ສານດໍາເນີນຄະດີອາຊະຍາກໍາສົງຄາມຂອງພວກຂະເໝນແດງ
ທີ່ມີບັນຫາຂອງກໍາປູເຈຍ ກ່າວໃນວັນຈັນມື້ນີ້ວ່າ ພວກພະນັກ
ງານທີ່ພາກັນປະທ້ວງ ຈະກັບຄືນມາເຮັດວຽກ ຫລັງຈາກໄດ້ຮັບ
ຄໍາໝັ້ນສັນຍາວ່າ ເຂົາເຈົ້າຈະໄດ້ຮັບເງິນເດືອນ ຂອງເດືອນ
ທັນວາ ໃນອາທິດນີ້.
ແຕ່ວ່າ ບັນດານາຍພາສາແລະຜູ້ບັນທຶກຄໍາໃຫ້ການ ເຕືອນວ່າ
ເຂົາເຈົ້າຈະຍ່າງ ອອກຈາກວຽກອີກ ໃນວັນທີ 1 ເມສາ ຖ້າຫາກ
ວ່າ ສັນຍາຂອງເຂົາເຈົ້າບໍ່ໄດ້ຮັບການຕໍ່ອາຍຸໃໝ່ອີກໃນທ້າຍ
ເດືອນນີ້. ເຂົາເຈົ້າໄດ້ພາກັນຍ່າງອອກໃນວັນທີ 4 ເດືອນນີ້
ຫລັງຈາກບໍ່ໄດ້ຮັບເງິນເດືອນ ມາຕັ້ງແຕ່ເດືອນພະຈິກປີກາຍ.
ສະຫະປະຊາຊາດເປັນຜູ້ຈ່າຍເງິນເດືອນ ໃຫ້ແກ່ພະນັກງານ
ຕ່າງປະເທດ ແຕ່ລັດຖະບານກໍາປູເຈຍ ມີໜ້າທີ່ຮັບຜິດຊອບ
ເລື້ອງເງິນເດືອນຂອງພະນັກງານ ຊາວຂະເໜນ.
ນັບຕັ້ງແຕ່ສານດັ່ງກ່າວໄດ້ເປີດຂຶ້ນໃນປີ 2006 ລັດຖະບານ
ກໍາປູເຈຍໄດ້ສົມທົບເງິນສົດແລະອຸບປະກອນ ໃນມູນຄ່າປະມານ 15 ລ້ານໂດລາ ແກ່ສານ ແຕ່ວ່່າ ໄດ້ອາໄສການຊ່ວຍເຫລືອຈາກຕ່າງປະເທດ ເພື່ອຈ່າຍພາກສ່ວນໃຫຍ່ຂອງເງິນເດືອນ.
ໃນຕົ້ນເດືອນນີ້ ໂຄສົກລັດຖະບານ ທ່ານ Ek Tha ກ່າວວ່າ ບັນດາຜູ້ໃຫ້ການຊ່ວຍເຫລືອ ພາກັນລັງເລໃຈໃນການຈ່າຍເງິນໃຫ້ ເພາະວ່າ ເຂົາເຈົ້າກໍມີບັນຫາ ດ້ານການເງິນຂອງເຂົາເຈົ້າເອງເຊ່ນກັນ. ແຕ່ທ່ານກໍຢືນຢັດວ່າ ລັດຖະບານ ມີຄວາມໝັ້ນໝາຍຕໍ່ສານອາຊະຍາກໍາສົງຄາມ ແລະຈະບໍ່ຍອມໃຫ້ມັນພັງລົງເດັດຂາດ.