ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໘ ກຸມພາ ໒໐໒໕

ສປຊ ວ່າ ບັນຫາທີ່ດິນ ໃນກໍາປູເຈຍ ສ້າງຄວາມເປັນຫ່ວງ ດ້ານສິດທິມະນຸດ


ຊາວກໍາປູເຈຍເດີນຂະບວນປະທ້ວງຕໍ່ຕ້ານ ວິທີການຈັດການເລຶ່ອງທີ່ດິນຂອງລັດຖະບານ
ຊາວກໍາປູເຈຍເດີນຂະບວນປະທ້ວງຕໍ່ຕ້ານ ວິທີການຈັດການເລຶ່ອງທີ່ດິນຂອງລັດຖະບານ

ຜູ້​ສິ້ງ​ຊອມ​ສິດທິ​ທີ່​ຖືກ​ແຕ່ງ​ຕັ້ງ​ ໂດຍ​ສະຫະ​ປະຊາ​ຊາດ ກໍາລັງ​ຮຽກຮ້ອງ​ໃຫ້ກໍາປູ​ເຈຍ​ ຈົ່ງ​ຖົມ​ຊ່ອງ​ວ່າງ​ລະຫວ່າງ​ຄວາມ​ຮັ່ງ​ມີແລະ​ຄວາມທຸກ​ຈົນ ​ທີ່​ກວ້າງອອກ​ໄປ​ຫລາຍ​ຂຶ້ນ​ນັບ​ມື້ນັ້ນ ​ໃຫ້​ແຄ​ບລົງ. ທ່ານ ສູຣິຍະ ຊູ​ເບ​ດີ ຜູ້​ຂຽນ​ລາຍ​ງານພິ​ເສດ​ດ້ານ​ສິດທິ​ມະນຸດ​ຂອງອົງການ​ສະຫະ​ປະຊາ​ຊາດ ສໍາລັບ​ກໍາປູ​ເຈ​ຍ ກ່າວ​ວ່າ ລັດຖະບານ​ກໍາ​ປູ​ເຈຍ​ແມ່ນ​ຈະ​ຕ້ອງ​ປະຕິບັດ​ການ​ເພີ່ມ​ຂຶ້ນ ​ເພື່ອ​ຮັບປະກັນ​ວ່າ​ພວກ​ກຸ່ມ​ຄົນທີ່ດ້ອຍ​ໂອກາດ​ຢູ່​ແລ້​ວນັ້ນ ຈະບໍ່​ໄດ້​ຮັບ​ຄວາມ​ເດືອດຮ້ອນ​ໃດໆ ​ຈາກ​ພາກ​ປະຕິບັດຂອງລັດຖະບານ​​ໃນ​ການອະນຸມັດ​ ​ໃຫ້ສໍາ​ປະທານທີ່ດິນ​ ​ແກ່​ພວກ ບໍລິສັດ​ພັດທະນາທັງຫລາຍ. ທ່ານ Subedi ​ໄດ້​ໂອ້​ລົມກັບ​ຜູ້​ສື່​ຂ່າວ​ວີ​ໂອ​ເອ Irwin Loy ທີ່​ພະນົມ​ເປັນ ຊຶ່ງທອງ​ປານ​ຈະ​ນໍາ​ເອົາ​ລາຍ​ລະອຽດ​ ​ມາສະ​ເໜີ​ທ່ານ​.

