ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະຊຸມ ເລື້ອງຊາຍແດນ ກຳປູເຈຍ ແລະ ຫວຽດນາມ ສິ້ນສຸດລົງ ໃນສະພາບບໍ່​ໄປ​ບໍ່​ມາ

ບັນດາເຈົ້າໜ້າທີ່ຕຳຫຼວດຂອງກຳປູເຈຍ ຢືນຍາມ ຂະນະທີ່ປະຊາຊົນຫວຽດນາມ ໂບກທຸງຊາດຂອງພວກຕົນ ຢູ່ທີ່ຊາຍແດນ ລະຫວ່າງກຳປູເຈຍ ແລະ ຫວຽດນາມ ໃນແຂວງ Svay Rieng, ວັນທີ 19 ກໍລະກົດ 2015.
ບັນດາເຈົ້າໜ້າທີ່ຕຳຫຼວດຂອງກຳປູເຈຍ ຢືນຍາມ ຂະນະທີ່ປະຊາຊົນຫວຽດນາມ ໂບກທຸງຊາດຂອງພວກຕົນ ຢູ່ທີ່ຊາຍແດນ ລະຫວ່າງກຳປູເຈຍ ແລະ ຫວຽດນາມ ໃນແຂວງ Svay Rieng, ວັນທີ 19 ກໍລະກົດ 2015.

ການປະຊຸມແບບປິດລັບ ກ່ຽວກັບບັນຫາເຂດຊາຍແດນ ລະຫວ່າງຫວຽດນາມ ແລະ ກຳປູເຈຍ ໄດ້ສິ້ນສຸດລົງ ໃນສະພາບບໍ່​ໄປ​ບໍ່​ມາ ໃນວັນອັງຄານຜ່ານມານີ້.

ທັງສອງຝ່າຍ ໄດ້ພົບປະກັນ ຢູ່ໃນນະຄອນຫຼວງພະນົມເປັນ ເພື່ອປຶກ ສາຫາລື ຈະ​ແກ້ໄຂຂໍ້ຂັດແຍ້ງ​ແບບ​ໃດ ກ່ຽວກັບການບຸກລຸກຕໍ່ດິນ​ແດນຂອງກຳປູເຈຍ ໂດຍພວກ ຊາວຫວຽດນາມທີ່ກ່ຽວຂ້ອງ. ບັນດາເຈົ້າໜ້າທີ່ກຳປູເຈຍ ໄດ້ປະຕິຍານວ່າ ຈະໃຊ້ ກຳລັງເພື່ອທັບມ້າງ ການກໍ່ສ້າງ ແລະ ໂຄງການພັດທະນາຕ່າງໆ ເມື່ອບໍ່ດົນມານີ້ ທີ່ພວກເພິ່ນກ່າວວ່າ ເປັນການລ່ວງລ້ຳເຂດແດນຂອງກຳປູເຈຍ.

ປະທານ ຄະນະກຳມະທິການຊາຍແດນຂອງກຳປູເຈຍ ທ່ານ Var Kim Hong (ຂວາ) ສຳພັດມື ກັບ ຮອງລັດຖະມົນຕີການຕ່າງປະເທດຂອງຫວຽດນາມ ທ່ານ Le Hoai Trung ກ່ອນໜ້າກອງປະຊຸມ ວ່າດ້ວຍ ຊາຍແດນ ລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ຢູ່ທີ່ ສະພາລັດຖະມົນຕີ ໃນນະຄອນຫຼວງ ພະນົມເປັນ, ວັນທີ 29 ສິງຫາ 2016.

ທ່ານ Va Kim Hong ຫົວໜ້າຄະນະກຳມະທິການຊາຍແດນຂອງກຳປູເຈຍ ໄດ້ກ່າວ ຕໍ່ບັນດານັກຂ່າວ ວ່າ ບໍ່ມີຖະແຫລງການຮ່ວມ ຫຼັງຈາກກອງປະຊຸມ ຍ້ອນວ່າ ສອງຝ່າຍ ບໍ່ສາມາດຕົກລົງກັນໄດ້ ກ່ຽວກັບການ​ປັກ​ປັນ ຂອງພວກຕົນ.

ທ່ານ Kim Hong ໄດ້ກ່າວວ່າ ກຳປູເຈຍ ປະຕິບັດຕາມ ເຂດແດນ ກັບຫວຽດນາມ ດັ່ງທີ່ໄດ້ກຳນົດໄວ້ ໃນປີ 1983 ອີງຕາມແຜນທີ່ອິນໂດຈີນ ອະດີດອານານິຄົມຂອງຝຣັ່ງ ທີ່ໃນປັດຈຸບັນນີ້ ປະກອບດ້ວຍ ຫວຽດນາມ ກຳປູເຈຍ ລາວ ມາເລເຊຍ ໄທ ແລະ ມຽນມາ.

ເຈົ້າໜ້າທີ່ກຳປູເຈຍ ໄດ້ກ່າວວ່າ ທ່ານໄດ້ອີງເຖິງ ແຜນທີ່ອັນເຈາະຈົງ ໂດຍມີມາດຕາ ​ສ່ວນ​ 1 ສ່ວນ ແສນ “ຊຶ່ງ​ເປັນແຜນທີ່ ທີ່ມະຫາອຳ ນາດອານານິຄົມ ໄດ້ປະໄວ້ໃຫ້ ພວກເຮົາ ໃນເວລາ ພວກເຮົາ ໄດ້ຮັບເອກະລາດ ໃນປີ 1953.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG