ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຮ່ວມມືລະຫວ່າງກຳ​ປູເຈຍ ແລະຫ​ວຽດນາມ​​


ກຳ​ປູເຈຍ ​ແລະຫ​ວຽດນາມ​ໄດ້​ຕົກລົງ​ກັນ​ ທີ່​ຈະ​ຮ່ວມ​ກັນ
ຕໍ່ສູ້​ກັບການ​ລັກລອບ​ຄ້າຂາຍຢາ​ເສບ​ຕິດ ​ແລະ​ເຮັດ​ໃຫ້
ການຄ້າ​ຂ້າມຊາຍ​ແດນ​ຂອງ​ກັນ​ແລະ​ກັນ​ນັ້ນ​ງ່າຍ​ຂຶ້ນ ​
ໃນ​ກອງ​ປະຊຸມລະ​ດັບ​ສູງ​ທີ່ນະຄອນຫລວງ ພະນົມ​ເປ​ນ
ຂອງ​ກໍາປູ​ເຈຍ.

ທ່ານ​ນາຍົກລັດຖະທົນ​ຕີ​ຫວຽດນາມທ່ານ Pham Gia
Khiem ​ເ​ປັນຜູ້ນຳ​ພາຄະ​ນະ​ຜູ້​ແທນຫວຽດນາມ​ ໃນ​ກອງ
ປະຊຸມ​ໃນ​ວັນ​ອັງຄານ​ວາ​ນນີ້ ຮ່ວມ​ກັບທ່ານ​ລັດຖະມົນຕີ​
ກະຊວງ​ພາຍ​ໃນ​ຂອງກຳ​ປູເຈຍ ທ່ານ Sar Kheng

ຫວຽດນາມ​ໄດ້​ກາຍ​ມາ​ເປັນນຶ່ງ​ໃນ​ບັນດາ​ພວກ​ນັກ​ລົງທຶນຕ່າງປະ​ເທດ​ລາຍ​ໃຫ່ຽລາຍ​ນຶ່ງ​
ຂອງກຳ​ພູ​ເຈຍ ໂດຍ​ໄດ້ສ້າງ​ວຽກ​ງານໃຫ້​ແກ່​ຊາວກຳ​ພູ​ເຈຍຫຼາຍ​ພັນຄົນ ​ໂດຍ​ສະ​ເພາະ
ໃນ​ເຂດ​ແຂ​ວງທີ່​ມີ​ຊາຍ​ແດນຕິດ​ກັນ​ນັ້ນ.

ການ​ຢ້ຽມຢາມ​ຄັ້ງ​ນີ້ ບໍລິສັດ​ພະລັງງານ​ຂອງ​ຫວຽດນາມ (Petrolimex) ກໍໄດ້ເປີດ​
ຫ້ອງການ​ໃນພະນົມ​ເປ​ນ ​ຂະນະ​ທີ່​ບໍລິສັດ​ດັ່ງກ່າວ ຫາ​ທາງເພິ່ມຍອດ​ຂາຍຂອງ​ຕົນ​
ໃນກຳ​ພູ​ເຈຍ. ຫວຽດນາມ​ແມ່ນ​ໄດ້ຄວບ​ຄຸມ​ຕະຫລາດຜະລິດ​ພັນນ້ຳມັນຂອງກໍາປູ​ເຈຍ
ແລ້ວເຖິງ 50%.

ທັງ​ສອງ​ຝ່າຍ​ຍັງໄດ້​ຕົກລົງທີ່​ຈະ​ຈັດ​ຕັ້ງ​ດ່ານ​ກວດກາຊາຍ​ແດນ​ໃໝ່​ຂຶ້ນ​ຫລາຍ​ແຫ່ງ
ເພື່ອ​ຕໍ່ສູ້​ກັບ​ການ​ລັກລອບສິນຄ້າ​ຂ້າມ​ຊາຍ​ແດນ ແຕ່​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງ
ການຖະໜົນ​ຫົນທາງ​ທີ່​ດີ​ຂຶ້ນ​ກ່ວາ​ເກົ່າເພື່ອ​ສົ່ງ​ເສີມ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ມີ​ຫລາຍ​ຂຶ້ນ​ນັ້ນ.

XS
SM
MD
LG