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ກໍາປູ​ເຈຍທີ່ເພ່ງ​ເລັງ​ໃສ່​ກາ​ນສໍາຫລວດ​ ເບິ່ງວີ​ທີ​ການ​ທີ່ລັດຖະ
ບານ​ອະນຸມັດ​ທີ່ດິນ​ໃຫ້​ແກ່​ພວກບໍລິສັດພັດ​ທະນາ​ທີ່​ດິນ​ເອກະຊົນນັ້ນ ທ່ານ Subedi ​ໄດ້
​ສຶກສາ​ເບິ່ງ​ຂໍ້​ກ່າວ​ຫາ​ຕ່າງໆ​ຂອງ​ກຸ່ມ​ສິດທິ​ທີ່​ເວົ້າວ່າ ພາກ​ປະຕິບັດ​ຂອງ​ລັດຖະບານ​ນັ້ນ​ແມ່ນ
​ບໍ່​ເປັນ​ການ​ຍຸຕິ​ທໍາ​ຕໍ່ປະຊາຊົນ ຫລາຍ​ສິບ​ພັນ​ຄົນ ທີ່​ຖືກ​ບັງຄັບ​ໃຫ້​ຍ້າຍ​ໜີຈາກ​ບ້ານເຮືອນ
ຂອງ​ພວກ​ເຂົາ​ເຈົ້າ ​ໂດຍ​ໄດ້​ຄ່າ​ຊົດ​ເຊີຍພຽງ​ໜ້ອຍ​ດຽວຫລື​ບໍ່​ໄດ້​ຮັບຫ​ຍັງ​ເລີຍນັ້ນ.

ທ່ານ Subedi ​ເວົ້າ​ວ່າ:

“ດັ່ງ​ນັ້ນກໍ​ເບິ່ງ​ຄື​ວ່າ ມີ​ການຂາດ​ຄວາມ​ໂປ່​ງ​ໃສ​ ຂາດ​ກະບວນ​ການທາງ​ກົດໝາຍ ​
ແລະ​ພວກ​ປະຊາ​ຄົມ​ຕ່າງໆ​ທີ່​ຖືກ​ກະທົບ​ນັ້ນ ກໍບໍ່​ໄດ້​ຖືກ​ສະ​ເໜີ​ ທາງ​ເລືອກ​ອື່ນ​ໃຫ້.
ພວກ​ເຂົາ​ເຈົ້າຖືກ​ບອກວ່າ​ ບໍລິ​ສັດນັ້ນ​ບໍລິສັດ​ນີ້ຈະ​ມາ​ ແລະ​ກໍເລິ່ມດຸດ​ກົ່ນ​ຖາງ​ດິນ​
ໃຫ້​ແປນ ໂດຍມີເປົ້າ​ໝາຍເພື່ອສ້າງສາ​ໃຫ້ເປັນ ບ່ອນ​ປະກອບ​ກິດຈະ​ກໍາ​ທຸລະ​ກິດ​
ການ​ກະ​ເສດ ​ຫລື ​ກິດຈະ​ກໍາຢ່າງ​ອື່ນ ​ຢູ່ດິນ​ບ່ອນ​ນັ້ນ ​ແຕ່​ພວກ​ປະຊາຊົນ​ເຫລົ່າ​ນີ້
​ໄດ້​ເຮັດ​ໄຮ່​ເຮັດນາ​ຢູ່​ຜືນ​ດິນ​ຕອນ​ນີ້​ມາ​ໄດ້​ຫລາຍຊົ່ວ​ເຊັ່ນ​ຄົນ​ແລ້ວ ສະ​ນັ້ນ​ພວກ​ເຂົາ
​ເຈົ້າຈະ​ເຮັດຢ່າງ​ໃດ ຈະ​ທໍາ​ມາ​ຫາ​ກິນ​ແບບ​ໃດ?”

ພວກ​ນັກ​ເຄຶ່ອນ​ໄຫວ​ກ່າວ​ວ່າ ຕົວຢ່າງ​ນຶ່ງ​ຂອງບັນຫາ​ນີ້​ແມ່ນແລເຫັນ​ໄດ້​ຈາກຊະ​ຕາ​ກໍາຂອງ
ຄຸ້ມ​ປະຊາ​ຄົມນຶ່ງ ທີ່​ເອີ້ນ​ກັນ​ວ່າ Borei Keila ​ໃນ​ນະຄອນຫລວງພະນົມ​ເປັນ.

