ຜູ້ພິພາກສາຄົນນຶ່ງທີ່ສານສູງສຸດສໍາລັບການດໍາເນີນຄະດີພວກຂະເໝນແດງໃນກໍາປູເຈຍ ໄດ້ມີຄວາມເຫັນທີ່ໃຊ້ຖ້ອຍຄໍາທີ່ຮຸນແຮງ ກ່ຽວກັບການລາຍງານຂ່າວການດໍາເນີນຄະດີຂອງວົງການສື່ມວນຊົນ ໃນຕອນແລງວັນພະຫັດ ອາທິດແລ້ວນີ້.
ເມື່ອປີກາຍນີ້ ສານດັ່ງກ່າວໄດ້ຕັດສິນໂທດອະດີດຜູ້ນໍາຂະເໝນແດງຄົນນຶ່ງ ໃນຂໍ້ຫາກໍ່ອາຊະຍາກໍາໃນສະໄໝທ້າຍຊຸມປີ 1970 ແລະກໍກໍາລັງພະຍາຍາມຈະດໍາເນີນຄະດີພວກຜູ້ນໍາສູງສຸດຂະເໝນແດງອີກສີ່ຄົນ ໃນຄະດີທີສອງ.
ແຕ່ກໍປາກົດວ່າມີການອະພິປາຍຖົກຖຽງກັນຢ່າງໃຫຍ່ກ່ຽວກັບວ່າ ພວກຜູ້ນໍາຂະເໝນແດງເຫລົ່ານັ້ນຈະຖືກດໍາເນີນຄະດີເປັນກໍລະນີທີ່ສາມທີ່ສີ່ຕໍ່ໄປຫລືບໍ່ ຊຶ່ງລາຍລະອຽດຕ່າງໆແມ່ນໄດ້ຖືກຮົ່ວໄຫລໄປສູ່ວົງການສື່ມວນຊົນໃນຕອນຕົ້ນປີນີ້.
ຜູ້ພິພາກສາ ເເອັກນີແອສກາ ໂຄລໂນວີ
ເອກາ ມີລາຕ (Agnieszka Klono-
wiecka-Milart) ໄດ້ກ່າວໂຈມຕີລາຍງານ
ຂອງສື່ມວນຊົນເມື່ອໝໍ່ໆມານີ້ ກ່ຽວກັບ
ພວກຈໍາເລີຍຊຸດໃໝ່ທີ່ອາດຖືກນໍາມາດໍາ
ເນີນຄະດີ ທີ່ຊື່ຂອງພວກເຂົາເຈົ້າໄດ້ຖືກ
ເປີດເຜີຍຢູ່ໃນເອກະສານຕ່າງໆຂອງສານ ທີ່ຮົ່ວໄຫລອອກມານັ້ນ.
ໃນຄໍາປາໃສຢູ່ທີ່ສະໂມສອນນັກຂ່າວຕ່າງ
ປະເທດຂອງໄທທີ່ບາງກອກ ວັນສຸກອາທິດ
ແລ້ວນີ້ ທ່ານນາງ Klonowiecka-Milart
ກ່າວວ່າ ສິ່ງທີ່ຄວນຈະເປັນການສືບສວນ
ສອບສວນຢ່າງລັບໆນັ້ນ ໄດ້ຖືກວົງການສື່
ມວນຊົນ ຈີ້ເອົາໄປ. ທ່ານນາງ Klonowiecka-Milart ເວົ້າວ່າ:
“ການຖົກຖຽງໂຕ້ແຍ້ງຕ່າງໆແມ່ນພວມດໍາເນີນໄປຢູ່ໃນເວທີຂອງພວກສື່ມວນຊົນ ແທນທີ່ຈະແມ່ນຢູ່ໃນສານ. ແລະຂ້າພະເຈົ້າຄິດວ່າ ການທີ່ມີການເອົາເອກະສານລັບຕ່າງໆຂອງສານ ອອກໄປເປີດເຜີຍ ບໍ່ວ່າຈະເຮັດໄປໂດຍການໝິ່ນປະໝາດຕໍ່ສານ ຫລືບໍ່ກໍຕາມນັ້ນ ບໍ່ຕ້ອງເວົ້າມັນແຫລະ ແຕ່ມັນເປັນການກະທໍາທີ່ຕໍ່າຊ້າ ບໍ່ສົມຄວນເຮັດ. ເຖິງແມ່ນວ່າມັນໄດ້ຖືກເປີດເຜີຍອອກມາແລ້ວກໍຕາມ ມັນກໍເປັນສິ່ງທີ່ບໍ່ຖືກຕ້ອງ ທີ່ເລື່ອງນີ້ໄດ້ເກີດຂຶ້ນ ແລະມັນບໍ່ແມ່ນເຫດຜົນ ທີ່ຈະປ່ອຍໃຫ້ມັນເກີດຂຶ້ນອີກ ຫລືນໍາມາເປີດເຜີຍອີກ.”
ໃນອາທິດແລ້ວນີ້ ບັນດາຜູ້ພິພາກສາທີ່ຮ່ວມໃນການສືບສວນກ່ຽວກັບເລື່ອງນີ້ ໄດ້ຢື່ນເອກະ
ສານຟ້ອງຮ້ອງ ໃນຂໍ້ຫາໝິ່ນປະໝາດ ຕໍ່ວິທະຍຸ ສຽງອາເມຣິກາ ພະແນກພາສາຂະເໝນ ທີ່
ໄດ້ອ້າງຂໍ້ມູນຈາກເອກະສານລັບທີ່ຖືກຮົ່ວໄຫລສະບັບນຶ່ງ ແລະນໍາເອົາພາບຂອງເອກະສານ
ດັ່ງກ່າວນັ້ນ ອອກອາກາດ.
ເອກະສານສະບັບນັ້ນຂອງສານແມ່ນໄດ້ຖືກຮົ່ວໄຫລອອກມາໃນຕົ້ນປີນີ້ ແລະເນື້ອໃນຂອງເອກະສານ ກໍໄດ້ຖືກເປີດເຜີຍຢູ່ໃນລາຍງານຂອງສື່ມວນຊົນອື່ນໆ ແຕ່ສານບົ່ງຊື່ແຕ່ວິທະຍຸວີໂອເອເທົ່ານັ້ນ ໃນຄໍາຟ້ອງ ຮ້ອງຂອງຕົນ.
ວີໂອເອ ໄດ້ອອກຖະແຫລງການສະບັບນຶ່ງ
ສະແດງຄວາມເປັນຫ່ວງ ກ່ຽວກັບຜົນສະ
ທ້ອນທີ່ໜ້າຢ້ານ ທີ່ອາດຕິດຕາມມາ ຈາກ
ການຂົ່ມຂູ່ດັ່ງກ່າວຂອງສານ ທີ່ອາດມີຕໍ່
ການເອົາຂ່າວຂອງວົງການສື່ມວນຊົນ ກ່ຽວກັບການດໍາເນີນຄະດີຂອງສານນັ້ນ.
ທ່ານນາງ ແອນ ຮາຍແດລ (Anne Heindel) ເປັນທີ່ປຶກສາດ້ານກົດໝາຍ ປະຈໍາສູນກາງ ເກັບເອກະສານຂອງກໍາປູເຈຍ
ຊຶ່ງເປັນອົງການທີ່ເກັບກໍາຫລັກຖານກ່ຽວກັບ
ອາຊະຍາກໍາຕ່າງໆທີ່ເກີດຂຶ້ນ ໃນລະຫວ່າງຍຸກຂະເໝນແດງ.
