ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກັບຕັນເຮືອລົບຂອງສະຫະລັດ ພາເຮືອຂອງລາວ ກັບໄປຢ້ຽມຢາມບ້ານເກີດ ທີ່ກໍາປູເຈຍ


A Sri Lankan Catholic touches the glass near an idol during a mass at a church in Colombo.
A Sri Lankan Catholic touches the glass near an idol during a mass at a church in Colombo.

ກັບຕັນຂັບ​ເຮືອພິຄາດລຳນຶ່ງຂອງ​ກອງທັບ​ເຮືອສະຫະລັດ ທີ່​ເກີດຢູ່ກຳ​ປູ​ເຈຍ ໄດ້​ກັບ​ຄືນ​ໄປ​ບ້ານ​ເກີດ​ຂອງ​ຕົນ​ເປັນຄັ້ງທຳ​ອິດ​ ພາຍຫລັງ​ທີ່ໄດ້ໜີອອກຈາກກຳ​ປູ​ເຈຍມາ​ໄດ້ 37 ປີ ໂດຍ​ເປັນ​ຫົວໜ້າ​ນຳພາ​ຄະນະ​ປະຕິບັດ​ງານຊ່ວຍ​ເຫ​ລື​ອ ສັນທະ​ວະ​ໄມຕີຂອງສະຫະລັດ​ ໄປ​ຍັງ​ກຳປູ​ເຈຍ ​ແລະພ້ອມ​ ກັນ​ນັ້ນ ກໍ​ໄດ້ກັບ​ຄືນ​ໄປ​ພົບໜ້າພໍ້​ຕາ​ກັບພວກຍາດ​ ພີ່ນ້ອງ ຂອງ​ລາວ ທ່າມກາງ​ບັນຍາກາດອັນ​ອົບ​ອຸ່ນ​ແລະ​ສະທ້ານ​ໃຈ.

ກັບຕັນ Michael Misiewicz ທີ່​ມີ​ຊື່ຂະ​ເໝນວ່າ ວັນ​ນັກ ​ແຂມ ​ໄດ້ເອົາ​ເຮືອພິຄາດ USS Mustin ​ເຂົ້າທຽບທ່າ​ເຮືອສີ​ຫາ​ນຸ​ວິລ ​ໃນ​ວັນ​ສຸກ​ແລ້ວນີ້ ​ເພື່ອ​ໄປປະຕິບັດ​ງານດ້ານ​ມະນຸດສະທຳ ​ເປັນ​ເວລາ 5 ວັນ ຊຶ່ງ​ລວມມີ​ການ​ກວດສຸຂະ​ພາບ ​ໃຫ້​ເດັກນ້ອຍທີ່​ສູນລ້ຽງ​ເດັກ​ກໍ່າພ້າ ​ແລະ​ໂຮງຮຽນ​ແຫ່ງ​ຕ່າງໆ. ​ແຕ່​ໃນ​ຂະນະ​ດຽວກັນ ກັບຕັນ Misiewicz ກໍມີ​ຄວາມດີໃຈ​ຈົນນ້ຳຕາໄຫລ ທີ່​ໄດ້​ພົບ​ກັບ​ປ້າ​ຂອງ​ລາວ ​ອາຍຸ 72 ປີ ທີ່​ໄດ້​ຊ່ວຍ​ຈັດ​ແຈງ​ໃຫ້​ລາວອອກ​ຈາກກຳປູ​ເຈ​ຍມາ​ໄດ້ ​ໃນ​ປີ 1973, ສອງ​ປີ​ກ່ອນໜ້າທີ່​ພວກ​ຂະ​ເໝນ​ແດງເຂົ້າ​ຍຶດ​ເອົາ​ອຳນາດ.

ກັບ​ຕັນ Misiewicz ມີ​ອາຍຸໄດ້ພຽງ 6 ຂວບ​ ໃນ​ຕອນ​ທີ່​ລາວໄດ້​ຖືກ ຜູ້ຍິງ​ຊາວອາ​ເມຣິກັນ​ຄົນ​ນຶ່ງ​ທີ່ເຮັດວຽກຢູ່​ສະຖານທູດ​ສະຫະລັດ ຮັບ​ເອົາເປັນລູກ​ບຸນ​ທຳ ​ແລະເອົາ​ລາວ​ມາສະ​ຫະ ລັດນຳ.

ໃນ​ໂອກາດ​ໃຫ້​ສຳພາດ​ຂ່າວ​ຕໍ່ໜັງສື​ພິມ Navy Times ຫລື ໜັງສື​ພິມຂອງ​ກອງທັບເຮືອ
ສະຫະລັດ ກ່ອນໄປ​ຢ້ຽມ ຢາ​ມກຳປູ​ເຈຍ​ນັ້ນ ກັບຕັນ Misiewicz ​ເວົ້າວ່າ ລາວຄາດ​ຫວັງ​ວ່າ​ ຈະ​ “ບໍ່ມີ​ຄວາມຮູ້ສຶກຄ້າງ​ຄາ ​ໃຈ​ໃດໆ​ຫລົງ​ເຫລືອ​ຢູ່ ​ຕໍ່ໄປ​ອີກແລ້ວ” ຈາກ​ການ​ກັບ​ຄືນ​ໄປ​ຫາ​ດິນ​ແດນທີ່​ຄອບຄົວ​ຂອງ​ລາວ ຕ້ອງໄດ້​ທົນ​ທຸກທໍລະ​ມານ ​ແລະ ພໍ່ຂອງ​ລາວ​ຖືກ​ປະ ຫານ​ຊີວິດ. ​ແມ່​ຂອງ​ລາວ ພ້ອມ​ກັບນ້ອງ​ຊາຍ 2 ຄົນ ​ແລະນ້ອງ​ສາວ​ຜູ້​ນຶ່ງ ​ໄດ້ໂຕນໜີ​ໄປ​ຢູ່​ສູນ​ອົບ​ພະຍົບທີ່​ປະ​ເທດ​ໄທ ​ແລະ ​ໃນ​ທີ່​ສຸດ ກໍ​ໄດ້​ໄປ​ຕັ້ງຖິ່ນ​ຖານ​ໃໝ່ ຢູ່ໃນສະຫະລັດ.

XS
SM
MD
LG