​ໃນ​ປີ 2004 ລັດ​ຖະບານ​ໄດ້​ກໍານົດ​ເອົາ​ເຂດຄຸ້ມ​ດັ່ງກ່າວ ​ເປັນ​ບ່ອນ​ສໍາ​ປະທານ​ທີ່​ດິນ​ເພື່ອ
ສັງຄົມ​ ໃຫ້​ແກ່​ບໍລິສັດ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ. ຂໍ້​ຕົກລົງ​ກັນ​ນັ້ນ​ມີ​ເງື່ອນ​ໄຂ​ວ່າ ບໍລິສັດພັດທະນາ
ທີ່​ດິນຕ້ອງ​ປຸກ​ເຮືອນ​ຢູ່​ໃນ​ພື້ນ​ທີ່ແຫ່ງນັ້ນ​ ​ໃຫ້​ແກ່​ປະຊາຊົນ​ ຫລາຍ​ກວ່າ 1,700 ຄອບຄົວ
​ທີ່​ອາ​ໃສຢູ່​ໃນ​ເຂດຄຸ້ມ​ດັ່ງກ່າວ​ ໃນເວລາ​ນັ້ນ ​ແຕ່​ທາງບໍລິສັດ​ບໍ່​ປະຕິບັດ​ຕາມຂໍ້​ຕົກລົງ ​ແລະ​
ກຸ່ມ​ສິດທິ​ກ່າວວ່າ ພໍ​ຕົກ​ມາ​ຮອດຕົ້ນ​ປີ 2012 ​ເກືອບ​ວ່າ ​ນຶ່ງ​ສ່ວນ​ສີ່​ຂອງ​ຈໍານວນ​ຄອບຄົວ
ທີ່​ກ່າວ​ມາ​ນັ້ນ ບໍ່​ມີ​ບ້ານ​ຢູ່​ອາ​ໃສ.

ທ່ານ Subedi ຜູ້​ຂຽນ​ລາຍ​ງານ​ພິ​ເສດຂອງ​ສະຫະ​ປະຊາ​ຊາດ ​ໄດ້​ໄປ​ຢ້ຽມຢາມ​ປະຊາ​ຄົມ
​ດັ່ງກ່າວ ​ເມື່ອ​ອາທິດ​ຜ່ານ​ມາ ​ແລະ​ທ່ານ​ຈົນຕົກສະ​ເງີ້​ ໃນ​ສະພາບ​ການ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ
​ທ່ານ​ເວົ້າ​ວ່າ:

“ສະພາບການ​ທີ່​ພວກ​ເຂົາ​ເຈົ້າຢູ່​ອາ​ໃສ​ນັ້ນ ມັນ​ເປັນ​ທີ່ໜ້າ​ສັງ​ເວດ​ແທ້ໆ. ບາງ​ຄອບຄົວ
​ກໍ​ອາ​ໃສ​ຢູ່​ເທິງ​ໂນນ​ບ່ອນ​ຖິ້ມ​ຂີ້​ເຫຍື້ອ ​ເວົ້າ​ສຸດໆ​ແລ້ວ ​ກໍ​ແມ່ນ​ຢູ່​ເທິງກອງ​ຂີ້​ເຫຍື້ອ​ຫັ້ນ
​ຫລະ. ຂ້າພະ​ເຈົ້າ​ໄປ​ແວ່​ຢ້ຽມຢາມ​ພວກ​ເຂົາ​ເຈົ້າ. ​ເຫັນ​ແລ້ວ​ ມັນເປັນ​ສະພາບທີ່​ຮັບ​ເອົາ
​ບໍ່​ໄດ້​ເລີຍ ຊຶ່ງ​ຂ້າພະ​ເຈົ້າຄິດ​ວ່າ ​ມັນ​ບໍ່​ແມ່ນ​ບັນຫາ​ດ້ານສິດທິ​ມະນຸດ​ພຽງ​ຢ່າງ​ດຽວເທົ່າ
​ນັ້ນ ​ແຕ່​ມັນ​ແມ່ນ​ເລຶ່ອງມະນຸດສະ​ທໍານໍາ.”