ໃນຄໍາປາໃສຕໍ່ສະໂມສອນນັກຂ່າວຕ່າງປະເທດຂອງໄທເຊ່ນກັນນັ້ນ ທ່ານນາງ Heindel ກ່າວວ່າ ການນໍາເອົາເອກະສານລັບມາເປີດເຜີຍດັ່ງກ່າວແມ່ນຖືກຂັບດັນ ໂດຍພາກປະຕິບັດຂອງສານທີ່ຮັກສາຂໍ້ມູນຕ່າງໆໄວ້ເປັນ ຄວາມລັບ ຕະຫລອດໄລຍະຂອງການສືບສວນສອບສວນແລະດໍາເນີນຄະດີ ທີ່ສ້າງຄວາມທໍ້ໃຈໃຫ້ພວກປະຊາຊົນທີ່ຢາກຮູ້ຈັກເລື່ອງລາວ ແລະ ມີແຕ່ເພີ່ມການຕໍາໜິຕິຕຽນຕໍ່ສານເທົ່ານັ້ນ. ທ່ານນາງ Heindel ເວົ້າວ່າ:
“ເພາະວ່າພວກປະຊາຊົນມີຄວາມຮູ້ສຶກວ່າ ຄະດີທີ່ສາມແລະທີ່ສີ່ຕໍ່ໄປນັ້ນ ບໍ່ໄດ້ຖືກສອບສວນສືບສວນຢ່າງພຽງພໍ ແລະລັດຖະບານກໍາປູເຈຍກໍໄດ້ເວົ້າວ່າ ພວກເຂົາເຈົ້າບໍ່ຕ້ອງການໃຫ້ມີການດໍາເນີນຄະດີເຫລົ່ານີ້ ແລະແທ້ໆແລ້ວ ທາງຝ່າຍນາໆຊາດກໍບໍ່ຕ້ອງການ ຈະໃຫ້ເງິນເປັນທຶນດໍາເນີນຄະດີເຫລົ່ານີ້. ສະນັ້ນ ຈຶ່ງມີຄວາມຮູ້ສຶກວ່າ ມັນຈະບໍ່ເກີດຂຶ້ນ ໂດຍເຫດຜົນຕ່າງໆທາງການເມືອງ ແລະບໍ່ມີເຫດຜົນຫຍັງຫລາຍທາງດ້ານກົດໝາຍ.
ມັນກໍເລີຍກາຍເປັນສາເຫດໃຫ້ຂໍ້ມູນເລັດລອດອອກມາ ທາງສື່ທີ່ບໍ່ທໍາມະດາ ແລະບໍ່ໄດ້ ຜ່ານທາງສານແຕ່ປະການໃດ.”
ນັບຕັ້ງແຕ່ສານດໍາເນີນຄະດີພວກຜູ້ນໍາຂະເໝນແດງຖືກກໍ່ຕັ້ງຂຶ້ນມາ ພວກທີ່ຕ້ອງຕິສານນີ້ ໄດ້ພາກັນກ່າວຫາສານວ່າ ມີການສໍ້ລາດບັງຫລວງ ໃຊ້ຈ່າຍເງິນຫລາຍເກີນໄປ ແລະຊັກຊ້າ ພ້ອມທັງອ່ອນແອຕໍ່ການແຊກແຊງດ້ານການເມືອງນໍາ.
ນາຍົກລັດຖະມົນຕີກໍາປູເຈຍ ທ່ານ ຮຸນ ເຊນ ຊຶ່ງທ່ານເອງກໍເປັນຂະເໝນແດງເກົ່ານັ້ນ ໄດ້ກ່າວອອກມາຢ່າງເປີດເຜີຍວ່າ ບໍ່ຄວນຈະມີການດໍາເນີນຄະດີຕໍ່ໄປອີກເພາະມັນອາດສາມາດ ສ້າງຄວາມແຕກແຍກໃຫ້ປະເທດຊາດ ແລະນໍາໄປສູ່ສົງຄາມກາງເມືອງໄດ້.
ພວກຫົວຄອມມິວນິສຕ໌ຈັດຂະເໝນແດງ
ພາຍໃຕ້ການນໍາພາຂອງ ພອລ ພົດ ໄດ້
ປົກຄອງກໍາປູເຈຍ ຕັ້ງແຕ່ປີ 1975 ຫາ
1979. ໃນຄວາມພະຍາຍາມເພື່ອສ້າງ
ກໍາປູເຈຍ ໃຫ້ເປັນສະຫວັນຂອງຊາວຊົນ
ນະບົດນັ້ນ ພວກເຂົາໄດ້ເຂ່ນຂ້າປະຊາຊົນ
ຂະເໝນຫລາຍເຖິງສອງລ້ານຄົນ ຊຶ່ງ
ເກືອບເທົ່າກັບປະມານ ນຶ່ງສ່ວນສີ່ ຂອງ
ພົນລະ ເມືອງທັງໝົດຂອງປະເທດໃນ
ເວລານັ້ນ ໂດຍການປະຫານຊີວິດ ປ່ອຍ
ໃຫ້ອຶດຫິວຕາຍ ແລະ ບັງຄັບໃຫ້ອອກ
ແຮງງານໜັກ ຈົນເສຍຊີວິດ.