ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນໍາຝ່າຍຄ້ານ ກໍາປູເຈຍ ຮຽກຮ້ອງໃຫ້ ທ່ານໂອບາມາ ຍົກເລີກ ການເດີນທາງ ໄປພະນົມເປັນ


ທ່ານ Sam Rainsy, ຜູ້ນໍາຝ່າຍຄ້ານຂອງກໍາປູເຈຍ (Sept 2012 file photo)
ທ່ານ Sam Rainsy, ຜູ້ນໍາຝ່າຍຄ້ານຂອງກໍາປູເຈຍ (Sept 2012 file photo)
ຜູ້ນໍາຝ່າຍຄ້ານຂອງກໍາປູເຈຍ ທ່ານ Sam Rainsy ຮຽກຮ້ອງ
ໃຫ້ປະທານາທິບໍດີສະ ຫະລັດທ່ານບາຣັກ ໂອບາມາ ຍົກເລີກ
ການເດີນທາງໄປຢ້ຽມຢາມນະຄອນພະນົມເປັນ ຂອງທ່ານໃນ
ເດືອນໜ້າ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງຂົງເຂດນັ້ນ
ໂດຍເວົ້າວ່າ ມັນຈະເປັນການຮັບຮູ້ ເຖິງຄວາມຖືກຕ້ອງຊອບທຳ
ຕາມກົດໝາຍ ໃນການປົກຄອງປະເທດມາເປັນເວລາຍາວນານ ຂອງນາຍົກລັດຖະມົນຕີຮຸນເຊນ.

ຢູ່ໃນບົດອອກຄໍາເຫັນຂອງໜັງສືພິມ New York Times ສະບັບ
ພິມເຜີຍແຜ່ໃນວັນພຸດ ມື້ນີ້ ທ່ານ Rainsy ໄດ້ຕໍາໜິລັດຖະບານ ຂອງທ່ານຮຸນເຊນທີ່ໄດ້ປົກຄອງກໍາປູເຈຍນັບຕັ້ງ ແຕ່ປີ 1985
ເປັນຕົ້ນມານັ້ນ. ທ່ານ Rainsy ຖືວ່າເປັນຄູ່ປໍລະປັກຄົນສຳຄັນ
ຂອງນາຍົກ ລັດຖະມົນຕີຮຸນເຊນ ແຕ່ໄດ້ເນລະເທດຕົນເອງໄປ
ຢູ່ຕ່າງປະເທດ ເພື່ອລົບໜີຂໍ້ກ່າວຫາທີ່ ທ່ານເວົ້າວ່າ ໄດ້ມີຈຸດປະ
ສົງທາງການເມືອງນັ້ນ.

ທ່ານ Rainsy ເວົ້າວ່າ ທ່ານຮຸນເຊນ ກໍາລັງພະຍາຍາມໃຊ້ກອງ
ປະຊຸມສຸດຍອດຂອງສະ ມາຄົມບັນດາປະເທດໃນຕາເວັນອອກສຽງໃຕ້ ຫລືອາຊ່ຽນ ທີ່ຈະຈັດຂຶ້ນໃນເດືອນໜ້ານີ້ເພື່ອໃຫ້ມີການຮັບຮູ້ເຖິງຄວາມຖືກຕ້ອງຊອບທຳຕາມກົດໝາຍໃນການປົກຄອງຂອງທ່ານ ກ່ອນໜ້າການເລືອກຕັ້ງລັດຖະສະພາໃນເດືອນໜ້າ. ທ່ານຢາກໃຫ້ກອງປະຊຸມດັ່ງກ່າວ ຊຶ່ງ
ຈະມີພວກຜູ້ນໍາໂລກໄປຮ່ວມ ລວມທັງທ່ານໂອບາມານັ້ນໃຫ້ຍ້າຍໄປຈັດຢູ່ປະເທດອື່ນ.

ຜູ້ນໍາຝ່າຍຄ້ານອາຍຸ 63 ປີ ທ່ານນີ້ ຍັງໄດ້ປະກາດອີກວ່າ ແນວໂຮມຝ່າຍຄ້ານຂອງ ທ່ານ ຊຶ່ງມີຊື່ວ່າ ພັກກອບກູ້ຊາດ ຫລື National Salvation Party ຈະບໍ່ເຂົ້າຮ່ວມ ການ ເລືອກຕັ້ງໃນເດືອນກໍລະກົດປີໜ້ານີ້ ໂດຍໃຫ້ເຫດຜົນວ່າ ທ່ານ “ປະຕິເສດທີ່ຈະຮັບຮູ້ເຖິງ ຄວາມຖືກຕ້ອງກ່ຽວກັບການດໍາເນີນການທີ່ປອມແປງແບບນັ້ນ.”

ທ່ານ Rainsy ເວົ້າວ່າ ແນວໂຮມຝ່າຍຄ້ານຂອງທ່ານ ທີ່ສ້າງຕັ້ງຂຶ້ນໃນເດືອນສິງຫາຜ່ານ ມານີ້ ມີ ການສະໜັບສະໜຸນພຽງພໍ ເພື່ອເອົາຊະນະ “ການເລືອກຕັ້ງທີ່ເສລີ ແລະເປັນທໍາ” ແຕ່ກໍ ເວົ້າວ່າ “ຂໍ້ກໍານົດຕໍ່າທີ່ສຸດ ເພື່ອໃຫ້ມີການເລືອກຕັ້ງທີ່ຖືກຕ້ອງໃນປີໜ້າ ກໍຄືຕ້ອງມີ ການປະຕິຮູບຄະນະກໍມະການເລືອກຕັ້ງ” ເພື່ອໃຫ້ເປັນອິດສະຫຼະ. ຄະນະກໍາມະການປັດ ຈຸບັນ ແມ່ນຖືກຄວບງຳໂດຍສະມາຊິກຊອງພັກປະຊາຊົນກໍາປູເຈຍ.
XS
SM
MD
LG