ທ່ານ Surya Subedi ຜູ້ຂຽນລາຍງານພິເສດຂອງ ສະຫະປະຊາຊາດກ່ຽວກັບສະຖານນະການດ້ານສິດທິ ມະນຸດໃນກໍາປູເຈຍ ໄປໂອ້ລົມກັບຊາວບ້ານຄຸ້ມ Borei Keila ໃນລະຫວ່າງການຢ້ຽມຢາມພະນົມເປັນ ເມື່ອວັນ ທີ 9 ພຶດສະພາ 2012.
ທ່ານ Surya Subedi ຜູ້ຂຽນລາຍງານພິເສດຂອງ ສະຫະປະຊາຊາດກ່ຽວກັບສະຖານນະການດ້ານສິດທິ ມະນຸດໃນກໍາປູເຈຍ ໄປໂອ້ລົມກັບຊາວບ້ານຄຸ້ມ Borei Keila ໃນລະຫວ່າງການຢ້ຽມຢາມພະນົມເປັນ ເມື່ອວັນ ທີ 9 ພຶດສະພາ 2012.

ທ່ານ Subedi ກ່າວ​ວ່າ ການໃຫ້ສໍາ​ປະທານ
ທີ່​ດິນ ​ເພື່ອ​ພັດທະນາ​ທາງ​ເສດຖະກິດ​ແລະ
​ດ້ານອື່ນໆນັ້ນ ສາມາດ​ເປັນ​ເຄຶ່ອງມື​ໃນ​ທາງ​
ບວກ​ໄດ້​ສໍາລັບ​ການ​ເຕີບ​ໂຕ ​ໃນບ່ອນ​ທີ່​ຍັງ​ຖື
​ວ່າ​ເປັນ​ປະ​ເທດ ທີ່ດ້ອຍ​ພັດທະນາທີ່​ສຸດ​ປະ
​ເທດ​ນຶ່ງ​ໃນ​ຂົງ​ເຂດ. ​ແຕ່​ທ່ານ​ກ່າວ​ວ່າ ລັດຖະ
ບານ​ຈະ​ຕ້ອງ​ຮັບປະກັນໃຫ້ມີ​ການ​ອະພິປາຍ
​ທາງ​ສາທາລະນະ ກ່ຽວ​ກັບວ່າ​ ຄວນ​ຈະ​ຈັດ
​ຕັ້ງ​ປະຕິບັດນະ​ໂຍບາຍ​ຕ່າງໆເຫລົ່າ​ນັ້ນ​ຢ່າງ
​ໃດ. ທ່ານ​ກ່າວ​ຕໍ່​ໄປ​ວ່າ:

"ຄວາມ​ເປັນ​ຫ່ວງ​ຂອງ​ຂ້າພະ​ເຈົ້ານັ້ນ ​ແມ່ນ​
ກ່ຽວ​ກັບ​ຂັ້ນ​ຕອນ​ການ​ປະຕິ​ບັດຫລາຍ
ກ່ວາ ​ບໍ່​ແມ່ນ​ກ່ຽວ​ກັບຄວາມ​ຈໍາ​ເປັນ ທີ່ວ່າ​
ກໍາປູ​ເຈຍ​ຄວນ​ຈະໃຫ້ສໍາ​ປະ​ທານທີ່ດິນເພື່ອ​
ເສດຖະກິດ​ຫລື​ບໍ່?
ຖ້າ
ວ່າ​ມັນ​ເປັນ​ນະ​ໂຍບາຍ
ທີ່​ໄດ້ມີ​ການໄກ່​ກອງ​ຢ່າງ​ລອບ​ຄອບ​ເໝາະ​ສົມ ມີ​ໂຄງຮ່າງ​ປະຕິບັດ​ງານ​ທາງກົດໝາຍ
ທີ່​ຖືກຕ້ອງ​ແລ້ວ ປະ​ເທດ​ຊາດ​ກໍ​ຈະ​ໄດ້ຮັບຜົນ​ປະ​ໂຫຍດຈາກ​ການ​ສໍາ​ປະທານ​ພື້ນ​ທີ່
​ເພື່ອ​ເສດຖະກິດ. ​ເວລາ​ຂ້າພະ​ເຈົ້າ​ເວົ້າ​ເຖິງ​ປະ​ເທດ​ຊາດ ຂ້າພະ​ເຈົ້າໝາຍ​ຄວາມ​ວ່າ ​
ແມ່ນ​ແຕ່ເຂດ​ຊົນນະບົດທີ່​ຍາກຈົນ ພວກ​ປະຊາ​ຄົມພຶ້ນ​ເມືອງຕ່າງໆກໍ​ຈະ​ໄດ້​ຮັບ​ຜົນ
​ປະ​ໂຫຍດ ປະຊາຊົນທຸກ​ຖ້ວນ​ໜ້າ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດນໍາ ພວກ​ເຮົາ​ສາມາດ​ສ້າງ
ສັນ​ສະຖານະການ ທີ່​ທຸ​ກພັກ​ຝ່າຍ​ມີໄຊຊະນະ​ໄດ້."

​ໃນ​ອາທິດ​ແລ້ວນີ້ ລັດຖະບານ​ກໍາປູ​ເຈຍປະກາດ​ວ່າ ຕົນ​ຈະ​ຢຸດ​ເຊົາ​ໃຫ້​ສໍາ​ປະທານ​ທີ່​ດິນຊຸດ​ໃໝ່​
ໄວ້​ຊົ່ວຄາວ​ກ່ອນ ແຕ່​ບໍ່​ໄດ້​ອະທິບາຍ​ຫຍັງ​ຫລາຍ​ ຢ່າງ​ເປີດ​ເຜີຍ​ວ່າ ຈະ​ມີການຖືກ​ປັບປຸງ​ແກ້​ໄຂ
​ຂັ້ນ​ຕອນໃຫ້ດີ​ຂຶ້ນຢ່າງ​ໃດ. ທ່ານ Subedi ​ຫລິ່ງ​ເຫັນ​ການ​ຢຸດ​ໄວ້​ຊົ່ວຄາວ​ນີ້ ​ເປັນ​ບາດກ້າວ​ໃນ
​ທາງ​ບວກ ​ແລະ​ກ່າວ​ວ່າ ບັດ​ນີ້ລັດຖະບານ​ຈະ​ຕ້ອງ​ສະ​ແດງ​ໃຫ້ເຫັນ​ວ່າ​ ຕົນ​ຈະ​ເອົາ​ຈິງ​ເອົາ​ຈັງ
​ກ່ຽວ​ກັບ​ການ​ປະຕິ​ຮູບນັ້ນ​ແທ້.

​“ເລຶ່ອງນີ້​ເຮົາ​ກໍ​ຈະ​ລໍ​ຖ້າເບິ່ງ​ກັນວ່າ ​ກົດໝາຍ​ຈະ​ຖືກ​ຈັດ​ຕັ້ງປະ​ຕິ​ບັດ​ຢ່າງ​ຖືກຕ້ອງ​ເ​ໝາະ
​ສົມ​ບໍ່? ​ໃນ​ກໍາປູ​ເຈຍ ກໍມີ​ກົດໝາຍ​ທີ່​ດີສົມຄວນ​ໃນຫລາຍ​ດ້ານ​ ​ແຕ່​ວ່າການ​ຈັດ​ຕັ້ງ​ປະ
ຕິບັດ​ນີ້​ຕີ໊ມັນ​ເປັນ​ບັນຫາ ຊຶ່ງ​ຂ້າພະ​ເຈົ້າຫວັງ​ວ່າ​ ກົດ​ໝາຍ​ສະ​ເພາະ​ກ່ຽວ​ກັບ​ເລຶ່ອງນີ້
ຈະ​ຖືກ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ລອບ­­­­ຄອບ​ຖີ່​ຖ້ວນ​ແລະ​ເໝາະ​ສົມ.”

ທ່ານ​ຊູ​ເບ​ດີກ່າວ​ໃນ​ທີ່​ສຸດ​ວ່າ ທ່ານ​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ກໍາປູເຈຍ​ເພື່ອ​ສະ​ແດງ​ຄວາມ
​ເປັນ​ຫ່ວງ​ຕ່າງໆ​ໃຫ້​ລັດຖະບານ​ຮູ້ ກ່ອນການ​ຢ້ຽມຢາມກໍາ​ປູ​ເຈຍ​ຂອງ​ທ່ານ​ຄັ້ງ​ນີ້​ ສິ້ນ​ສຸດ​ລົງ​.

XS
SM
MD
LG