ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຕັດສິນອະດີດຜູ້ນຳ ຂະເໝນແດງ


ສານດຳ​ເນີນ​ຄະດີອາຊະຍາກຳ​ສົງຄາມ ທີ່ໜຸນຫລັງໂດຍ ອົງການສະຫະ ປະຊາຊາດ ໃນກຳປູເຈຍ ​ໄດ້​ຕັດສິນວ່າ ນາຍ Kiang Guek Eav ອະດີດຜູ້ນຳ ຂະເໝນແດງ ມີຄວາມຜິດຫລາຍໆກະທົງໃນ​ການ​ກໍ່​ອາ​ຊະ​ຍາ​ກຳຕ້ານ ມະນຸດຊາດ ແລະ​ໄດ້ຕັດສິນ​ໂທດຈຳຄຸກຜູ້ກ່ຽວ ເປັນເວລາ 19 ປີ.

ພວກໄອຍະການໄດ້ຮ້ອງຂໍຕໍ່ສານ ໃຫ້ຕັດສິນຈຳຄຸກເປັນ ເວລາ 40 ປີ ຕໍ່ອະດີດຜູ້ບັນຊາການຂະ​ເໝນ​ແດງ ກຽງ ເກ໊ກ ອຽວ ທີ່ຮູ້ກັນດີ​ໃນ​ຊື່ ດອ໊ຍຄ໌ ນັ້ນ ແຕ່ສານໄດ້ວາງ​ໂທດ 35 ປີ ແລະໄດ້ລົດລົງເປັນ 19 ປີ ​ໂດຍໄດ້ພິຈາລະນາ​ເຖິງ​ຫລາຍໆ​ປັດ​ໄຈ ທີ່ຊ່ວຍ​ໃຫ້​ໂທດເບົາບາງລົງ ເຊັ່ນການສະແດງ ອອກເຖິງຄວາມສຳນຶກຜິດ ແລະການໃຫ້ຄວາມ ຮ່ວມມືກັບທາງການສານ ແລະເວລາທີ​ໄດ້ຕິດຄຸກມາແລ້ວ.

ນາຍ Kiang Guek Eav ຖືກຕັດສິນວ່າ ມີຄວາມຜິດ​ໃນ​ຖານ​ມີບົດບາດໃນການ ສັງຫານຢ່າງໜ້ອຍ 14,000 ຄົນ ໃນຖານະເປັນຫົວໜ້າທໍລະມານ ຂອງຂະເໝນແດງ ເມື່ອສາມສິບປີຜ່ານມາ.

ຜູ້ປະສົບເຄາະກຳຈາກການປົກຄອງຂອງພວກຂະເໝນແດງຫລາຍຮ້ອຍຄົນ ​ທີ່​ໄປເຕົ້າ ໂຮມກັນຢູ່ນອກໂຮງການສານ​ເພື່ອລໍຟັງຜົນການຕັດສິນນັ້ນ ໄດ້​ສະ​ແດງ​ປະຕິກິລິຍາ​ອອກ​ມາຢ່າງ​ເຕັມ​ໄປ​ດ້ວຍຄວາມຮູ້ສຶກຕໍ່​ຄຳ​ຕັດສິນ​ດັ່ງກ່າວ ຊຶ່ງນັບວ່າເປັນເທື່ອທຳອິດຈາກ ສານອາຊະຍາກຳສົງຄາມ.

ນາຍ ດອ໊ຍຄ໌ ເປັນຄົນ​ທຳ​ອິດໃນຈຳນວນພວກຜູ້ນຳຂະເໝນແດງ ອາວຸໂສ 5 ຄົນ ທີ່ຈະ ຖືກດຳເນີນຄະດີ ຍ້ອນ​ມີບົດບາດໃນການສັງຫານຂ້າລ້າງ​ເຊື້ອ​ຊາດເຜົ່າພັນ ໃນຊຸມປີ 1970 ນັ້ນ ທີ່​ໄດ້​ສົ່ງ​ຜົນ​ໃຫ້ຊາວກຳປູເຈຍ ນຶ່ງລ້ານເຈັດແສນຄົນ ຫລື​ປະມານນື່ງສ່ວນສີ່ຂອງ ປະຊາຊົນກຳປູເຈຍ​ໃນ​ເວລາ​ນັ້ນ ເສຍຊີວິດ ຍ້ອນຄວາມອຶດຫິວ ​ຍ້ອນໂຣຄາພະຍາດ ຖືກທໍລະມານ ແລະປະຫານ​ຊີວິດ.

XS
SM
MD
LG