ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ອຸ​ທອນ​ ຂອງກຳ​ປູ​ເຈຍ ປະ​ຕິ​ເສດ​ ຄຳ​ຮ້ອງ​ຂໍ ​ຂອງນັກ​ຂ່າວ​ເອ​ເຊຍ ເສ​ຣີ ໃຫ້​ຍົກ​ເລີກ​ຂໍ້​ກ່າວ​ຫາ​ຕໍ່​ເຂົາ​ເຈົ້າ


ນັກ​ຂ່າວ ແຢງ ໂຊ​ເທຍ​ຣີ (ຂວາ) ແລະ ອຸນ ​ຈິນ (ຊ້າຍ) ໄປ​ເຖິງ ສານ​​ເທດ​ສະ​ບານ​ນະ​ຄອນ​ຫລວງ​ພະ​ນົມ​ເປັນໃນ​ວັນ​ທີ 3 ຕຸ​ລາ 2019 ຊຶ່ສານດັ່ງ​ກ່າວ​ໄດ້​ຕັດ​ສິນ​ວ່າ​ໃຫ້​ສືບ​ຕໍ່​ດຳ​ເນີນ​ການ​ສືບ​ສວນຕໍ່​ນັກ​ຂ່າວ​ສອງ​ຄົນ​ນີ້​ໄປ​ອີກ
ນັກ​ຂ່າວ ແຢງ ໂຊ​ເທຍ​ຣີ (ຂວາ) ແລະ ອຸນ ​ຈິນ (ຊ້າຍ) ໄປ​ເຖິງ ສານ​​ເທດ​ສະ​ບານ​ນະ​ຄອນ​ຫລວງ​ພະ​ນົມ​ເປັນໃນ​ວັນ​ທີ 3 ຕຸ​ລາ 2019 ຊຶ່ສານດັ່ງ​ກ່າວ​ໄດ້​ຕັດ​ສິນ​ວ່າ​ໃຫ້​ສືບ​ຕໍ່​ດຳ​ເນີນ​ການ​ສືບ​ສວນຕໍ່​ນັກ​ຂ່າວ​ສອງ​ຄົນ​ນີ້​ໄປ​ອີກ

ສານ​ອຸ​ທອນ​ຂອງ​ເທດ​ສະ​ບານ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ ໄດ້​ເຫັນ​ດີ​ນຳຄຳ​ຕັດ​ສິນ​ຂອງ​ສານ​ຊັ້ນ​ຕົ້ນ ໃຫ້​ສືບ​ຕໍ່ດຳ​ເນີນ​ການ​ສືບ​ສວນອະ​ດີດ​ນັກ​ຂ່າວຂອງວິ​ທະ​ຍຸ​ເອ​ເຊຍ​ເສ​ຣີ ສອງ​ຄົນກ່ຽວ​ກັບຂໍ້​ກ່າວ​ຫາ​ວ່າ​ເປັນ​ສອດ​ແນມນັ້ນ.

ນັກ​ຂ່າວ ແຢງ ໂຊ​ເທຍ​ຣີ ແລະ ອຸນ ​ຈິນ, ທີ່​ໄດ້​ຖືກ​ຄຸມ​ຂັງຍ້ອນ​ໄດ້​ “ເກັບ​ເອົາ​ຂໍ້​ມູນ ສົ່ງ​ໃຫ້​ແກ່​ແຫລ່ງ​ຂ່າວ​ຕ່າງ​ປະ​ເທດ​ຢ່າງ​ຜິ​ດ​ກົດ​ໝາຍ ໃນ​ເດືອນ​ພະ​ຈິກປີ 2017 ຜ່ານ​ມານັ້ນ ໄດ້​ຍື່ນ​ຄຳ​ອຸ​ທອນ​ເມື່ອມໍ່ໆ​ມານີ້ ຂໍ​ໃຫ້​ຍົກ​ເລີກ​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ.

ທ່ານ ແຊມ ຈຳ​ເຣີນ, ທະ​ນ​າຍ​ຄວາມ​ປ້ອງ​ກັນຂອງເຂົາ​ເຈົ້າກ່າວ​ວ່າ ຄຳ​ຕັດ​ສິນ​ຢູ່ໃນ​ວັນ​ອັງ​ຄານຜ່ານ​ມາ ທີ່​ໄດ້​ປະ​ຕິ​ເສດ​ຕໍ່​ຄຳ​ອຸ​ທອນນັ້ນ “ເປັນ​ການ​ເມີນ​ເສີຍ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ລູກ​ຄວາມ​ຂອງ​ທ່ານ.”

“ພວກ​ເຮົາ​ມີ​ເວ​ລາ​ຢູ່ 1 ​ເດືອນ ​ເພື່ອ​ພິ​ຈາ​ລະ​ນາຍື່ນ​ຄຳ​ຮ້ອງ​ອີກສະ​ບັບ​ນຶ່ງຫາ ສານ​ສູງ​ສຸດ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທີ່​ຖືກ​ອ້າງ​ເຖິງ​ຢູ່​ໃນ​ໜັງ​ສື​ພິມຂະ​ແມ ທ້າມ​ສ໌.

ທ່ານ ແຢງ ໂຊ​ເທຍ​ຣີ ເວົ້າ​ວ່າ “ພວກ​ເຮົາ​ເສຍ​ໃຈຕໍ່​ຄຳ​ຕັດ​ສິນນັ້ນ” ພາຍ​ຫລັງ ທີ່​ມີ​ການ​ດຳ​ເນີນ​ຮັບ​ຟັງ​ຄະ​ດີ​ແບບ​ສັ້ນໆ, ອີງ​ຕາມວິ​ທະ​ຍຸ​ເອ​ເຊຍ​ເສ​ຣີທີ່​ເປັນ​ອົງ​ການຂ່າວທີ່​ໄດ້​ຮັບ​ທຶນ​ງົບ​ປະ​ມານ​ກຳ​ໜົດ​ໃຫ້​ໂດຍ​ລັດ​ຖະ​ສະ​ພາ​ຄື​ກັນ​ກັບ​ວີ​ໂອ​ເອນັ້ນ. “ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ນີ້​ເປັນການ​ຕັດ​ສິນ​ທາງ​ການ​ເມືອງ, ບໍ່​ແມ່ນເປັນ ການ​ຕັດ​ສິນ​ຕາມ​ກົດ​ໝາຍ. ຂ້າ​ພະ​ເ​ຈົ້າ​ໄດ້​ຂໍ​ຮ້ອງ​ສານ​ໃຫ້​ເລັ່ງ​ຂັ້ນ​ຕອນ​ໃນ​ການພິ​ຈາ​ລະ​ນາ​ຄະ​ດີ ເພື່ອ​ໃຫ້​ໄດ້ເອົາ​ຄະ​ດີຂອງ​ພວກ​ເຮົາມາ​ໄຕ່​ສວນ.”

ຫ້ອງ​ການ​ຂອງ​ວິ​ທະ​ຍຸ​ເອ​ເຊຍ​ເສ​ຣີໃນ​ພະ​ນົມ​ເປັນ ໄດ້​ຖືກ​ປິດ​ໄວ້ ໃນ​ເດືອນ​ກັນ​ຍາ 2017 ທ່າມ​ກາງ​ການ​ທັບ​ມ້າງ​ຂອ​ງ​ລັດ​ຖະ​ບານ​ຕໍ່​ອົງ​ການ​ຂ່າວ​ຕ່າງ​ໆ​. ການ​ກ່າວ​ຫາ​ໃນ​ປີ 2017 ຕໍ່​ທ່ານ ໂຊ​ເທຍ​ຣິນ ແລະ​ທ່ານ ຈິນ ໄດ້​ກ່າວ​ຫາ​ຕໍ່​ສອງ​ຄົນ​ນີ້​ວ່າ ໄດ້​ເອົາ​ອຸ​ປະ​ກອນ​ການ​ກະ​ຈາຍ​ສຽງ​ໄປ​ຕິດ​ຕັ້ງ​ໄວ້​ຢູ່​ໃນ​ເຮືອນ​ສ່ວນ​ຕົວ​ຂອງ​ຄົນ​ນຶ່ງ ເພື່ອ​ຈະ​ໃຫ້​ມີ​ການ​ສົ່ງ​ລາຍ​ງານຂ່າວໃຫ້​ແກ່​ສຳ​ນັກ​ງານ​ໃຫຍ່​ຂອງ

​ວິ​ທະ​ຍຸ​ເອ​ເຊຍ​ເສ​ຣີ ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ສືບ​ຕໍ່​ໄປ.

ໃນ​ໄລ​ຍະ​ທີ່​ພວກ​ເຂົາ​ເຈົ້າຖືກ​ຂັງ​ເປັນ​ເວ​ລາ 9 ເດືອນນັ້ນ ລັດ​ຖະ​ບານ​ຍັງ​ກ່າວ​ຫາ​ທັງ​ສອງ​ຄົນ​ວ່າ ໄດ້​ຜະ​ລິດ​ຮູບ​ໂປ້​ເດັກ​ນ້ອຍ ກ່ອນ​ຈະ​ປ່ອຍ​ຕົວ​ເຂົາ​ເຈົ້າໂດຍ​ມີ​ການ​ວາງ​ເງິນ​ປະ​ກັນ​ຕົວ ໃນ​ເດືອນ​ສິງ​ຫາ 2018 ຜ່ານ​ມາ.

ຖ້​າ​ຫາກ​ພົບ​ວ່າ​ມີ​ຄວາມ​ຜິດ​ຖານ​ເປັນ​ສອດ​ແນມ, ແຕ່​ລະ​ຄົນ​ໃນ​ຈຳ​ນວນຜູ້ຊາຍ ເຫລົ່າ​ນີ້ ຈະຖືກ​ຕິດ​ຄຸກ 15 ປີ ຢູ່​ພາຍ​ໃຕ້​ມາດ​ຕາ 445 ຂອງ​ກົດ​ໝາຍ​ອາ​ຍາ. ຂໍ້ກ່າວ​ຫາໃນ​ການຜະ​ລິດ​ຮູບ​ໂປ້ ແມ່ນ​ສາ​ມາດ​ຖືກ​ຄຸກນານ​ເຖິງ 1 ປີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG