ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດ ກໍາປູ​ເຈຍ ຈັບ​ກຸມ 8 ຄົນ ທີ່​ແຕ້​ມຂໍ້ຄວາມ ​ໃສ່​ເທິງຫຼັງຄາ​


ຮູບຂອງທ່ານໂອບາມາ ທີ່ຊາວກໍາປູເຈຍຕິດຢູ່ໃກ້ຂໍ້ຄວາມທີ່ຂຽນ
ຂໍຄວາມຊ່ວຍເຫຼືອດ່ວນ
ຮູບຂອງທ່ານໂອບາມາ ທີ່ຊາວກໍາປູເຈຍຕິດຢູ່ໃກ້ຂໍ້ຄວາມທີ່ຂຽນ ຂໍຄວາມຊ່ວຍເຫຼືອດ່ວນ
ຕໍາຫຼວດກໍາປູ​ເຈຍ ຈັບ​ກຸມ 8 ຄົນ ທີ່​ແຕ້​ມຂໍ້ຄວາມ​ຢູ່​ເທິງຫຼັງຄາ​ບ້ານ​ເຮືອນ ຂອງພວກ​ເຂົາ​ເຈົ້າ ​ຮ້ອງຂໍ​ໃຫ້​ປະທານາທິບໍດີ​ບາຣັກ ​ໂອບາ​ມາ ຊ່ວຍເຫຼືອ ພວກ​ເຂົາ​ເຈົ້າ ບໍ່ໃຫ້​ຖືກ​ຂັບ​ໄລ່ອອກ​ຈາກ​ດິນ​ທີ່​ພວກ​ເຂົາ​ເຈົ້າ​ອາໄສຢູ່.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່ຽວ​ກັບ​ເລຶ່ອງນີ້ ກ່າວ​ວ່າ ມີ 180 ຄອບຄົວ ທີ່​ອາໄສ​ຢູ່​ໃກ້​ເຂດ​ບໍລິ​ເວນ​ສະໜາມ​ບິນ​ພະນົມ​ເປັນ ​ໄດ້​ຖືກ​ທາງ​ການ​ບອກ​ໃຫ້ ພາກັນ​ຍ້າຍ​ໜີ​ອອກ​ຈາກ​ບ້ານເຮືອນຂອງ​ພວກເຂົາ​ເຈົ້າ ຍ້ອນ​ມີ​ຄວາມເປັນ ​ຫ່ວງ​ເລຶ່ອງຄວາມ​ປອດ​ໄພ ກ່ອນ​ໜ້າການ​ເດີນທາງ​ມາ​ຢ້ຽມຢາມ​ກໍາປູ​ເຈຍ ຂອງ​ປະທາ​ນ​າທິບໍດີ​ໂອ​ບາ​ມາ ​ໃນ​ວັນ​ຈັນ​ຈະ​ມາ​ນີ້ ຊຶ່ງ​ພວກ​ຄອບຄົວ​ດັ່ງ ກ່າວ​ນີ້ເວົ້າ​ວ່າ ພວກ​ເຂົາ​ເຈົ້າບໍ່​ໄດ້​ຮັບ​ເງິນ​ຊົດ​ເຊີຍ​ໃນ​ຈໍານວນ​ທີ່​ເໝາະ​ສົມ​ເລີຍ.

ບາງ​ຄອບຄົວ​ກໍ​ພາກັນ​ເອົາຮູບ​ຂອງ​ທ່ານ​ໂອ​ບາ​ມາ ຕິດ​ໄວ້​ຢູ່​ເທິງຫຼັງຄາຂອງ​ພວກເຂົາ​ເຈົ້າ​ໃກ້ກັບ​ຂໍ້ຄວາມ​ທີ່​ແຕ້ມ​ເປັນ​ຕົວ​ໜັງສື​ວ່າ SOS ໝາຍ​ເຖິງ​ຂໍ​ຄວາມຊ່ວຍ​ເຫຼືອດ່ວນ. ນັກ​ເຄື່ອນ​ໄຫວ​ເວົ້າ​ອີກ​ວ່າ ພວກ​ຕໍາຫຼວດ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ຕອນ​ເຊົ້າວັນ​ພະຫັດ​ມື້​ນີ້ ​ແລະ​ໄດ້​ສັ່ງ​ໃຫ້​ລຶບຕົວ​ໜັງສື​ທີ່​ແຕ້ມ​ນັ້ນ​ອອກແລະ​ຈັບ​ກຸມ​ພວກ​ໃດ​ທີ່​ເປັນຕົວການ ​ກໍ່​ເລຶ່ອງນີ້.

ການ​ຂັບ​ໄລ່​ທີ່ ​ຖື​ເປັນ​ເລຶ່ອງທໍ​າມະ​ດາ​ທີ່​ມີ​ມາ​ໃນ​ກໍາປູ​ເຈຍ ບ່ອນ​ທີ່​ມີ​ບໍ່​ເທົ່າ ​ໃດ​ຄົນ​ທີ່​ມີ​ໃບ​ຕາດິນ ທີ່​ເປັນ​ຜົນສືບເນື່ອງ​ມາ​ຈາກ​ການ​ຍຶດຊັບ​ສິນເອກ​ກະ​ຊົນ​ຂອງ​ພວກ​ຂະ​ເໜນ​ແດງ​ໃນ​ລະຫວ່າງ​ຊຸມ​ປີ 1970 ນັ້ນ​. ການ​ຂັບ​ໄລ່​ດັ່ງກ່າວ​ນີ້ ຍັງ​ເປັນຜົນ​ໃຫ້​ປະຊາຊົນຫຼາຍພັນ​ຄົນ​ຕ້ອງ​ພັດ​ພາກຈາກ​ຖິ່ນທີ່ ​ເຄີຍຢູ່​ອາໄສ ​ແລະກໍ​ມັກ​ຈະ​ເກີດ​ມີ​ການ​ປະ​ທະ​ກັນ​ຢູ່​ເລື້ອຍໆ​ກັບ​ພວກ​ເຈົ້າ ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ.

ບັນດາ​ກຸ່ມປົກ​ປ້ອງ​ສິດທິມະນຸດ ​ໄດ້​ຮຽກຮ້ອງ​ໃຫ້​ປະທານາທິບໍດີ​ໂອ​ບາ​ມາ ຈົ່ງ​ໄດ້​ຍົກ​ເອົາ ບັນຫາຄວາມ​ເປັນ​ຫ່ວງ​ດ້ານ​ສິດທິ​ມະນຸດ​ຂຶ້ນມາປຶກສາ​ກັນ​ໃຫ້​ໄດ້ ​ໃນ​ອາທິດຈະ​ມານີ້ ​ເວລາ​ທ່ານ​ເປັນ​ປະທານາທິບໍດີສະຫະລັດ​ຄົນ​ທໍາ​ອິດ​ທີ່​ຈະ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດກຳປູ​ເຈຍ ​ທີ່​ຕັ້ງ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້​ນັ້ນ.
XS
SM
MD
LG