສະຫງົບທີ່ຮຸນແຮງ ຕະຫຼອດຈົນຮອດໄລຍະເວລາສຸດ
ທ້າຍຂອງມັນ.

ມັນມີການສົງໄສຢູ່ໜ້ອຍນຶ່ງວ່າ ພັກປະຊາຊົນກຳປູເຈຍ ທີ່ກຳລັງປົກຄອງປະເທດຢູ່ໃນ
ປັດຈຸບັນນີ້ ຈະຊະນະການເລືອກຕັ້ງຢ່າງຖ້ວມລົ້ນ ຫຼືບໍ່ ລຸນຫຼັງການຍຸບຂອງພັກ ກູ້ຊາດ
ກຳປູເຈຍ ຫຼື CNRP, ຄູ່ແຂ່ງທີ່ມີຄວາມສາມາດແຂ່ງຂັນໄດ້ພຽງພັກດຽວ ໃນທ້າຍປີ
ກາຍນີ້.

ແຕ່ເງົາມືດ ຂອງການຍຸບພັກ CNRP ທີ່ໄດ້ຄອບງຳຄວາມໜ້າເຊື່ອຖືຂອງການເລືອກ
ຕັ້ງນັ້ນ ແມ່ນໄດ້ຂະຫຍາຍອອກໄປຕື່ມອີກ ໃນທ້າຍສັບປະດານີ້ ເມື່ອລັດຖະບານໄດ້
ກີດກັ້ນເວັບໄຊທ໌ ຂອງຕາໜ່າງຂ່າວ ທີ່ສຳຄັນຫຼາຍກວ່າສິບແຫ່ງ.

ບໍ່ດົນ ຫຼັງຈາກສະຖານທີ່ເລືອກຕັ້ງໄດ້ໄຂຂຶ້ນໃນວັນອາທິດມື້ນີ້, ນາຍົກ ລັດຖະມົນຕີ ຮຸນ
ເຊັນ, ຜູ້ທີ່ໄດ້ປົກຄອງປະເທດມາເປັນເວລາ 33 ປີແລ້ວນັ້ນ, ກໍໄດ້ເດີນທາງຮອດສະ
ຖານທີ່ປ່ອນບັດ ໃນທ້ອງຖິ່ນຂອງທ່ານ ໃນນະຄອນຫຼວງ ພະນົມເປັນ ພ້ອມກັບພັນລະ
ຍາຂອງທ່ານ ທ່ານນາງ ບຸນ ຣານີ ເພື່ອປ່ອນບັດຄະແນນສຽງ ທີ່ກຸ່ມສິດທິມະນຸດຫຼາຍ
ກຸ່ມ ແລະ ບັນດານັກສັງເກດການເວົ້າວ່າ ເປັນສັນຍານຂອງການທຳລາຍປະຊາທິປະ
ໄຕໃນ ກຳປູເຈຍ.

ທ່ານ ຮຸນ ເຊັນ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ອນຈະຂຶ້ນລົດຕູ້ໄປຢ່າງວ່ອງໄວວ່າ “ມື້ນີ້
ເຂົາເຈົ້າບໍ່ອະນຸຍາດໃຫ້ເຮົາເວົ້າຫຍັງ, ພວກເຮົາຕ້ອງປະຕິບັດຕາມກົດໝາຍ.”

ພາຍໃຕ້ກົດໝາຍການເລືອກຕັ້ງຂອງ ກຳປູເຈຍ ນັ້ນ, ການຢຸດໂຄສະນາຫາສຽງ 48
ຊົ່ວໂມງ ແມ່ນໄດ້ຖືກກຳນົດໄວ້ ນຶ່ງວັນກ່ອນ ແລະ ວັນເລືອກຕັ້ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG